ເຊັນສັນຍາສົ່ງເສີມ ອໍານວຍຄວາມສະດວກດ້ານພາສີ-ອາກອນ

    ພິທີເຊັນສັນຍາ ການຈັດຕັ້ັງປະຕິບັດວຽກງານຄຸ້ມຄອງ ຊຸກຍູ້ສົ່ງເສີມ ແລະ ອໍານວຍຄວາມສະດວກດ້ານພາສີ-ອາກອນ ແກ່ຫົວໜ່ວຍທຸລະກິດນໍາເຂົ້າ-ສົ່ງອອກສິນຄ້າ ແລະ ເຄື່ອງຂອງ ລະຫວ່າງກະຊວງການເງິນກັບ ບໍລິສັດສຸວັນນີໂຮມເຊັນເຕີ ມະຫາຊົນ ບໍລິສັດ ໂຕໂຢຕ້າລາວ ຈໍາກັດ ແລະ ບໍລິສັດ ຊີເອສຊີ ນະຄອນຫຼວງວຽງຈັນ ຈັດຂຶ້ນວັນທີ 10 ພະຈິກ 2021 ທີ່ກະຊວງການເງິນ ໂດຍການລົງນາມຂອງທ່ານ ບຸນເຫຼືອ ສິນວໍຣະວົງ ຮອງລັດຖະມົນຕີກະຊວງການເງິນ ກັບ ທ່ານ ວັດດານາ ສຸຄະບັນດິດ ປະທານບໍລິສັດ ສຸວັນນີໂຮມເຊັນເຕີ ມະຫາຊົນ ທ່ານ ມາຊະອະກິ ຄາວາບາຕະ ຜູ້ອໍານວຍການໃຫຍ່ບໍລິສັດ ໂຕໂຢຕ້າລາວ ຈໍາກັດ ແລະ ທ່ານ ວິໄລພອນ ຣາຊຈັກ ຜູ້ອໍານວຍການໃຫຍ່ບໍລິສັດ ຊີເອສຊີ ນະຄອນຫຼວງວຽງຈັນ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ສາຍມະໂນລິນ ສິນບັນດິດ ຮອງຫົວໜ້າກົມພາສີ ກະຊວງການເງິນ ໄດ້ລາຍງານໂດຍສັງເຂບກ່ຽວກັບການຈັດຕັ້ງປະຕິບັດວຽກງານຄຸ້ມຄອງ ຊຸກຍູ້ສົ່ງເສີມ ແລະ ອຳນວຍຄວາມສະດວກພາສີ-ອາກອນ ຕໍ່ຫົວໜ່ວຍທຸລະກິດນຳເຂົ້າ-ສົ່ງອອກສິນຄ້າ ແລະ ເຄື່ອງຂອງວ່າ: ອີງຕາມຄຳແນະນໍາຂອງກະຊວງການເງິນ ສະບັບເລກທີ 4490/ກງ ລົງວັນທີ 14 ກັນຍາ 2021 ເຊິ່ງໃນປັດຈຸບັນ ລັດຖະບານ ກໍຄືກະຊວງການເງິນ ກໍາລັງຂຸ້ນຂ້ຽວຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ ການຈັດຕັ້ງຜັນຂະຫຍາຍຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 18/ນຍ ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ ສ້າງທ່າຫັນປ່ຽນໃໝ່ ໃນການຈັດເກັບລາຍຮັບໃນກຸ່ມປະເທດສິນຄ້າ ເຄື່ອງຂອງນໍາເຂົ້າ ເປັນຕົ້ນ: ເຄື່ອງໃຊ້ໄຟຟ້າ ເຄື່ອງອຸປະໂພກ-ບໍລິໂພກ ສິນຄ້າຟຸມເຟືອຍ ລວມໄປເຖິງ ໃຫ້ສາມາດຄຸ້ມຄອງບັນດາຮ້ານມິນິມາກ ສາຂາຈຳໜ່າຍ ແລະ ອື່ນໆ.

    ສະນັ້ນ ກະຊວງການເງິນໄດ້ມີການປຶກສາຫາລື ຄົ້ນຄວ້າກົນໄກການຄຸ້ມຄອງ ອຳນວຍຄວາມສະດວກພາສີ-ອາກອນ ການຄ້າ ການລົງທຶນໃຫ້ຫົວໜ່ວຍທຸລະກິດນຳເຂົ້າ-ສົ່ງອອກສິນຄ້າ ແລະ ເຄື່ອງຂອງຜ່ານດ່ານຊາຍແດນ ເພື່ອເປັນການສົ່ງເສີມການດຳເນີນທຸລະກິດ ເພີ່ມຄວາມອາດສາມາດດ້ານລາຄາຂາຍສິນຄ້າໄດ້ຖືກລົງ ສົ່ງເສີມຜູ້ປະຕິບັດພັນທະໃຫ້ຖືກຕ້ອງ ການຄຸ້ມຄອງເກັບລາຍຮັບຂອງຂະແໜງສ່ວຍສາອາກອນ ຈະມີປະສິດທິຜົນ ຖືກຕ້ອງຕາມຕົວຈິງຂອງການຊົມໃຊ້ສິນຄ້າໃນສັງຄົມ ແລະ ສ້າງຄວາມສະດວກສະບາຍໃນການຊໍາລະອາກອນຂອງຫົວໜ່ວຍທຸລະກິດຜ່ານລະບົບ TaxRIS ນໍາອີກ.

    ສໍາລັບບໍລິສັດທີ່ເຂົ້າຮ່ວມ ຕ້ອງປະກອບເງື່ອນໄຂ ແລະ ມາດຖານຄົບຖ້ວນ ຕາມຄໍາແນະນໍາຂອງກະຊວງການເງິນ ສະບັບເລກທີ 4490/ກງ ລົງວັນທີ 14 ກັນຍາ 2021 ໂດຍຈະໄດ້ຮັບການອຳນວຍຄວາມສະດວກຈາກລັດຖະການພາສີ ໃນການດໍາເນີນການກວດກາສິນຄ້າ ການຮັບຮອງເອກະສານ ການແຈ້ງພາສີລ່ວງໜ້າຕາມລະບຽບການເຊັ່ນ: ການກວດກາຂໍ້ມູນ ເອກະສານແຈ້ງພາສີ ການກວດກາສິນຄ້າເຄື່ອງຂອງຕົວຈິງຢູ່ດ່ານພາສີສາກົນ ການກວດກາສິນຄ້າເຄື່ອງຂອງລົງສາງຂອງບໍລິສັດ ການອຳນວຍຄວາມສະດວກນອກໂມງລັດຖະການ ແລະ ສ້າງຜູ້ປະກອບການຕົວແບບ ເພື່ອພິຈາລະນາເຂົ້າເປັນຜູ້ປະກອບການມາດຕະຖານ AEO (Authorized Economic Operator) ນໍາອີກດ້ວຍ.

..# ຂ່າວ – ພາບ :  ຂັນທະວີ

error: Content is protected !!