ອົງການອາຫານໂລກໄດ້ຮັບນໍ້າມັນປຸງແຕ່ງອາຫານຈາກປະເທດຣັດເຊຍ

    ພິທີມອບ-ຮັບນໍ້າມັນທີ່ມີທາດບໍາລຸງສໍາລັບປຸງແຕ່ອາຫານຈາກການຊ່ວຍເຫຼືອຂອງລັດຖະບານແຫ່ງປະເທດຣັດເຊຍ ໃນການຄໍ້າປະກັນສະບຽງອາຫານ ເແລະ ຟື້ນຟູຊີວິດການເປັນຢູ່ພາຍຫຼັງເຫດການໄພພິບັດ ໃຫ້ກັບອົງການອາຫານໂລກ ເພື່ອນໍາໄປຊ່ວຍເຫຼືອບັນດາຊຸມຊົນເປົ້າໝາຍທີ່ມີຄວາມສ່ຽງ ໄດ້ຈັດຂຶ້ນວັນທີ 9 ພະຈິກ 2021 ທີ່ນະຄອນຫຼວງວຽງຈັນ ໂດຍການມອບຂອງທ່ານ ວະລາດີເມຍ ກາລິນິນ ເອກອັກຄະລັດຖະທູດແຫ່ງສະຫະພັນຣັດເຊຍ ປະຈໍາ ລາວ ແລະ ກ່າວຮັບຂອງທ່ານ ຢານ ເດລບາເຣີ ຜູ້ອໍານວຍການ ແລະ ຕາງໜ້າອົງການອາຫານໂລກປະຈໍາລາວ ມີພາກສ່ວນກ່ຽວຂ້ອງເຂົ້າຮ່ວມ. 

    ການຊ່ວຍເຫຼືອຄັ້ງນີ້ ປະກອບມີນໍ້າມັນປຸງແຕ່ງອາຫານທີ່ມີທາດບໍາລຸງ 118 ໂຕນ ມູນຄ່າປະມານ 466.000 ໂດລາສະຫະລັດ ເຊິ່ງອົງການອາຫານໂລກຈະນໍາໃຊ້ເຂົ້າໃນສອງວຽກງານຄື: ແຈກຢາຍສໍາລັບເຫດການສຸກເສີນ ແລະ ການສ້າງຄວາມສາມາດໃນການຮັບມື ແລະ ຟື້ນຟູຕົນເອງຈາກໄພພິບັດບັນດາຊຸມຊົນທີ່ໄດ້ຮັບຜົນເສຍຫາຍຢ່າງໜັກໜ່ວງຈາກໄພນໍ້າຖ້ວມໃນໄລຍະທີ່ຜ່ານມານີ້ ໃນແຂວງສະຫວັນນະເຂດ ແລະ ໄຊຍະບູລີ ຈະໄດ້ຮັບເຄື່ອງຊ່ວຍເຫຼືອຈາກສ່ວນທີ່ເປັນການແຈກຢາຍສໍາລັບເຫດການສຸກເສີນ ເພື່ອແກ້ໄຂບັນຫາການຂາດແຄນອາຫານ ໃນຂະນະທີ່ພວກເຂົາກໍາລັງປະສົບໄພ ນອກນີ້ ນໍ້າມັນປຸງແຕ່ງອາຫານຂອງຣັດເຊຍ ຍັງຈະເປັນສ່ວນໜຶ່ງຂອງກະຕ່າອາຫານ ໃນນີ້ລວມມີ ເຂົ້າສານ ແລະ ປາກະປ໋ອງ ໃນການຊ່ວຍເຫຼືອທາງດ້ານອາຫານທີ່ຈໍາເປັນໃຫ້ແກ່ປະຊາຊົນປະມານ 31.500 ຄົນ ໃນແຂວງຜົ້ງສາລີ ແລະ ສະຫວັນນະເຂດ ຜູ້ທີ່ກໍາລັງເຂົ້າຮ່ວມກິດຈະກໍາສິ່ງກໍ່ສ້າງຕ່າງໆທີ່ເປັນຂອງຊຸມຊົນ ດ້ວຍການຂຸດໜອງປາ ສ້ອມແປງໂຄງສ້າງພື້ນຖານສໍາລັບວຽກກະສິກໍາທີ່ເປ່ເພ ຖະໜົນຫົນທາງ ແລະ ປັບປຸງຄອງລະບາຍນໍ້າ ເຊິ່ງຈະຊ່ວຍໃຫ້ບັນດາຊຸມຊົນດັ່ງກ່າວ ມີໂອກາດໄດ້ຮັບຜົນເກັບກ່ຽວທີ່ດີຂຶ້ນ ແລະ ກາຍມາເປັນຊຸມຊົນທີ່ມີຄວາມສາມາດຮັບມື ແລະ ຟື້ນຟູຕົນເອງຈາກຄວາມສ່ຽງທີ່ເກີດຂຶ້ນຈາກການປ່ຽນແປງຂອງສະພາບດິນຟ້າອາກາດ ສ່ວນທີ່ຍັງເຫຼືອຂອງການຊ່ວຍເຫຼືອຈາກປະເທດຣັດເຊຍໃນເທື່ອນີ້ ຈະຖືກເກັບສໍາຮອງໄວ້ສໍາລັບການແຈກສໍາລັບເຫດການສຸກເສີນໃນປີ 2022 ເຊິ່ງຄາດວ່າຈະສາມາດແຈກຢາຍໃຫ້ແກ່ປະຊາຊົນໄດ້ເຖິງ 78.000 ຄົນ.

..# ຂ່າວ – ພາບ :  ຂັນທະວີ

error: Content is protected !!