ມີຫຼາຍຄອບຄົວຂອງເມືອງສີໂຄດຕະບອງ ໄດ້ຮັບຖົງປັນນໍ້າໃຈ

    ວັນທີ 10 ພະຈິກ 2021 ທີ່ອົງການປົກຄອງເມືອງສີໂຄດຕະບອງ ທາງອົງການປົກຄອງນະຄອນຫຼວງວຽງຈັນ ໄດ້ມອບຖົງປັນນໍ້າໃຈ ໃຫ້ບ້ານແດງ ກໍຄືຄອບຄົວຫຍຸ້ງຍາກໃນໄລຍະການລະບາດຂອງພະຍາດໂຄວິດ-19 ຈໍານວນ 638 ຊຸດ ໃຫ້ປົກຄອງເມືອງສີໂດຕະບອງ ມອບໂດຍທ່ານ ນາງ ຫຼຽນຄໍາ ວິລະພັນ ປະທານສະຫະພັນແມ່ຍິງນະຄອນຫຼວງວຽງຈັນ ແລະ ຮັບແມ່ນທ່ານ ທະວີໄຊ ເໝົາຊົມພູ ເຈົ້າເມືອງສີໂຄດຕະບອງ ມີທ່ານ ດາວເພັດ ອາລຸນ ປະທານສະກະພັນກໍາມະບານນະຄອນຫຼວງວຽງຈັນ ພ້ອມດ້ວມພະນັກງານວິຊາການກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ນາງ ອາລຸນນີ ສີພາຄໍາ ປະທານສະຫະພັນແມ່ຍິງເມືອງສີໂຄດຕະບອງ ກ່າວວ່າ: ມື້ນີ້ ຮູ້ສຶກດີໃຈ ແລະ ເປັນກຽດຢ່າງສູງ ທີ່ທາງອົງການປົກຄອງນະຄອນຫຼວງວຽງຈັນ ກໍຄືສະຫະພັນແມ່ຍິງ ແລະ ກໍາມະບານນະຄອນຫຼວງວຽງຈັນ ທີ່ໄດ້ເຫັນຄວາມສໍາຄັນ ເກັບກໍາຂໍ້ມູນຕົວເລກຄອບຄົວຫຍຸ້ງຍາກພາຍໃນເມືອງສີໂຄດຕະບອງ ສໍາລັບຖົງປັນນໍ້າໃຈທີ່ໄດ້ຮັບຄັ້ງນີ້ ທາງສະຫະພັນແມ່ຍິງເມືອງສີໂຄດຕະບອງ ຈະມອບໃຫ້ຄອບຄົວທີ່ຫຍຸ້ງຍາກຂາດເຂີນແທ້ໆ ໂດຍອີງໃສ່ການເກັບຂໍ້ມູນຕົວເລກຂອງສະຫະພັນແມ່ຍິງແຕ່ລະບ້ານນັ້ນ. ສະເພາະເມືອງສີໂຄດຕະບອງ ມີບ້ານເປົ້າໝາຍໄດ້ຮັບຖົງປັນນໍ້າໃຈ 28 ບ້ານ 638 ຄອບຄົວ ລວມມູນຄ່າ 123.134.000 ກີບ ເຊິ່ງພວກເຮົາຈະເລີ່ມມອບໃຫ້ແຕ່ລະບ້ານນັບແຕ່ມື້ນີ້ເປັນຕົ້ນໄປ.

..# ຂ່າວ – ພາບ :  ວຽງມາ

error: Content is protected !!