ສປປ ລາວ ມີຄົນເສຍຊີວິດປະມານ 6.700 ຄົນຕໍ່ປີຍ້ອນສູບຢາ

    ການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນພາກເຊົ້າຂອງວັນທີ 12 ພະຈິກ 2021 ຢູ່ຫໍປະຊຸມສະພາແຫ່ງຊາດ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງ ສາທາລະນະສຸກ ໄດ້ຂຶ້ນສະເໜີຮ່າງກົດໝາຍວ່າດ້ວຍການຄວບຄຸມຢາສູບ (ສະບັບປັບປຸງ) ໃຫ້ສະມາຊິກສະພາແຫ່ງຊາດ(ສສຊ) ປະກອບຄຳເຫັນ ແລະ ຮັບຮອງເອົາກົດໝາຍຮ່າງກົດໝາຍສະບັບດັ່ງກ່າວ ເປັນປະທານຂອງທ່ານ ຄຳໃບ ດຳລັດ ຮອງປະທານສະພາແຫ່ງຊາດ ແລະ ບັນດາ ສສຊ ຈາກເຂດເລືອກຕັ້ງທົ່ວເທດເຂົ້າຮ່ວມ.

    ທ່ານ  ບຸນແຝງ  ພູມມະໄລສິດ ກ່າວວ່າ:  ຢາສູບເປັນຜະລິດຕະພັນສິນຄ້າເສບຕິດຊະນິດດຽວ ທີ່ຍັງຖືກກົດໝາຍ ແຕ່ເຮັດໃຫ້ຜູ້ບໍລິໂພກເປັນພະຍາດຮ້າຍແຮງ ເປັນພິການ ແລະ ເສຍຊີວິດ ປະມານເຄິ່ງໜຶ່ງຂອງຜູ້ຊົມໃຊ້ເປັນປະຈໍາ ໄລຍະຜ່ານມາ ຂະແໜງການສາທາລະນະສຸກ ໄດ້ເປັນເຈົ້າການປະສານສົບທົບກັບຂະແໜງການອື່ນທີ່ກ່ຽວຂ້ອງ ໃນການເຄື່ອນໄຫວວຽກງານຄວບຄຸມຢາສູບ ພ້ອມທັງເອົາໃຈໃສ່ຄຸ້ມຄອງ ຕິດຕາມ ກວດກາ ແລະ ນຳໃຊ້ມາດຕະການຕ່າງໆຕໍ່ຜູ້ທີ່ລະເມີດກົດໝາຍ ແລະ ລະບຽບການກ່ຽວກັບການຄວບຄຸມຢາສູບ ໂຄສະນາໃຫ້ປະຊາຊົນຮັບຮູ້ ແລະ ເຂົ້າໃຈ ຄວາມເປັນອັນຕະລາຍຈາກການຊົມໃຊ້ ແລະ ການໄດ້ຮັບຄວັນຢາສູບມືສອງ ເຮັດໃຫ້ວຽກງານຄວບຄຸມຢາສູບເຂົ້າສູ່ລະບົບກົດໝາຍດີຂຶ້ນເປັນກ້າວໆມາ ນັບແຕ່ປີ 2009 ຈົນມາຮອດປັດຈຸບັນ ເຫັນວ່າມີບາງບົດບັນຍັດ ຫຼື ບາງເນື້ອໃນສໍາຄັນຂອງອົງການອະນາໄມໂລກ ທີ່ ສປປ ລາວ ເປັນພາຄີ ກ່ຽວກັບການຄຸ້ມຄອງທຸລະກິດຢາສູບ ເຊິ່ງປັດຈຸບັນ ການຜະລິດໄດ້ນຳໃຊ້ນະວັດຕະກໍາຮູບແບບໃໝ່ອອກສູ່ທ້ອງຕະຫຼາດ ໂດຍເລັ່ງໃສ່ເດັກນ້ອຍ ແລະ ຊາວໜຸ່ມ ໄດ້ມີການໂຄສະນາທີ່ບິດເບືອນຄວາມຈິງ ໃຫ້ຜູ້ບໍລິໂພກເຊື່ອວ່າເປັນສິນຄ້າທີ່ປອດໄພກວ່າຢາສູບແບບດັ້ງເດີມ. ການສຳຫຼວດລະດັບຊາດ ກ່ຽວກັບການສູບຢາ ສະແດງໃຫ້ເຫັນວ່າ ອັດຕາການສູບຢາຂອງຄົນລາວຍັງສືບຕໍ່ເພີ່ມຂຶ້ນຈາກ 25,5% ໃນປີ 2012 ເປັນ 27,9% ໃນປີ 2015 ແລະ ການສໍາຫຼວດໃນໄວໜຸ່ມອາຍຸ 13-15 ໃນປີ 2016 ພົບວ່າ ຊາວໜຸ່ມນຳໃຊ້ຢາສູບໄຟຟ້າເພີ່ມຂື້ນ ໃນນັ້ນ ເພດຊາຍ 5% ແລະ ເພດຍິງ 3,7% ອີງຕາມການສຶກສາຄ່າໃຊ້ຈ່າຍລະດັບຊາດ ປີ 2009 ຂອງການປິ່ນປົວພຽງ 3 ພະຍາດທີ່ເກີດຈາກຢາສູບຄື: ເສັ້ນເລືອດໃນສະໝອງຕີບຕັນ ແຕກ ປອດອຸດຕັນຊ້ຳເຮື້ອ ແລະ ມະເຮັງປອດ ທີ່ເຂົ້ານອນໂຮງໝໍພຽງເທື່ອດຽວ ຈະມີມູນຄ່າຫຼາຍກວ່າ 