ອົງການກາແດງລາວ ໄດ້ຮັບເຄື່ອງຊ່ວຍເຫຼືອປ້ອງກັນພະຍາດໂຄວິດ

     ວັນທີ 12 ພະຈິກ 2021 ທີ່ອົງການກາແດງລາວ ໄດ້ມີພິທີມອບ-ຮັບເງິນ ແລະ ຜ້າອັດດັງ-ປາກ ແລະ ເຈວລ້າງມື ຈາກສະຖານທູດສະຫະລັດອາເມຣິກາ ປະຈຳລາວ ມູນຄ່າ 11.100.000 ກີບ ບໍລິສັດເຈແພັກ ອະສັງຫາລິມະຊັບຈຳກັດ ມອບຜ້າອັດປາກ-ດັງ  150 ກ່ອງ ແລະ ເຈວລ້າງມື 100 ກ່ອງ ມູນຄ່າ 5.050.000 ກີບ ເພື່ອປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດວຽກງານຂອງອົງການກາແດງລາວ ໃນວຽກງານຕ້ານພະຍາດໂຄວິດ-19 ໃຫ້ດີຂຶ້ນ  ກ່າວມອບໂດຍ ທ່ານ ປີເຕີ ເຮມ໋ອນ ເອກອັກຄະລັດຖະທູດສະຫະລັດອາເມຣິກາ ປະຈຳ ລາວ ກ່າວຮັບໂດຍ ທ່ານ ພູທອນ ເມືອງປາກ ປະທານອົງການກາແດງລາວ ມີພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

   ໂອກາດນີ້ ທ່ານ ພູທອນ ເມືອງປາກ  ໄດ້ກ່າວສະແດງຄວາມຂອບໃຈຕໍ່ພາກສ່ວນດັ່ງກ່າວ ທີ່ໄດ້ນຳເອົາເຄື່ອງຊ່ວຍເຫຼືອປະກອບສ່ວນເຂົ້າໃນວຽກງານຕ້ານພະຍາດໂຄວິດ-19  ໃນຄັ້ງນີ້ ເຊິ່ງເຄື່ອງຈຳນວນດັ່ງກ່າວ ຈະໄດ້ນຳໄປຊ່ວຍເຫຼືອແຈກຢາຍໃຫ້ຜູ້ປະສົບໄພໂຄວິດ-19 ຢູ່ສູນຈໍາກັດບໍລິເວນ ແລະ ໂຮງໝໍສະໜາມ ທີ່ອົງການກາແດງລາວຮັບຜິດຊອບ ທີ່ມີຄວາມຕ້ອງການເຄື່ອງໃຊ້ ເພາະວ່າປັດຈຸບັນ ອີງໃສ່ສະຖານະການ ກໍຄືຜູ້ຕິດເຊື້ອໂຄວິດ-19 ຢູ່ ສປປ ລາວ ເຮົາແມ່ນມີການເພີ່ມຂຶ້ນເລື້ອຍໆ ແລະ ມີຄວາມຕ້ອງການນຳໃຊ້ງົບປະມານ ແລະ ເຄື່ອງທີ່ຈຳເປັນເຂົ້າໃຊ້ໃນວຽກງານເພື່ອຕ້ານ ແລະ ສະກັດກັ້ນການຕິດເຊື້ອພະຍາດໂຄວິດ-19ໃຫ້ນັບມື້ຫຼຸດລົງ.

# ຂ່າວ & ພາບ :  ລັດເວລາ 

error: Content is protected !!