ຄະນະກະເສດສາດ ໄດ້ຮັບເຄື່ອງກົນຈັກຮັບໃຊ້ກະສິກໍາ

    ອົງການ KOTRA Vientiane ພາກສ່ວນສົ່ງເສີມການຄ້າ ແລະ ການລົງທຶນຂອງ ສ.ເກົາຫຼີ ປະຈຳ ລາວ ຈັດພິທີມອບ-ຮັບ ລົດໄຖນາ ແລະ ເຄື່ອງກົນຈັກຮັບໃຊ້ການຜະລິດ ລະຫວ່າງບໍລິສັດ ກຣີນກູດ ຈໍາກັດ ແລະ ຄະນະເສດຖະສາດ ມະຫາວິທະຍາໄລແຫ່ງຊາດ ວັນທີ 10 ພະຈິກ 2021 ທີ່ຄະນະກະເສດສາດ ໂດຍການມອບຂອງທ່ານ ເຈວອນລີ ປະທານບໍລິສັດ ກຣີນກູດ ຈຳກັດ ແລະ ທ່ານ ພິວຊອງ ຄິມ ຜູ້ອຳນວຍການ KOTRA Vientiane ຕາງໜ້າຮັບຂອງທ່ານ ທອງອຸ້ມ ອິນທະພອນ ຮັກສາການຄະນະບໍດີຄະນະກະເສດສາດພ້ອມຄະນະ.

    ລົດໄຖນາ-ເຄື່ອງກົນຈັກຮັບໃຊ້ກະສິກຳທີ່ມອບຄັ້ງນີ້ ປະກອບມີ ລົດໄຖນາໃຫຍ່ 2 ຄັນ ລົດໄຖນາເດີນຕາມ 5 ຄັນ ແລະ ເຄື່ອງຈັກດຳນາ 2 ເຄື່ອງ ລວມມູນຄ່າ 33.615 ໂດລາສະຫະລັດ ມີຈຸດປະສົງເພື່ອປະກອບເຂົ້າໃນການຮຽນພາກປະຕິບັດຕົວຈິງພາຍໃນຄະນະກະເສດສາດ ຮັບໃຊ້ເຂົ້າໃນກິດຈະກຳການປູກຝັງ-ລ້ຽງສັດ ພ້ອມທັງເພີ່ມຜົນຜະລິດໃຫ້ໄດ້ປະສິດທິພາບຍິ່ງໆຂຶ້ນ ທັງເປັນການຫັນການຜະລິດກະສິກຳເປັນທັນສະໄໝ ນອກນັ້ນ ຍັງຈະມີການຈັດສຳມະນາທາງອອນລາຍເພື່ອໂອ້ລົມແບ່ງບັນຄວາມຮູ້ກ່ຽວກັບວິທີການໃຊ້ເຄື່ອງຈັກທັນສະໄໝດັ່ງກ່າວໃນການປູກຝັງ-ລ້ຽງສັດ ໂດຍອົງການ Milk for Lao ພາຍໃຕ້ບໍລິສັດ ກຣີນກູດ ຈຳກັດ ເປັນຜູ້ຈັດຂຶ້ນ ພ້ອມນັ້ນ ບໍລິສັດດັ່ງກ່າວໄດ້ເຜີຍແຜ່ລະບົບການເຮັດຟາມຮ່ວມກັນຂອງເກົາຫຼີ ໂດຍສະເພາະແມ່ນໄດ້ຮັບການຮ່ວມມືກັບຄະນະກະເສດສາດ ມະຫາວິທະຍາໄລແຫ່ງຊາດ ແລະ ໄດ້ສຳເລັດການສ້າງແບບແຜນການສ້າງລາຍໄດ້ແບບຕໍ່ເນື່ອງຂອງຊາວກະສິກອນ ນອກຈາກລະບົບການເຮັດຟາມລ້ຽງໄກ່ຊີ້ນຮ່ວມກັນຂອງເກົາຫຼີ ແລະ ຍັງຊ່ວຍເລື່ອງການສະໜອງ ການຈັດຊື້ ການຄ້າ ການກະຈາຍສິນຄ້າ ແລະ ການຕະຫຼາດ ເຊິ່ງຈະຊ່ວຍໃຫ້ຊາວກະສິກອນໄດ້ຜົນກຳໄລຫຼາຍຂຶ້ນ ພ້ອມນັ້ນ ຍັງໃຫ້ໂອກາດເພີ່ມການຜະລິດທີ່ມິປະສິດທິພາບ ແລະ ປະສິດທິຜົນໂດຍການມອບເຄື່ອງຈັກຮັບໃຊ້ການກະເສດ ແລະ ໂປຣແກຣມການຮຽນການສຶກສາ. ນອກນັ້ນ ອົງການ KOTRA Vientiane ຍັງໄດ້ມອບອຸປະກອນປ້ອງກັນໂຄວິດ-19 ໃຫ້ທາງຄະນະກະເສດສາດ ມະຫາວິທະຍາ ໄລແຫ່ງຊາດ ເຊິ່ງລວມມີໜ້າກາກອະນາໄມຈຳນວນ 400 ກ່ອງ ສະເປຂ້າເຊື້ອຈຳນວນ 100 ກ່ອງ ເຈວລ້າງມືຈຳນວນ 50 ກ່ອງ ແລະ ເຄື່ອງວັດແທກອຸນຫະພູມຈຳນວນ 6 ເຄື່ອງ ລວມມູນຄ່າ 1.000 ໂດລາສະຫະລັດ.

..# ຂ່າວ – ພາບ :  ຂັນທະວີ

error: Content is protected !!