ປະຊາຊົນກຸ່ມເປົ້າໝາຍ 2 ແຂວງ ໄດ້ຮັບການຊ່ວຍເຫຼືອຈາກອົງການກາແດງລາວ

    ວັນທີ 9 ພະຈິກ 2021 ອົງການກາແດງ ຈັດພິທີມອບ-ຮັບ ຈັດສົ່ງເຄື່ອງຊ່ວຍເຫຼືອແກ່ປະຊາຊົນກຸ່ມ ເປົ້າໝາຍແຂວງວຽງຈັນ ແລະ ແຂວງບໍລິຄຳໄຊ ຢູ່ສາງກາແດງຫຼັກ 16 ຖະໜົນ 13 ໃຕ້ນະຄອນຫຼວງວຽງຈັນ ກ່າວມອບໂດຍທ່ານ ຮສ ດຣ ພູທອນ ເມືອງປາກ ປະທານອົງການກາແດງລາວ ແລະ ກ່າວຮັບໂດຍ ທ່ານນາງ ວັນເພັງ ໄຊສົງຄາມ ຫົວໜ້າກາແດງແຂວງບໍລິຄຳໄຊ ແລະ ທ່ານ ດຮ ບຸນເນົາ ພະຈອມພົນ ຫົວໜ້າອົງການກາແດງແຂວງວຽງຈັນ ໂດຍມີທ່ານຮອງປະທານອົງການກາແດງລາວ ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.

    ເຄື່ອງທີ່ຈັດສົ່ງໄປໃຫ້ການຊ່ວຍເຫຼືອຄັ້ງນີ້ ປະກອບມີ: ເຄື່ອງນຸ່ງຫົ່ມປະສົມ ມອບໃຫ້ອົງການກາແດງແຂວງບໍລິຄຳໄຊ ຈຳນວນ 150 ແກັດ ໃນນັ້ນ ມີເຄື່ອງນຸ່ງຫົ່ມປະສົມຈໍານວນ 50 ແກັດ ເກີບ 100 ແກັດ ແລະ ມອບໃຫ້ອົງການກາແດງແຂວງວຽງຈັນ 200 ແກັດ ມີເຄື່ອງນຸ່ງຫົ່ມປະສົມ 100 ແກັດ ແລະ ເກີບຈຳນວນ 100 ແກັດ ເຊິ່ງເປັນຜະລິດຕະພັນຂອງຟີລາ (FILA) ທີ່ໄດ້ຮັບການສະໜັບສະໜູນຈາກກາແດງ ສ ເກົາຫຼີ ລວມມູນຄ່າ 711 ລ້ານກວ່າກີບ ເພື່ອນຳໄປໃຫ້ການຊ່ວຍເຫຼືອປະຊາຊົນຜູ້ທຸກຍາກພາຍໃນແຂວງ

    ໂອກາດນີ້ ທ່ານຫົວໜ້າອົງການກາແດງແຂວງທັງສອງແຂວງ ໄດ້ສະແດງຄວາມຂອບໃຈຕໍ່ຄະນະນຳອົງການກາແດງລາວ ທີ່ເຫັນໄດ້ຄວາມສຳຄັນໃນວຽກງານການຊ່ວຍເຫຼືອບັນເທົາທຸກລົງສູ່ທ້ອງຖິ່ນ ແລະ ໃຫ້ຄຳໝັ້ນສັນຍາວ່າ ເຄື່ອງຈຳນວນດັ່ງກ່າວ ທາງອົງການກາແດງແຂວງວຽງຈັນ ຈະໄດ້ນໍາໄປມອບໃຫ້ໂຮງຮຽນກິນນອນຊົນເຜົ່າ ແລະ ປະຊາຊົນຜູ້ທີ່ທຸກຍາກ ລວມທັງຜູ້ປະສົບໄພພິບັດພາຍໃນແຂວງ ສ່ວນແຂວງບໍລິຄຳໄຊ ແມ່ນຈະໄດ້ໄປຊ່ວຍເຫຼືອຜູ້ທຸກຍາກ ຜູ້ດ້ອຍໂອກາດຢູ່ພາຍໃນແຂວງເຊັ່ນດຽວກັນ.

..# ຂ່າວ – ພາບ : ບຸນມີ

error: Content is protected !!