ສສຊ ຫຼາຍທ່ານ ສຸມໃສ່ປະກອບຄໍາເຫັນຕໍ່ຮ່າງກົດໝາຍວ່າດ້ວຍໂທລະຄົມມະນາຄົມ

    ກົດໝາຍວ່າດ້ວຍໂທລະຄົມມະນາຄົມ ເປັນນິຕິກຳເພື່ອກຳນົດຫຼັກການ ລະບຽບການ ມາດຕະການກ່ຽວກັບການຄຸ້ມຄອງ ແລະ ຕິດຕາມກວດກາວຽກງານໂທລະຄົມມະນາຄົມ ເພື່ອເຮັດໃຫ້ວຽກງານດັ່ງກ່າວມີຄຸນນະພາບ ທົ່ວເຖິງ ມີຄວາມສະດວກ ຍຸຕິທຳ ພັດທະນາຕໍ່ເນື່ອງ ແລະ ຫັນເປັນທັນສະໄໝແນໃສ່ຮັບປະກັນຄວາມໝັ້ນຄົງ ຄວາມປອດໄພຂອງຊາດ ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມຂອງຊາດ ກົດໝາຍດັ່ງກ່າວ ໄດ້ຖືກຮັບຮອງ ແລະ ປະກາດໃຊ້ມາໄດ້ 10 ປີແລ້ວ ປັດຈຸບັນໄດ້ເລີ່ມເຂົ້າສູ່ຍຸກເສດຖະກິດ-ສັງຄົມດີຈີຕອນ ສະພາບການພັດທະນາເຕັກໂນໂລຊີຂອງໂລກມີການຂະຫຍາຍຕົວຢ່າງວ່ອງໄວ ດັ່ງນັ້ນ ມັນມີຄວາມຈຳເປັນຕ້ອງໄດ້ປັບປຸງຮ່າງກົດໝາຍດັ່ງກ່າວ.

    ທ່ານ ນາງ ເກສອນ ແສງຍະວົງ ສະມາຊິກສະພາແຫ່ງຊາດ ປະຈຳເຂດເລືອກຕັ້ງທີ 3 ແຂວງຫຼວງນໍ້າທາ ໄດ້ສະເໜີແລກປ່ຽນບາງມາດຕາຂອງກົດໝາຍ ເພາະກົດໝາຍສະບັບນີ້ ເປັນກົດໝາຍສະບັບເກົ່ານໍາມາປັບປຸງເມື່ອສົມທຽບໃສ່ບັນດາກົດໝາຍອື່ນ ກວມເຖິງ 8 ສະບັບ ນອນຢູ່ໃນມາດຕາ 10 11 14 16 17 19 41 57 ສະເພາະມາດຕາ 29 ໄດ້ກຳນົດໃນເງື່ອນໄຂດຳເນີນທຸລະກິດດັ່ງກ່າວໄວ້ທັງໝົດ 7 ລາຍການ ແຕ່ສິ່ງທີ່ບໍ່ປາກົດເຫັນ ເອີ້ນວ່າຜູ້ຈະມາປະກອບການແມ່ນເຮົາເລີ່ມລະດັບໃດ ໃນມາດຕາ 32 ອາຍຸໃບອະນຸຍາດ ສຳລັບອາຍຸໃບອະນຸຍາດການດຳເນີນທຸລະກິດດ້ານໂທລະຄົມມະນາຄົມ ມີອາຍຸ 1 ປີ ສາມາດຕໍ່ໄດ້ ແລະ ສຳລັບໃບອະນຸຍາດ ພັດນອນຢູ່ໃນມາດຕາທີ 30 ແລ້ວ ສະນັ້ນ ມາດຕາ 30 32 ອາດຈະຊ້ຳກັນ  ສະເໜີໃຫ້ຄະນະກະກຽມຊີ້ແຈງຄືນ.

