ຄະນະສະເພາະກິດ ນວ ປັບຍຸດທະສາດໃໝ່ຈາກທ່າຮັບ ມາເປັນທ່າບຸກ ຄົ້ນຫາຜູ້ຕິດເຊື້ອໃຫ້ໄດ້ໄວທີ່ສຸດ

    ທ່ານ ດຣ ຄໍາໃສ ເດດລືໄຊ ຮອງຫົວໜ້າກົມປິ່ນປົວ ແລະ ໜ້າທີການ ກະຊວງສາທາລະນະສຸກໄດ້ລາຍງານໃນວັນທີ 12 ພະຈິກ 2021 ມີບາງຕອນໃຫ້ຮູ້ວ່າ  ໃນຂະນະທີ່ການແຜ່ເຊື້ອໃນນະຄອນຫຼວງວຽງຈັນຍັງບໍ່ມີທ່າອ່ຽງຫຼຸດລົງ ກະຊວງສາທາລະນະສຸກ ແລະ ຄະນະສະເພາະກິດນະຄອນຫຼວງວຽງຈັນ ຮ່ວມກັບບັນດາເມືອງ 9 ເມືອງ ໄດ້ປັບຍຸດທະສາດໃໝ່ ຈາກທ່າຮັບຄົນເຈັບໃນສະຖານບໍລິການ ມາເປັນທ່າບຸກ ເພື່ອຄົ້ນຫາຄົນຕິດເຊື້ອໃຫ້ໄວທີ່ສຸດ ໃນບ້ານແດງໃໝ່ ແລະ ແຍກປິ່ນປົວຜູ້ຕິດເຊື້ອໃຫ້ໄວທີ່ສຸດ ພ້ອມທັງຄົ້ນຫາຜູ້ໄກ້ຊິດ ເພື່ອກັກຕົວ ສະກັດກັ້ນການແຜ່ເຊື້ອ ລວມທັງການຄົ້ນຫາກຸ່ມເປົ້າໝາຍທີ່ຍັງບໍ່ທັນສັກວັກຊິນ ເພື່ອຈະໄດ້ສັກວັກຊິນໄປພ້ອມໃຫ້ໄດ້ 100% ໂດຍການຮ່ວມມືກັບອໍານາດການປົກຄອງຂອງບ້ານນັ້ນ ພ້ອມທັງຄອບຄົວຜູ້ຕິດເຊື້ອ ແລະ ຄອບຄົວອ້ອມຂ້າງທັງໝົດມີສ່ວນຮ່ວມ ເປັນເຈົ້າການປະຕິບັດເພື່ອໃຫ້ບ້ານຂອງຕົນເອງ ຫຼຸດພົ້ນຈາກການເປັນບ້ານແດງຕາມກໍານົດເວລາ ຫຼື ຫຼຸດໄວກວ່ານັ້ນຍິ່ງດີ.

error: Content is protected !!