ນາຊາຍທອງ ເປີດຂະບວນສັກຢາກັນພະຍາດສັດລ້ຽງ ໃຫ້ປະຊາຊົນບ້ານແສນດິນ

    ຫ້ອງການກະສິກໍາ ແລະ ປ່າໄມ້ ເມືອງນາຊາຍທອງ ສົມທົບກັບອໍານາດການປົກຄອງບ້ານແສນດິນ ເປີດຂະບວນການສັກຢາກັນພະຍາດໃຫ້ສັດລ້ຽງ ເພື່ອເປັນການສະເຫຼີມສະຫຼອງວັນສັກຢາກັນພະຍາດສັດແຫ່ງຊາດ 11 ພະຈິກ ປະຈໍາປີ 2021 ຂຶ້ນວັນທີ 11 ພະຈິກ 2021 ທີ່ໂຮງຮຽນປຖົມສົມບູນບ້ານແສນດິນ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ຫຼ້າສາຍ ນວນທະສິງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ ນະຄອນຫຼວງວຽງຈັນ ທ່ານ ພູວອນ ພົງລາດແກ້ວ ຮອງເຈົ້າເມືອງ ຜູ້ຊີ້ນໍາວຽກງານເສດຖະກິດ-ສັງຄົມ ເມືອງນາຊາຍທອງ ພ້ອມດ້ວຍຫົວໜ້າຫ້ອງການ ຂະແໜງການກ່ຽວຂ້ອງ ແລະ ອໍານາດການປົກຄອງບ້ານ ຕະຫຼອດຮອດເຈົ້າຂອງສັດລ້ຽງ.

    ການສັກຢາກັນພະຍາດໃຫ້ສັດລ້ຽງນີ້ ແມ່ນໄດ້ຈັດຂຶ້ນທຸກໆປີ ເພື່ອສ້າງສະຕິ ປູກຈິດສໍານຶກ ເປັນການປຸກລະດົມແນວຄິດປະຊາຊົນໃຫ້ມີຄວາມຮູ້ ຫັນມາເອົາໃຈໃສ່ການສັກຢາປ້ອງກັນພະຍາດສັດ ແລະ ຮັກສາສຸຂະພາບສັດໃຫ້ຫຼາຍຂຶ້ນ ເຮັດໃຫ້ການສັກຢາກັນພະຍາດສັດ ເປັນປະເພນີປະຕິບັດເປັນຂະບວນການ ເພື່ອຫຼຸດຜ່ອນຄວາມສ່ຽງການຕິດເຊື້ອພະຍາດສັດກັບສັດ ຫຼື ຕິດຕໍ່ໃສ່ຄົນ ແລະ ການຕາຍຂອງສັດຢ່າງສິ້ນເຊີງ ຮັບປະກັນໃຫ້ສັດມີການຂະຫຍາຍຕົວທາງດ້ານປະລິມານ ແລະ ຄຸນນະພາບ. ສະເພາະປີ 2021 ນີ້ ສະຖິຕິສັກຢາກັນພະຍາດສັດທົ່ວເມືອງນາຊາຍທອງມີ: ຄວາຍ 2.092 ໂຕ ງົວ 12.785 ໂຕ ແບ້ 1.965 ໂຕ ໝູ 1.455 ໂຕ ສັດປີກ 162.459 ໂຕ ໝາ 11.731 ໂຕ ແລະ ແມວ 7.943 ໂຕ ແລະ ສະຖິຕິສັກຢາກັນພະຍາດສັດຢູ່ບ້ານແສນດິນ ມີ: ງົວ 958 ໂຕ ຄວາຍ 190 ໂຕ ແບ້ 197 ໂຕ ສັກຢາກັນພະຍາດວໍ້ໝາໄດ້ 187 ໂຕ ແມວ 94 ໂຕ ສັກຢາກັນພະຍາດອະຫີວາໝູ 58 ໂຕ ສັດປີກ 5.514 ໂຕ.

    ສໍາລັບໃນພິທີສັກຢາໃນຄັ້ງນີ້ ມີປະຊາຊົນນໍາເອົາສັດລ້ຽງມາຮັບການສັກຢາກັນພະຍາດທັງໝົດ 7.198 ໂຕ ໃນນັ້ນ ສັກຢາກັນພະຍາດເຕົ້າໂຮມເລືອດງົວ 266 ໂຕ ກັນພະຍາດວໍ້ໝາ 30 ໂຕ ອະຫິວາໝູ 50 ໂຕ ສັດປີກ 500 ໂຕ ໃນໂອກາດດັ່ງກ່າວ ຫ້ອງການກະສິກໍາ ແລະ ປ່າໄມ້ເມືອງນາຊາຍທອງ ໄດ້ມອບເຄື່ອງອຸປະກອນການແພດ ແລະ ປຶ້ມຄູ່ມືຂອງສັດຕະວາແພດ ໃຫ້ສັດຕະວະແພດບ້ານ ເພື່ອສືບຕໍ່ສັກຢາກັນພະຍາດໃຫ້ສັດຢູ່ພາຍໃນບ້ານທົ່ວເຖິງ.

error: Content is protected !!