ຫຼຸດຜ່ອນການນຳໃຊ້ປລາສຕິກທີ່ນຳໃຊ້ເທື່ອດຽວ

     ວັນທີ 10 ພະຈິກ 2021 ກົມສິ່ງແວດລ້ອມ ກະຊວງຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ (ກຊສ) ຮ່ວມກັບອົງການສະຫະປະຊາຊາດເພື່ອການພັດທະນາ ປະຈໍາ ສປປ ລາວ (UNDP in Lao PDR) ຈັດກອງປະຊຸມສຳມະນາແບບອອນລາຍ ພາຍໃຕ້ຫົວຂໍ້ “ການຫຼຸດຜ່ອນການນໍາໃຊ້ປລາສຕິກທີ່ນໍາໃຊ້ເທື່ອດຽວ ເປັນປະທານຮ່ວມ ຂອງທ່ານ ອໍລະຫັນ ບຸນຍະພາລົມ ຮອງຫົວໜ້າກົມສິ່ງແວດລ້ອມ ແລະ ທ່ານ ນາງ ຣິຄາດາ ຣີເກີ ຜູ້ຕາງໜ້າອົງການ UNDP ປະຈຳ ສປປ ລາວ ມີ ຕາງໜ້າຈາກກົມ ແລະ ສະຖາບັນຂອງ ກສຊ ເຂົ້າຮ່ວມ.

    ກອງປະຊຸມດັ່ງກ່າວ ໄດ້ຈັດຂຶ້ນເພື່ອແນໃສ່ໃນການຫຼຸດຜ່ອນການນຳໃຊ້ປລາສຕິກທີ່ນຳໃຊ້ເທື່ອດຽວ ທັງເປັນກິດຈະກຳໜຶ່ງໃນການສະເຫຼີມສະຫຼອງວັນສິ່ງແວດລ້ອມແຫ່ງຊາດ ແລະ ວັນສິ່ງແວດລ້ອມໂລກ 2021 ເພື່ອແນໃສ່ໃຫ້ແກ່ບັນດາຫ້ອງການ ກົມ ແລະ ສະຖາບັນພາຍໃນ ກຊສ ຮັບຮູ້ ແລະ ເຂົ້າໃຈກ່ຽວກັບການຄຸ້ມຄອງສິ່ງເສດເຫຼືອທີ່ເປັນປະໂຫຍດ ໂດຍສະເພາະ ໄດ້ຮັບຟັງການນຳສະເໜີສະພາບລວມ ແລະ ບັນຫາປະເພດຂີ້ເຫຍື້ອ ການຫຼຸດຜ່ອນນຳໃຊ້ຂີ້ເຫຍື້ອປລາສຕິກ ວຽກງານດ້ານບໍລິການສິ່ງເສດເຫຼືອ ແລະ ການນຳສະເໜີຜົນຈາກການເຮັດບົດສຳຫຼວດການນໍາໃຊ້ປລາສຕິກໃນກອງປະຊຸມ ແລະ ການສ້າງຈິດສຳນຶກດ້ານສິ່ງແວດລ້ອມ ແລະ ການຈັດກອງປະຊຸມໃນຄັ້ງນີ້ ຍັງຢູ່ໃນໄລຍະຂອງກອງປະຊຸມລັດພາຄີວ່າດ້ວຍການປ່ຽນແປງດິນຟ້າອາກາດ ຂອງອົງການສະຫະປະຊາຊາດ ຫຼື COP26 ເຊິ່ ທ່ານ ນາງ ຣິຄາດາ ໄດ້ຍົກໃຫ້ເຫັນບັນຫາສຳຄັນທີ່ແຕ່ລະປະເທດຍົກມາປືກສາຫາລືກັນ ລວມເຖິງການກ່ຽວພັນກັນລະຫວ່າງ ການນຳໃຊ້ນໍ້າມັນເຊື້ອໄຟ ຟອດຊິລ ແລະ ການຜະລິດປລາສຕິກ ບັນຫາຈັດການສິ່ງເສດເຫຼືອ ໂດຍສະເພາະແມ່ນປລາສຕິກທີ່ນຳໃຊ້ເທື່ອດຽວ.

.# ຂ່າວ – ພາບ :  ເພັດສະໝອນ

error: Content is protected !!