ທ່ານ ດຣ ຄໍາໃສ ເດດລືໄຊ ຮອງຫົວໜ້າກົມປິ່ນປົວ ແລະ ໜ້າທີການ ກະຊວງສາທາລະນະສຸກ ລາຍງານກ່ຽວກັບສະພາບການລະບາດຂອງພະຍາດ COVID-19 ຢູ່ ສປປ ລາວ ປະຈໍາວັນ ວັນທີ 12 ພະຈິກ ປີ 2021 ໃຫ້ຮູ້ວ່າ: ວັນທີ 11 ພະຈິກ 2021 ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອ COVID-19 ທັງໝົດ 6.729 ຕົວຢ່າງ ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 1.198 ຄົນ (ຕິດເຊື້ອພາຍໃນ ມີ 1.196 ຄົນ ແລະ ຕິດເຊື້ອນໍາເຂົ້າ 2 ຄົນ) ເຊິ່ງຂໍ້ມູນກ່ຽວກັບການຕິດເຊືື້ອພາຍໃນໃໝ່ທັງໝົດ 1.196 ຄົນ ຈາກ 17 ແຂວງ ໃນນັ້ນ ນະຄອນຫຼວງ 579 ຄົນ: ມາຈາກ 162 ບ້ານ ໃນ 8 ເມືອງ ເມືອງຈັນທະບູລີ ມີ 18 ບ້ານ (52 ຄົນ) ສີໂຄດຕະບອງ ມີ 37 ບ້ານ (92 ຄົນ) ໄຊເສດຖາ ມີ 32 ບ້ານ (165 ຄົນ) ສີສັດຕະນາກມີ 14 ບ້ານ (40 ຄົນ) ນາຊາຍທອງ ມີ 8 ບ້ານ (17 ຄົນ) ໄຊທານີ ມີ 31 ບ້ານ (116 ຄົນ) ຫາດຊາຍຟອງ ມີ 18 ບ້ານ (55 ຄົນ) ແລະ ເມືອງປາກງື່ມ ມີ 4 ບ້ານ( 24 ຄົນ).

ສໍາລັບຕ່າງແຂວງປະກອບມີ:
- ຫຼວງພະບາງ ມີ 135 ຄົນ ໃນ 27 ບ້ານ ແລະ 7 ເມືອງ
- ວຽງຈັນ ມີ 85 ຄົນ ໃນ 37 ບ້ານ ແລະ 7 ເມືອງ
- ຫຼວງນ້ຳທາ ມີ 13 ຄົນ ໃນ 9 ບ້ານ ແລະ 2 ເມືອງ
- ຜົ້ງສາລີ ມີ 168 ຄົນ
- ໄຊຍະບູລີ ມີ 53 ຄົນ ໃນ 10 ບ້ານ ແລະ 2 ເມືອງ
- ຈຳປາສັກ ມີ 51 ຄົນ ໃນ 26 ບ້ານ ແລະ 4 ເມືອງ
- ອຸດົມໄຊ ມີ 16 ຄົນ ໃນ 8 ບ້ານ ແລະ 1 ເມືອງ
- ເຊກອງ ມີ 30 ຄົນ ໃນ 12 ບ້ານ ແລະ 2 ເມືອງ
- ບໍລິຄຳໄຊ ມີ 10 ຄົນ ໃນ 5 ບ້ານ ແລະ 3 ເມືອງ
- ຄຳມ່ວນ ມີ 8 ຄົນ ໃນ 5 ບ້ານ ແລະ 3 ເມືອງ
- ສະຫວັນນະເຂດ ມີ 5 ຄົນ ໃນ 4 ບ້ານ ແລະ 2 ເມືອງ
- ບໍ໋ແກ້ວ ມີ 32 ຄົນ ໃນ 10 ບ້ານ ແລະ 2 ເມືອງ
- ສາລະວັນ ມີ 7 ຄົນ ໃນ 3 ບ້ານ ແລະ 2 ເມືອງ
- ຊຽງຂວາງ ມີ 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ
- ອັດຕະປື ມີ 1 ຄົນ ໃນ ບ້ານ ແລະ ເມືອງ
- ຫົວພັນ ມີ 2 ຄົນ ໃນ 2 ບ້ານ ແລະ 1 ເມືອງ.
ມາຮອດວັນທີ 11 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 52.175 ຄົນ ເສຍຊີວິດສະສົມ 94 ຄົນ (ໃໝ່ 1) ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 507 ຄົນ ກໍາລັງປິ່ນປົວ 10.422 ຄົນ ໃນມື້ນີ້ມີຜູ້ເສຍຊີວິດໃໝ່ 1 ຄົນ ເປັນເພດຊາຍ ອາຍຸ 79 ປີ ບ້ານວຽງຄໍາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຜູ້ກ່ຽວມີພະຍາດປະຈໍາຕົວ: ເບົາຫວານ ຄວາມດັນເລືອດສູງ ຫົວໃຈຊຸດໂຊມ ແລະ ເປັນອໍາມະພາດ ລ່ອຍເຄີ່ງຊີກ 4 ປີ ຜ່ານມາບໍ່ໄດ້ຮັບການສັກຢາວັກຊີນກັນໂຄວິດ-19 ວັນທີ 9 ພະຈິກ 2021: ເຂົ້າມາກວດຢູ່ໂຮງໝໍ 103 ດ້ວຍອາການ ໄຂ້ ໄອ ຫາຍໃຈຝຶດ ແລະ ອັກເສບປອດຮຸນແຮງ ພ້ອມທັງເກັບຕົວຢ່າງ ແລະ ຜົນກວດພົບເຊື້ອໂຄວິດ-19 ໄລຍະນອນປີ່ນປົວ ຢູ່ໂຮງໝໍດັ່ງກ່າວ ແມ່ນ 3 ວັນ ແຕ່ວັນທີ 9-11 ພະຈິກ 2021 ມາຮອດເວລາ 16:30 ໂມງ ຂອງວັນທີ 11 ພະຈິກ 2021: ຜູ້ກ່ຽວໄດ້ເສຍຊີວິດ.
# ຂ່າວ & ພາບ : ວຽງມາ