ປະຕິບັດຢ່າງເຂັ້ມງວດ ຕໍ່ຜູ້ນຳເຂົ້າ-ນຳໃຊ້ພາຫະນະທຸກປະເພດແບບບໍ່ຖືກຕ້ອງ

    ບັນຫາລົດແບບບໍ່ຖືກຕ້ອງ (ລົດເຖື່ອນ) ໃນໄລຍະຜ່ານມາ ບັນດາຂະແໜງການກ່ຽວຂ້ອງຂັ້ນສູນກາງ ແລະ ທ້ອງຖິ່ນ ໄດ້ຈັດຕັ້ງປະຕິບັດກົດໝາຍວ່າດ້ວຍພາສີ ແລະ ກົດໝາຍອື່ນໆຢ່າງຕັ້ງໜ້າ ເປັນຕົ້ນ ການສະກັດກັ້ນ ແລະ ແກ້ໄຂເດັດຂາດຕໍ່ການຄ້າຂາຍເຖື່ອນ ກໍຄືການນໍາເຂົ້າ ແລະນໍາໃຊ້ຍານພາຫະນະແບບບໍ່ຖືກຕ້ອງໃນຮູບແບບຕ່າງໆ. 

    ເພື່ອແກ້ໄຂປາກົດການຫຍໍ້ທໍ້ໃນການນໍາເຂົ້າ ການນໍາໃຊ້ ແລກປ່ຽo ຊື້-ຂາຍໃຫ້ຖືກຕ້ອງຕາມກົດໝາຍໃນຂອບເຂດທົ່ວປະເທດ ທັງເປັນການຈັດຕັ້ງປະຕິບັດວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນຂອງປະເທດເຮົາ ທ່ານນາຍົກລັດຖະມົນຕີ ໄດ້ອອກຄໍາສັ່ງສະບັບເລກທີ 20/ນຍ ລົງວັນທີ 08 ຕຸລາ 2021 ວ່າດ້ວຍການກວດກາ ແລະ ປະຕິບັດມາດຕະການຕໍ່ຜູ້ທີ່ນໍາເຂົ້າ ແລະ ນໍາໃຊ້ຍານພາຫະນະທຸກປະເທດແບບບໍ່ຖືກຕ້ອງ. ໃຫ້ບັນດາກະຊວງ ອົງການທຽບເທົ່າກະຊວງ ອົງການປົກຄອງທ້ອງຖິ່ນທຸກຂັ້ນເອົາໃຈໃສ່ແກ້ໄຂບັນຫາການນຳເຂົ້າຍານພາຫະນະແບບບໍ່ຖືກຕ້ອງ ແລະ ນຳໃຊ້ບໍ່ຖືກເປົ້າໝາຍຂອງການຈັດຕັ້ງ ແລະ ບຸກຄົນ ຖ້າຫາກມີການຈັດຕັ້ງ ອົງການ ແລະ ບຸກຄົນໃດນຳໃຊ້ພາຫະນະເຖື່ອນທີ່ຍັງບໍ່ທັນໄດ້ປະຕິບັດພັນທະແມ່ນໃຫ້ແນະນຳແກ່ຜູ້ທີ່ຄອບຄອງຍານພາຫະນະດັ່ງກ່າວ ໄປດຳເນີນການແກ້ໄຂໃຫ້ຖືກຕ້ອງຕາມກົດໝາຍ ພາຫະນະທີ່ນຳເຂົ້າບໍ່ຖືກຕ້ອງ ໝາຍເຖິງພາຫະນະທີ່ນຳເຂົ້າ ຫຼົບຫຼີກ ຫຼືໜີພາສີທີ່ບໍ່ມີໜັງສືອະນຸຍາດນຳເຂົ້າ ແລະ ບໍ່ໄດ້ປະຕິບັດພັນທະເສຍພາສີອາກອນໃຫ້ລັດ ແລ້ວນຳໄປແລກປ່ຽນຊື້-ຂາຍ ນຳໃຊ້ເອກະສານປອມ ແລະ ຕິດປ້າຍທະບຽນປອມ ໃຫ້ຜູ້ຄອບຄອງພາຫະນະປະເພດຕ່າງໆທີ່ນຳເຂົ້າ ແລະ ນຳໃຊ້ບໍ່ຖືກຕ້ອງ ຊຶ່ງມີການຊື້-ຂາຍ ການນຳໃຊ້ທະບຽນປ້າຍພາຫະນະທີ່ຍັງບໍ່ທັນໄດ້ເສຍພາສີອາກອນແມ່ນໃຫ້ຕື່ນຕົວ ສະໝັກໃຈ ແລະ ຈິງໃຈນຳເອົາເອກະສານມາແຈ້ງຕໍ່ຄະນະກຳມະການຊ່ວຍວຽກຂັ້ນສູນກາງ ແລະ ທ້ອງຖິ່ນ ເພື່ອດຳເນີນການແກ້ໄຂໃຫ້ຖືກຕ້ອງຕາມກົດໝາຍ ຊຶ່ງນັບແຕ່ວັນທີ 20 ຕຸລາ 2021 ຫາ ວັນທີ 20 ມັງກອນ 2022 ຖ້າຫາກມາແຈ້ງຕາມໄລຍະເວລາດັ່ງກ່າວແມ່ນຈະພິຈາລະນາໃຫ້ເສຍພາສີ-ອາກອນຕາມລະບຽບທົ່ວໄປ ແລະ ຈະບໍ່ຖືກປັບໃໝ. 

    ສ່ວນຜູ້ທີ່ຄອບຄອງຍານພາຫະນະປະເພດຕ່າງໆທີ່ນຳເຂົ້າ ແລະ ນຳໃຊ້ບໍ່ຖືກຕ້ອງ ຫາກບໍ່ນຳເອົາເອກະສານ ແລະ ພາຫະນະຕົວຈິງມາແຈ້ງຕໍ່ຄະນະກຳມະການຈັດຕັ້ງປະຕິບັດຊ່ວຍວຽກຂັ້ນສູນກາງ ແລະ ທ້ອງຖິ່ນຕາມກຳນົດເວລາທີ່ກ່າວ ຈະຖືກນຳເດີນການຕາມຂັ້ນຕອນຂອງກົດໝາຍ ແລະ ຖ້າກວດພົບຈະຖືກຢຶດເປັນຊັບສິນຂອງລັດຕາມທີ່ກຳນົດໄວ້ໃນກົດໝາຍ.

# ຂ່າວ & ພາບ :  ໄຊບັນດິດ

error: Content is protected !!