ກະຊວງຍຸຕິທຳ ສະເໜີຮ່າງກົດໝາຍວ່າດ້ວຍການສ້າງນິຕິກຳ (ສະບັບປັບປຸງ)

    ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕອນບ່າຍວັນທີ 11 ພະຈິກ 2021 ຢູ່ຫໍປະຊຸມສະພາແຫ່ງຊາດ ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ສືບຕໍ່ປະກອບຄໍາເຫັນໃສ່ຮ່າງກົດໝາຍວ່າດ້ວຍການສ້າງນິຕິກຳ (ສະບັບປັບປຸງ) ເປັນທານຂອງທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ມີທ່ານ ໄພວີ ສີບົວລິພາ ລັດຖະມົນຕີກະຊວງຍຸຕິທຳ ພ້ອມ ສສຊ ຈາກເຂດເລືອກຕັ້ງປະເທດເຂົ້າຮ່ວມ.

    ທ່ານລັດຖະມົນຕີກະຊວງຍຸຕິທຳ ກ່າວວ່າ: ກົດໝາຍວ່າດ້ວຍການສ້າງນິຕິກຳ ເປັນກົດໝາຍສະບັບໜຶ່ງທີ່ມີຄວາມສຳຄັນຕໍ່ວຽກງານສ້າງ ແລະ ປັບປຸງນິຕິກຳຂອງ ສປປ ລາວ ເນື່ອງຈາກວ່າໄດ້ກຳນົດຫຼັກການ ລະບຽບການ ແລະ ຂັ້ນຕອນຂອງການສ້າງ ແລະ ປັບປຸງນິຕິກຳ ເຊິ່ງມາຮອດປັດຈຸບັນ ໄດ້ເຮັດໃຫ້ການສ້າງ ແລະ ປັບປຸງນິຕິກຳມີຄວາມກ້າວໜ້າ ແລະ ມີການພັດທະນາຫຼາຍພໍສົມຄວນ ສາມາດຜັນຂະຫຍາຍແນວທາງນະໂຍບາຍຂອງພັກໃນແຕ່ລະໄລຍະ ມາເປັນກົດໝາຍ ແລະ ນິຕິກຳໃຕ້ກົດໝາຍໄດ້ດີ ພໍສົມຄວນ ຫັນບັນດາສົນທິສັນຍາທີ່ ສປປ ລາວ ເປັນພາຄີ ມາເປັນກົດໝາຍພາຍໃນໄດ້ຢ່າງມີປະສິທິຜົນ ເຮັດໃຫ້ການສ້າງ ແລະ ປັບປຸງກົດໝາຍ ແລະ ນິຕິກຳໃຕ້ກົດໝາຍ ດຳເນີນໄປຕາມລະບຽບການ ກົນໄກ ແລະ ຂັ້ນຕອນການສ້າງນິຕິກຳ ນັບແຕ່ປີ 2013 ຈົນມາຮອດປັດຈຸບັນ ສປປ ລາວ ໄດ້ປັບປຸງລັດຖະທຳ ມະນູນ 1 ຄັ້ງ ສ້າງ ແລະ ປັບປຸງກົດໝາຍລວມທັງໝົດເກືອບ 100 ສະບັບ ແລະ ນິຕິກຳໃຕ້ກົດໝາຍ ທັງນິຕິກຳຂັ້ນສູນກາງ ແລະ ນິຕິກຳຂັ້ນທ້ອງຖິ່ນຈຳນວນຫຼາຍ.

    ກະຊວງຍຸຕິທຳ ໄດ້ສະເໜີຮ່າງກົດໝາຍສະບັບປັບປຸງເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນ ຂອງລັດຖະບານ ປະຈຳເດືອນກຸມພາ  2020  ແລະ ກອງປະຊຸມລັດຖະບານ ກໍໄດ້ເຫັນດີສະເໜີຮ່າງກົດໝາຍສະບັບປັບປຸງນີ້ ຕໍ່ສະພາແຫ່ງຊາດ ອີງຕາມແຜນການແລ້ວ ຮ່າງກົດໝາຍວ່າດ້ວຍການສ້າງນິຕິກຳ(ສະບັບປັບປຸງ) ນີ້ ມີແຜນຈະນໍາເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນເທື່ອທີ 9 ຂອງສະພາແຫ່ງ ຊາດ ຊຸດທີ VIII ໃນປີ 2020 ແຕ່ເນື່ອງຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຈຶ່ງໄດ້ຖືກເລື່ອນ ນຳມາເຂົ້າພິຈາລະນາໃນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນຄັ້ງນີ້. ສຳລັບໂຄງປະກອບຂອງຮ່າງກົດໝາຍວ່າດ້ວຍການສ້າງນິຕິກຳ ໂດຍພື້ນຖານ ຍັງຮັກສາຕາມໂຄງປະ ກອບຂອງກົດໝາຍສະບັບປັດຈຸບັນ ເຊິ່ງຮ່າງກົດໝາຍສະບັບນີ້ ມີທັງໝົດ 9 ພາກ 16 ໝວດ 128 ມາດ ຕາ ຖ້າທຽບໃສ່ກົດໝາຍສະບັບປັດຈຸບັນ ທີ່ມີ 7 ພາກ 12 ໝວດ 92 ມາດຕາ ໄດ້ເພີ່ມເຂົ້າຕື່ມ 2 ພາກ 5 ໝວດ 43 ມາດຕາ ແລະ ໄດ້ປັບປຸງ 44 ມາດຕາ.

..# ຂ່າວ – ພາບ :  ຊິລິການດາ

error: Content is protected !!