ສປປ ລາວ ຍັງກວດພົບຜູ້ຕິດເຊື້ອພາຍໃນຈຳນວນຫຼາຍ

   ທ່ານ ດຣ ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈຳວັນທີ 10 ພະຈິກ 2021 ຢູ່ກະຊວງສາທາລະນະສຸກວ່າ: ວັນທີ 9 ພະຈິກ 2021 ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 7.703 ຕົວຢ່າງ ຜົນວິໄຈ ກວດພົບຜູ້ຕິດເຊືື້ອໃໝ່ 1.140 ຄົນ ໃນນັ້ນ ຕິດເຊື້ອພາຍໃນ 1.134 ຄົນ ແລະ ຕິດເຊື້ອນໍາເຂົ້າ 6 ຄົນ.

    ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ຈຳນວນດັ່ງກ່າວມາຈາກ 15 ແຂວງ ເຊິ່ງລາຍລະອຽດດັ່ງນີ້:       

  • ນະຄອນຫຼວງວຽງຈັນຕິດເຊື້ອ 671 ຄົນ: ມາຈາກ 185 ບ້ານ ໃນ 7 ເມືອງຄື:  ເມືອງຈັນທະບູລີ  16 ບ້ານ 61 ຄົນ ເມືອງສີໂຄດຕະບອງ  40 ບ້ານ 104 ຄົນ ເມືອງໄຊເສດຖາ 32 ບ້ານ 116 ຄົນ ເມືອງສີສັດຕະນາກ 12 ບ້ານ 39 ຄົນ ເມືອງນາຊາຍທອງ  12 ບ້ານ 19 ຄົນ ເມືອງໄຊທານີ 51 ບ້ານ 226 ຄົນ  ເມືອງຫາດຊາຍຟອງ  21 ບ້ານ 44 ຄົນ ຄົນຕ່າງແຂວງທີ່ອາໄສຢູ່ນະຄອນຫຼວງ 3 ຄົນ ແລະ ຍັງສືບຕໍ່ເອົາຂໍ້ມູນຕື່ມອີກ 59 ຄົນ.
  • ຕິດເຊື້ອຢູ່ແຂວງຫຼວງພະບາງມີ  157 ຄົນ 39 ບ້ານ ໃນ 9 ເມືອງ
  • ແຂວງວຽງຈັນ  71 ຄົນ 31 ບ້ານໃນ 7 ເມືອງ
  • ແຂວງຫຼວງນໍ້າທາ  29 ຄົນ 17 ບ້ານ  ໃນ 3 ເມືອງ 
  • ແຂວງຜົ້ງສາລີ  13 ຄົນ ໃນ 3 ເມືອງ
  • ແຂວງໄຊຍະບູລີ 60 ຄົນ 18 ບ້ານ  ໃນ 2 ເມືອງ
  • ແຂວງຈໍາປາສັກ ມີ 27 ຄົນ
  • ແຂວງອຸດົມໄຊ 20 ຄົນ 11 ບ້ານ  ໃນ 1 ເມືອງ
  • ແຂວງເຊກອງ ມີ 17 ຄົນ 9 ບ້ານ ໃນ 2 ເມືອງ
  • ແຂວງບໍລິຄຳໄຊ  7 ຄົນ 5 ບ້ານ  ໃນ 2 ເມືອງ
  • ແຂວງຄໍາມ່ວນ ມີ 19 ຄົນ 5 ບ້ານ ໃນ 1 ເມືອງ
  • ແຂວງສະຫວັນນະເຂດ  25 ຄົນ 10 ບ້ານ  ໃນ 3 ເມືອງ
  • ແຂວງບໍ່ແກ້ວ ມີ 13 ຄົນ ແຂວງສາລະວັນ 3 ຄົນ   
  • ແລະ ແຂວງຊຽງຂວາງ 2 ຄົນ 2 ບ້ານ  ໃນ 2 ເມືອງ

     ສ່ວນການຕິດເຊື້ອນໍາເຂົ້າຂອງຜູ້ທີ່ເດີນທາງເຂົ້າປະເທດ 6 ຄົນ ຈາກແຂວງສະຫວັນນະເຂດ 1 ຄົນ ແລະ ແຂວງບໍ່ແກ້ວ 5 ຄົນ  ມາຮອດວັນທີ 9 ພະຈິກ 2021 ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 50.032 ຄົນ ເສຍຊີວິດສະສົມ 91 ຄົນ (ໃໝ່ 2) ປິ່ນປົວຫາຍດີ ແລະ ກັບບ້ານໃນວັນຜ່ານມາ 459 ຄົນ ແລະ ກໍາລັງປິ່ນປົວ 9.591 ຄົນ.

..# ຂ່າວ – ພາບ :  ລັດເວລາ

error: Content is protected !!