    ທ່ານ ອຳໄພ ຈິດມານົນ ສສຊ ເຂດເລືອກຕັ້ງ 15 ແຂວງຈຳປາສັກ ມີຄໍາເຫັນຕໍ່ກັບເນື້ອໃນບາງມາດຕາເຊັ່ນ ການຂຽນຂອງກົດໝາຍສະບັບນີ້ ຢາກໃຫ້ເນື້ອໃນສອດຄ່ອງກັບຊື່ຂອງກົດໝາຍ ເພື່ອໃຫ້ຜູ້ອ່ານເຂົ້າໃຈງ່າຍ ຕໍ່ກັບເນື້ອໃນ ເຫັນວ່າເນື້ອໃນຂອງກົດໝາຍມີຄວາມຮັດກຸມ ສາມາດຈັດຕັ້ງປະຕິບັດໄດ້ໂດຍເຍືອງໃສ່ຈຸດປະສົງ ມັນຈະໄປຊຸກຍູ້ສົ່ງເສີມການຈັດຕັ້ງປະຕິບັດນະໂຍາບຍສົ່ງເສີມຂອງລັດຖະບານ ການຈະຂະຫຍາຍເຄືອຂ່າຍຂອງລະບົບໂທລະຄົມມະນາຄົມໃຫ້ທົ່ວເຖິງໄປສູ່ເຂດຫ່າງໄກສອກຫຼີກ ປະຊາຊົນໄດ້ຊົມໃຊ້ຢ່າງທົ່ວເຖິງ ໃນມາດຕາ 5 ຂໍສະເໜີສັບຊ້ອນບາງຫົວຂໍ້ ຂໍ້ທີ 7 ແລະ ຂໍ້ທີ 4 ເພື່ອໃຫ້ເປັນລະບົບດຽວກັນ ໃນມາດຕາ 11 14 ການຂຶ້ນທະບຽນເລກໝາຍອິນເຕີເນັດ ຈິດໃຈສຳຄັນຂອງມາດຕານີ້ ບໍ່ຄວນກຳນົດໃນລະບຽບການຕ່າງຫາກ ຄວນຈະຂຽນລົງໂລດ ມາດຕາ 17 ມາດຕາ 20 ແລະ ມາດຕາ 21 ຄວນຂຽນໃຫ້ສັ້ນລົງເພື່ອໃຫ້ເຂົ້າໃຈງ່າຍ.

    ທ່ານ ທະນົງສິດ ເມືອງຈັນ ສສຊ ເຂດ 1 ນະຄອນຫຼວງ ໄດ້ມີຄຳເຫັນແລກປ່ຽນຕໍ່ມາດຕາທີ 17 ກ່ຽວກັບມາດຖານເຕັກນິກ ຄວນກຳນົດເປັນມາດຕະຖານເລີຍ ມາດຕາ 22 ກ່ຽວກັບການຕິດຕັ້ງ ແລະ ການນຳໃຊ້ອຸປະກອນຄື: ການຕິດຕັ້ງອຸປະກອນໂທລະຄົມອື່ນໆ ຕ້ອງໄດ້ຮັບການອະນຸຍາດຈາກຂະແໜງການກ່ຽວຂ້ອງ ຖ້າຫາກກົດໝາຍດັ່ງກ່າວນີ້ລະບຸອອກມາລະອຽດ ພວກເຮົາຈະປະຕິບັດໄດ້ງ່າຍ ສ່ວນຂໍ້ 4 ໃນມາດຕາທີ 26 ກ່ຽວກັບການບໍລິການອິນເຕີເນັດ ໃນໄລຍະຜ່ານມາໄດ້ເກີດມີສະພາບປາກົດການຫຍໍ້ທໍ້ເຊັ່ນ ການດຳເນີນທຸລະກິດເກມອອນລາຍ ຮ້ານພະນັນອອນລາຍ ເກີດມີການມົ້ວສຸມ ປັດຈຸບັນໄດ້ແກ້ໄຂໄດ້ສ່ວນໜຶ່ງ ຍ້ອນມີແຈ້ງການຂອງສຳນັກງານນາຍົກ ແລະ ນະຄອນຫຼວງວຽງຈັນ ເຮັດໃຫ້ມີຄວາມສະຫງົບ ແຕ່ປັດຈຸບັນ ເພີ່ນໄດ້ຫັນປ່ຽນຜ່ານສື່ອອນລາຍ ສ້າງເປັນເຟສໃດໜຶ່ງຂຶ້ນມາ ເພື່ອຊັກຊວນຊາວໜຸ່ມເຂົ້າໄປສະໝັກເພື່ອຫຼິ້ນອິນເຕີເນັດ ໂດຍສະເພາະ ແຈກໂປຣໂມຊັນຕ່າງໆ ຕໍ່ບັນຫາດັ່ງກ່າວ ຢາກໃຫ້ທົບທວນຄືນ ຖ້າບໍ່ໃຫ້ມີຊິໄດ້ບໍ່ ຕໍ່ມາດຕາ 46 ກ່ຽວກັບການຄຸ້ມຄອງ ຢາກໃຫ້ເພີ່ມພາກສ່ວນກ່ຽວຂ້ອງໂດຍສະເພາະ ຍທຂ ແລະ ພາກສ່ວນໄຟຟ້າທີ່ມີສ່ວນຮ່ວມໃນການຄຸ້ມຄອງຕື່ມອີກ.

..# ຂ່າວ – ພາບ :  ບຸນມີ

error: Content is protected !!