ປົກປ້ອງເດັກນ້ອຍ ຈາກການທໍາຮ້າຍຮ່າງກາຍ

    ພາຍຫຼັງໄດ້ຮັບລາຍງານຈາກປະຊາຊົນບ້ານໂພນສະຫວັນ ເມືອງປາກອູ ແຂວງຫຼວງພະບາງ ກ່ຽວກັບ ລຸງ ທໍາຮ້າຍຮ່າງກາຍ ແລະ ທາລຸນເດັກນ້ອຍ ວັນທີ 4 ພະຈິກ 2021 ທ່ານນາງ ຄໍາສອນ ດວງມະນີ ວິຊາການຈາກພະແນກແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ແຂວງຫຼວງພະບາງ ທ່ານນາງ ເພັດສາຄອນ ຄຸນບຸນເຮືອງ ຫົວໜ້າຫ້ອງການ ຮສສ ເມືອງປາກອູ ທ່ານນາງ ດາວອນ ຜະຜົນໄຊ ຜູ້ອໍານວຍການບ້ານຊ່ວຍເຫຼືອເດັກນ້ອຍ SOS ຫຼວງພະບາງ ແລະ ພາກສ່ວນກ່ຽວຂ້ອງ ກໍໄດ້ລົງພື້ນທີ່ເພື່ອແກ້ໄຂບັນຫາດັ່ງກ່າວ ໂດຍດ່ວນ.

    ໂອກາດນີ້ ທ່ານ ວືເຊັງ ຊົງ ນາຍບ້ານໂພນສະຫວັນ ໃຫ້ສໍາພາດ ວ່າ: ວັນທີ 4 ພະຈິກ 2021 ໄດ້ເກີດເຫດ ລຸງ ຊື່: ໄສ້ເຮີ ອາຍຸ 35 ປີ ອາຊີບຫວ່າງງານ ທໍາຮ້າຍຮ່າງກາຍເດັກນ້ອຍ 2 ຄົນ ຊື່: ນາງ ໄນເຮີ ອາຍຸ 6 ປີ ແລະ ທ້າວ ນໍເພຍເຮີ ອາຍຸ 4 ປີ ຢູ່ບ້ານໂພນສະຫວັນ ທັງ 2 ເປັນຫຼານ ແລະ ໄດ້ມາອາໄສຢູ່ນໍາ ຍ້ອນພໍ່ຊື່: ທ້າວ ຊາເຮີ ອາຍຸ 30 ປີ ອາຊີບຫວ່າງງານໄດ້ຕິດຢາເສບຕິດ ແລະ ລັກເຄື່ອງຂອງປະຊາຊົນ ຈົນຖືກເຈົ້າໜ້າທີ່ກັກຕົວໄປດຳເນີນຄະດີຕາມລະບຽບກົດໝາຍ ສ່ວນແມ່ ຊື່: ນາງ ໃຈຫວ່າ ອາຍຸ 30 ປີ ອາຊີບຫວ່າງງານ ເຊິ່ງຜູ້ກ່ຽວໄດ້ລົບໜີໄປທາງໃດບໍ່ຮູ້ ພ້ອມທັງປະລູກຂອງຕົນໄວ້ນຳລຸງ ຈຶ່ງມີການເຫດການທໍາຮ້າຍຮ່າງກາຍ ທາລຸນເດັກນ້ອຍເປັນປະຈຳ ແລະ ຮຸນແຮງຂຶ້ນເລື້ອຍໆ ເຊິ່ງອົງການຈັດຕັ້ງບ້ານກໍໄດ້ສຶກສາອົບຮົມ ຕັກເຕືອນ ແລະ ເຮັດບົດບັນທຶກຫຼາຍຄັ້ງ ແຕ່ຍັງເກີດເຫດການຄືເກົ່າ ເຊິ່ງຈາກການສອບຖາມລຸງ (ໄສ້ເຮີ) ໄດ້ຮັບສາລະພາບວ່າ: ຕົນໄດ້ກະທຳຄວາມຜິດແທ້ ສາເຫດຍ້ອນເດັກທັງ 2 ບໍ່ແມ່ນລູກຂອງຕົນ ບວກກັບຄວາມທຸກຍາກພາຍໃນຄອບຄົວ ຈຶ່ງໄດ້ລົງມືທຳຮ້າຍເດັກທັງ 2 ເປັນປະຈຳ. 

    ຈາກເຫດການດັ່ງກ່າວທີ່ເກີດຂຶ້ນ ທີມງານປົກປ້ອງເດັກນ້ອຍຂັ້ນແຂວງ ແລະ ເມືອງ ຈຶ່ງໄດ້ສົມທົບກັບອົງການຈັດຕັ້ງບ້ານ ໄດ້ນຳເອົາລຸງ (ໄສ້ເຮີ) ມາສຶກສາອົມຮົມ ແລະ ເຮັດບົດບັນທຶກໄວ້ ພ້ອມທັງໄດ້ຄົ້ນຄວ້າຮ່ວມກັບອົງການຈັດຕັ້ງບ້ານ ໃນນີ້ໄດ້ເປັນເອກະພາບກັນ ຈະນຳເອົາເດັກນ້ອຍທັງ 2 ຄົນ ມອບໃຫ້ໂຄງການຊ່ວຍເຫຼືອເດັກນ້ອຍ SOS ຫຼວງພະບາງ ເປັນຜູ້ຄຸ້ມຄອງ ແລະ ດູແລ ໃນຂັ້ນຕໍ່ໄປ. 

# ຂ່າວ & ພາບ :  ສະບາໄພ

error: Content is protected !!