28 ຕື້ກີບ ຫຼືເທົ່າກັບ 0,80% ຂອງລາຍຮັບແຫ່ງຊາດ ຫຼື 22% ຂອງຄ່າໃຊ້ຈ່າຍວຽກງານສາທາລະນະສຸກໃນ ສປປ ລາວ ໃນນີ້ 77% ຄອບຄົວ ເປັນຜູ້ຈ່າຍ 21% ແມ່ນລັດຖະບານ ແລະ ປະກັນສຸຂະພາບຈ່າຍໃຫ້ພຽງ 2% ເທົ່ານັ້ນ ປີ 2010 ອົງການ UNDP ແລະ WHO ຄິດໄລ່ຄ່າໃຊ້ຈ່າຍທາງກົງ ແລະ ທາງອ້ອມ ໃນການປິ່ນປົວພະຍາດທີ່ເກີດຈາກການສູບຢາໃນລາວ ສູງເຖິງ 350 ລ້ານໂດລາ/ປີ ຫຼື ປະມານ 2,3% ຂອງ GDP ທົ່ວໂລກມີຄົນຕາຍຍ້ອນພະຍາດທີ່ເກີດຈາກຢາສູບປະມານ 8 ລ້ານຄົນຕໍ່ປີ ແລະ ຖ້າຂາດມາດຕະການຄວບຄຸມຢາສູບທີ່ມີປະສິດທິຜົນ ຈະສືບຕໍ່ເພີ່ມຂຶ້ນເປັນ 10 ລ້ານຄົນຕໍ່ປີ ພາຍໃນປີ 2030 ສໍາລັບ ສປປ ລາວ ມີຄົນເສຍຊີວິດປະມານ 6.700 ຄົນຕໍ່ປີ ຫຼື ປະມານ 18 ຄົນຕໍ່ມື້ (ຂໍ້ມູນຈາກ WHO). ເປົ້າໝາຍໃນການປັບປຸງກົດໝາຍວ່າດ້ວຍການຄວບຄຸມຢາສູບ ແມ່ນເພື່ອແກ້ໄຂບັນຫາທີ່ກ່າວມາຂ້າງເທິງ ໃຫ້ສອດຄ່ອງກັບສະພາບການປ່ຽນແປງໃໝ່ ກ່ຽວກັບການຜະລິດ ການຈຳໜ່າຍ ຊື້-ຂາຍ ຜະລິດຕະພັນຢາສູບ ເຮັດໃຫ້ເນື້ອໃນຂອງກົດໝາຍຮັດກຸມ ສອດຄ່ອງກັບສະພາບຄວາມເປັນຈິງໃນປັດຈຸບັນ ແລະ ຄໍາແນະນຳຂອງສົນທິສັນຍາວ່າດ້ວຍການຄວບຄຸມຢາສູບຂອງອົງການອະນາໄມໂລກ ທັ້ງນີ້ ແມ່ນເພື່ອໃຫ້ອົງການທີ່ຮັບຜິດຊອບວຽກງານຄວບຄຸມຢາສູບ ກໍຄືຂະແໜງການສາທາລະນະສູກ ແລະ ຂະແໜງການອື່ນທີ່ກ່ຽວຂ້ອງ ສາມາດເຄື່ອນໄຫວວຽກງານຄວບຄຸມຢາສູບ ໄດ້ຢ່າງມີປະສິດທິພາບ ແລະ ບັນລຸຕາມຈຸດປະສົງ ນອກຈາກນີ້ ການເພີ້ມອາກອນຢາສູບ ທີ່ອີງຕາມການຂະຫຍາຍຕົວທາງດ້ານເສດຖະກິດ-ສັງ ຄົມ ອັດຕາເງິນເຟີ້ ແລະ ຄວາມສາມາດຊື້ຂອງປະຊາກອນ ແມ່ນໜຶ່ງໃນມາດຕະການຄວບຄຸມຢາສູບທີ່ມີປະສິດທິຜົນສູງສຸດໃນການຫຼຸດຜ່ອນການສູບຢາ ດັ່ງນັ້ນ ຈຶ່ງມີຄວາມຈຳເປັນຕ້ອງໄດ້ປັບປຸງກົດໝາຍວ່າດ້ວຍການຄວບຄຸມຢາສູບ. ສຳລັບກົດໝາຍວ່າດ້ວຍການຄວບຄຸມຢາສູບ ທີ່ນໍາໃຊ້ໃນປັດຈຸບັນ ມີ 9 ພາກ 14 ໝວດ 69 ມາດຕາ ພາຍຫຼັງທີ່ໄດ້ມີການປັບປຸງ ແລະ ສັບຊ້ອນບາງພາກ ໝວດ ແລະ ມາດຕາ ຄືນໃໝ່ ເພື່ອໃຫ້ຖືກຕ້ອງກັບເຕັກນິກຂອງຮ່າງນິຕິກຳ ສະນັ້ນ ຮ່າງກົດໝາຍວ່າດ້ວຍການຄວບຄຸມຢາສູບ (ສະບັບປັບປຸງ) ຈຶ່ງມີທັງໝົດ 1 ພາກ 10 ໝວດ ແລະ 63 ມາດດຕາ ໃນນີ້ ເພີ່ມຂຶ້ນ 2 ພາກຄື:ພາກທີ VI ຄວາມຮັບຜິດຊອບກ່ຽວກັບການຄວບຄຸມຢາສູບ ແລະ ພາກທີ VII ກອງທຶນຄວບຄຸມຢາສູບ ຮັກສາໄວ້ຄືເກົ່າ 7 ມາດຕາ ປັບ ປຸງໃໝ່ 53 ມາດຕາ ເພີ່ມມາດຕາໃໝ່ 3 ມາດຕາ.

.

# ຂ່າວ & ພາບ :  ຊິລິການດາ  

error: Content is protected !!