ກວດພົບຜູ້ຕິດເຊືື້ອໂຄວິດ-19 ໃໝ່ 945 ຄົນ ເສຍຊີວິດເພີ່ມອີກ 2

    ທ່ານ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໂດຍໄດ້ຮັບການມອບໝາຍຈາກຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ລາຍງານໃຫ້ຊາບກ່ຽວກັບສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ໃນວັນທີ 11 ພະຈິກ 2021 ຢູ່ກະຊວງສາທາລະນະສຸກ ວ່າ: ວັນທີ 10 ພະຈິກ 2021 ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 5.540 ຕົວຢ່າງ ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 945 ຄົນ (ຕິດເຊື້ອພາຍໃນ ມີ 942 ຄົນ ແລະ ຕິດເຊື້ອນໍາເຂົ້າ 3 ຄົນ).

    ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ ທັງໝົດ 942 ຄົນ ຈາກ 14 ແຂວງ ຄື

  • ນະຄອນຫຼວງວຽງຈັນ 503 ຄົນ ມາຈາກ 160 ບ້ານ ໃນ 8 ເມືອງ ຄື:ເມືອງຈັນທະບູລີ 16 ບ້ານ (56 ກໍລະນີ) ເມືອງສີໂຄດຕະບອງ 32 ບ້ານ (75 ກໍລະນີ) ເມືອງໄຊເສດຖາ 39 ບ້ານ (130 ກໍລະນີ) ເມືອງສີສັດຕະນາກ 14 ບ້ານ (52 ກໍລະນີ) ເມືອງນາຊາຍທອງ 9 ບ້ານ (26 ກໍລະນີ) ເມືອງໄຊທານີ 29 ບ້ານ (105 ກໍລະນີ) ເມືອງຫາດຊາຍຟອງ 19 ບ້ານ (36 ກໍລະນີ) ແລະ ເມືອງປາກງື່ມ 2 ບ້ານ (2 ກໍລະນີ) ຕ່າງແຂວງ (11 ກໍລະນີ) ຍັງສືບຕໍ່ເອົາຂໍ້ມູນ (11 ກໍລະນີ).
  • ແຂວງຫຼວງພະບາງ 98 ຄົນ ມາຈາກ 25 ບ້ານ ໃນ 8 ເມືອງ
  • ຈຳປາສັກ 57 ຄົນ ມາຈາກ 31 ບ້ານ ໃນ 7 ເມືອງ
  • ຜົ້ງສາລີ 54 ຄົນ ມາຈາກ 8 ບ້ານ ໃນ 2 ເມືອງ
  • ບໍ່ແກ້ວ 48 ຄົນ ມາຈາກ 15 ບ້ານ ໃນ 3 ເມືອງ
  • ແຂວງວຽງຈັນ 47 ຄົນ ມາຈາກ 9 ບ້ານ ໃນ 4 ເມືອງ
  • ໄຊຍະບູລີ 39 ຄົນ ມາຈາກ 12 ບ້ານ ໃນ 3 ເມືອງ
  • ເຊກອງ 27 ຄົນ ມາຈາກ 10 ບ້ານ ໃນ 2 ເມືອງ
  • ຄຳມ່ວນ 24 ຄົນ ມາຈາກ 10 ບ້ານ ໃນ 2 ເມືອງ
  • ຫຼວງນໍ້າທາ 23 ຄົນ ມາຈາກ 12 ບ້ານ ໃນ 2 ເມືອງ
  • ສະຫວັນນະເຂດ 13 ຄົນ ມາຈາກ 8 ບ້ານ ໃນ 4 ເມືອງ
  • ບໍລິຄຳໄຊ 4 ຄົນ ມາຈາກ 4 ບ້ານ ໃນ 2 ເມືອງ
  • ອຸດົມໄຊ 3 ຄົນ ມາຈາກ 2 ບ້ານ ໃນ 1 ເມືອງ
  • ສາລະວັນ 2 ຄົນ ມາຈາກ 2 ບ້ານ ໃນ 2 ເມືອງ.

    ສໍາລັບຜູ້ຕິດເຊືື້ອພາຍໃນ ທີມແພດປິ່ນປົວຈະໂທແຈ້ງໃຫ້ຮູ້ ແລະ ມີລົດໄປຮັບ ເພື່ອເຂົ້ານອນຕິດຕາມປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ກໍານົດໄວ້ ສ່ວນການຕິດເຊືື້ອນໍາເຂົ້າຂອງຜູ້ທີ່ເດີນທາງເຂົ້າປະເທດ ມີຈໍານວນ 3 ຄົນ ຈາກນະຄອນຫຼວງວຽງຈັນ 1 ຄົນ ສາລະວັນ 1 ຄົນ ແລະ ຄໍາມ່ວນ 1 ຄົນ ທັງໝົດແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ.

    ມາຮອດວັນທີ 11 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມພະຍາດໂຄວິດ-19 ຢູ່ ສປປ ລາວ 50.977 ຄົນ ເສຍຊີວິດສະສົມ 93 ຄົນ (ໃໝ່ 2) ປິ່ນປົວຫາຍດີ ແລະ ກັບບ້ານໃນວັນທີ 10 ພະຈິກ 2021 ມີ 449 ຄົນ ກໍາລັງປິ່ນປົວ 10.219 ຄົນ.

    ຜູ້ເສຍຊີວິດໃໝ່ 2 ຄົນ ຜູ້ທີ 1 ເພດຍິງ ອາຍຸ 67 ປີ ອາຊີບ ແມ່ເຮືອນ ບ້ານຢູ່ປັດຈຸບັນບ້ານດອນກວດ ເມືອງວຽງຄຳ ແຂວງວຽງຈັນ ຜູ້ທີ 2 ເພດຍິງ ອາຍຸ 99 ປີ ອາຊີບ ແມ່ເຮືອນ ບ້ານໂພນກຸງ ນະຄອນປາກເຊ ແຂວງຈໍາປາສັກ.

# ຂ່າວ – ພາບ :  ສີພອນ ຈັນທະດາລາ

error: Content is protected !!