ບຸນພະທາດຫຼວງປີນີ້ ເນັ້ນພິທີທາງສາສະໜາເທົ່ານັ້ນ

    ທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ໃຫ້ສໍາພາດວັນທີ 11 ພະຈິກ 2021 ວ່າ: ອີງໃສ່ແຈ້ງການຂອງລັດຖະບານ ກໍຄືແຈ້ງການຂອງຫ້ອງການສໍານັກງານນາຍົກລັດຖະມົນຕີ ສະບັບເລກທີ 1475/ຫສນຍ ລົງວັນທີ 11 ພະຈິກ 2021 ກ່ຽວກັບການຈັດງານບຸນນະມັດສະການພະທາດຫຼວງວຽງຈັນ ເຊິ່ງໃນແຈ້ງການນີ້ ລັດຖະບານເຫັນດີໃຫ້ທາງອົງການປົກຄອງນະຄອນຫຼວງວຽງຈັນ ຈັດງານບຸນດັ່ງກ່າວໃນກໍານົດ 3 ວັນເທົ່ານັ້ນ (17-19 ພະຈິກ) ເນື່ອງຈາກວ່າສະພາບການແຜ່ລະບາດຂອງພະຍາດໂຄວິດຢູ່ພາຍໃນນະຄອນຫຼວງວຽງຈັນຍັງມີຕົວເລກສູງ ສະນັ້ນ ດ້ວຍຄວາມເປັນຫ່ວງເປັນໄຍຂອງລັດຖະບານ ກໍຄືອົງການປົກຄອງນະຄອນຫຼວງວຽງຈັນ ຈຶ່ງໄດ້ມີການຄົ້ນຄວ້າກ່ຽວກັບແຜນການຈັດງານບຸນປີນີ້ຕ້ອງໃຫ້ມີອັນແຕກຕ່າງ ຮັບປະກັນໄດ້ຄວາມປອດໄພຂອງການແຜ່ລະບາດເຊື້ອພະຍາດໂຄວິດ-19 ດ້ວຍເຫດຜົນທີ່ກ່າວມານັ້ນ ຈຶ່ງໄດ້ຕົກລົງເຫັນດີເປັນເອກະພາບຈັດງານບຸນພະທາດຫຼວງປີນີ້ເນັ້ນໃສ່ເຮັດຕາມຮີດຄອງປະເພນີເທົ່ານັ້ນ  ບໍ່ມີກນຄົບງັນ  ບໍ່ມີງານວາງສະແດງສິນຄ້າ   ບໍ່ມີການໃສ່ບາດຕາມເດີນສະໜາມຫຼວງ ເດີ່ນກົມມະລຽນດ້ານໃນ ແລະ ດ້ານນອກຂອງພະທາດຫຼວງວຽງຈັນ ຄືທຸກປີທີ່ຜ່ານມາ ພ້ອມນັ້ນຍັງມີການຈໍາກັດພະສົງ ແລະ ມວນຊົນເຂົ້າຮ່ວມບໍ່ໃຫ້ເກີນ 50 ຄົນ ແລະ ແຕ່ລະພິທີສໍາຄັນ ຈະໃຊ້ເວລາສັ້ນກະທັດຮັດທີ່ສຸດ. 

    ການຈັດງານບຸນນະມັດສະການພະທາດຫຼວງວຽງຈັນໃນຕະຫຼອດ 3 ວັນ ມີຄື: 

  • ວັນພຸດ ວັນທີ 17 ພະຈິກ ກົງກັບມື້ຂຶ້ນ 13 ຄໍ່າ ເດືອນ 1 ລາວ ເວລາ 16:00 ໂມງ ຈະມີສູດປະລິຕະມູງຄຸນ ຫຼື ສູດເປີດທາດ ໃນນີ້ໄດ້ຈໍາກັດພະສົງ ແລະ ແຂກທີ່ເຂົ້າຮ່ວມ ໃຊ້ເວລາຢູ່ 1 ຊົ່ວໂມງ ຫຼັງຈາກນັ້ນ ຈະໄດ້ປິດປະຕູທາດໄວ້ ແລະ ພະສົງຈະບໍ່ໄດ້ນອນຢູ່ເດີິ່ນດ້ານໃນກົມມະລຽນຄືທູກປີທີ່ຜ່ານມາ 
  • ວັນພະຫັດ ວັນທີ 18 ພະຈິກ ກົງກັບມື້ຂຶ້ນ 14 ຄໍ່າ ເດືອນ 1 ລາວ ເວລາ 14:00 ໂມງ ຈະໄດ້ນໍາເອົາຜາສາດເຜິ້ງຈາກ 4 ເມືອງໃນ ຈໍານວນ 8 ຫຼັງ (ເມືອງລະສອງຫຼັງ) ເຄນໃຫ້ກັບພະສົງເປັນອົນຈົບພິທີ ຈະບໍ່ມີພິທີແຫ່ຄືຜ່ານມາ 
  • ວັນສຸກ ວັນທີ 19 ພະຈິກ ກົງກັບມື້ຂຶ້ນ 15 ຄໍ່າ ເດືອນ 1 ລາວ ຄືທຸກປີທີ່ຜ່ານມາຈະມີພິທີໃສ່ບາດ ແຕ່ສະເພາະປີນີ້ແມ່ນບໍ່ມີພິທີໃສ່ບາດ ມີແຕ່ອະນຸຍາດໃຫ້ວັດທີ່ຢູ່ໃນຂອບເຂດສະໜາມຫຼວງຄື: ວັດທາດຫຼວງເໜືອ ແລະ ວັດທາດຫຼວງໃຕ້ ເປີດບາດຮັບເອົາຍາດໂຍມທີ່ຢູ່ບ້ານໃກ້ມາໃສ່ແລ້ວກໍ່ໃຫ້ກັບ ບໍ່ໃຫ້ນັ່ງຟັງທໍາມະເທສະໜາ ໝາຍຄວາມວ່າມາໃສ່ບາດແລ້ວໃຫ້ກັບບ້ານເລີຍ ແລະ ໃນຕອນບ່າຍມື້ດຽວກັນ ແມ່ນບໍ່ມີພິທີແຫ່ຄີ ແລະ ຕີຄີ ແຕ່ຈະມີພິທີຄອບໄຂວ່ລູກຄື ຖືວ່າເປັນອັນຈົບ ຕອນຄໍ່າເວລາ 19:00 ໂມງ ຈະມີພິທີວຽນທຽນ ໃນນີ້ໄດ້ກໍານົດພະສົງ ແລະ ແຂກຖືກເຊີນເຂົ້່າຮ່ວມບໍ່ເກີນ 50 ຄົນເທົ່ານັ້ນ ຈະໄດ້ມີການປິດປະຕູບໍ່ອະນຸຍາດໃຫ້ເຂົ້າ ແລະ ເວລາ 21:00 ໂມງ ຈະມີພິທີຈຸດບັ້ງໄຟບູຊາພະທາດຫຼວງວຽງຈັນ ແລ້ວຖືວ່າເປັນອັນຈົບພິທີ.

.

# ຂ່າວ & ພາບ :  ຂັນທະວີ

error: Content is protected !!