ບຸນທາດຫຼວງປີນີ້ ຈະຈັດຂຶ້ນໃນ 3 ມື້

    ກອງປະຊຸມປຶກສາຫາລືກ່ຽວກັບການຈັດງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2021 ຈັດຂຶ້ນວັນທີ 11 ພະຈິກ 2021 ທີ່ຫ້ອງວ່າການນະຄອນຫຼວງວຽງຈັນ ເປັນປະທານຂອງທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງນະຄອນຫຼວງວຽງຈັນ ມີພະເຖລານຸເຖລະ ພະແນກຖະແຫຼງຂ່າວ ວັດທະນະທໍາ ແລະ ທ່ອງທ່ຽວ ນະຄອນຫຼວງວຽງຈັນ ແນວລາວສ້າງຊາດນະຄອນຫຼວງວຽງຈັນ ເຈົ້າເມືອງໄຊເສດຖາ ແລະ ໜ່ວຍງານກ່ຽວຂ້ອງເຂົ້າຮ່ວມ.

    ການຈັດກອງປະຊຸມຄັ້ງນີ້ ໄດ້ປຶກສາຫາລືກ່ຽວກັບການຈັດງານບຸນນະມັດສະການພະທາດຫຼວງວຽງຈັນ ເຊິ່ງປີນີ້ ການຈັດງານບຸນແມ່ນແຕກຕ່າງຈາກປີທີ່ຜ່ານມາ ເນື່ອງຈາກສະພາບການແຜ່ລະບາດພະຍາດໂຄວິດ-19 ສະນັ້ນ ການຈັດງານບຸນຈະເນັ້ນໃສ່ພິທີທາງສາະສໜາເປັນຫຼັກ ເພື່ອເປັນການຮັກສາວັດທະນະທໍາ ແລະ ຮີດຄອງປະເພນີຂອງຊາວລາວ ກໍຄືຊາວນະຄອນຫຼວງວຽງຈັນທີ່ເຄີຍປະຕິບັດກັນມາໃຫ້ມີຄວາມຍືນຍົງ.

    ໂອກາດນີ້ ຄະນະຮັບຜິດຊອບການຈັດງານບຸນນະມັດສະການພະທາດຫຼວງວຽງຈັນ ປະຈໍາປີ 2021 ໂດຍທ່ານ ຖະໜອມ ທໍາທອງ ປະທານແນວລາວສ້າງຊາດນະຄອນຫຼວງວຽງຈັນ ໄດ້ຖະແຫຼງຂ່າວໃຫ້ຮູ້ວ່າ: ການຈັດງານບຸນພະທາດຫຼວງປີນີ້ ຈະຈັດເປັນເວລາ 3 ວັນ ນັບແຕ່ວັນທີ 17-19 ພະຈິກ 2021 ໂດຍແມ່ນທາງຄະນະຮັບຜິດຊອບຈັດງານ ຈະເປັນຕົວແທນໃຫ້ປະຊາຊົນໃນການເຮັດພິທີທາງສາສະໜາຕ່າງໆ ແລະ ກາບໄຫ້ວພະທາດຫຼວງ ແລະ ບໍ່ອະນຸຍາດໃຫ້ມວນຊົນເຂົ້າມາຮ່ວມໃນງານ ເພື່ອຮັກສາມາດຕະການປ້ອງກັນພະຍາດໂຄວິດ 19 ເຊິ່ງຮູບແບບການຈັດງານ ຈະເນັ້ນໃສ່ພິທີທາງສາສະໜາເປັນຫຼັກເທົ່ານັ້ນ ເດັດຂາດບໍ່ມີງານວາງວະແດງ ແລະ ຂາຍສິນຄ້າປະເພດຕ່າງໆໃນບໍລິເວນດ້ານໃນ ແລະ ດ້ານນອກສະໜາມຫຼວງຢ່າງເດັດຂາດ ໃນນີ້ ຈະມີໜ່ວຍງານຄະນະສະເພາະກິດຂັ້ນເມືອງ ແລະ ເຈົ້າໜ້າທີ່ປະຈໍາເວນຍາມຕະຫຼອດເວລາ.

..# ຂ່າວ – ພາບ :  ຂັນທະວີ

error: Content is protected !!