ກະຊວງການເງິນ ສະເໜີຮັບຮອງກົດໝາຍວ່າດ້ວຍງົບປະມານແຫ່ງລັດ (ສະບັບປັບປຸງ)

    ທ່ານ ບຸນໂຈມ ອຸບົນປະເສີດ  ລັດຖະມົນຕີກະຊວງການເງິນ  ໃນນາມຄະນະຮັບຜິດຊອບຄົ້ນຄວ້າ ປັບປຸງ ບາງມາດຕາຂອງກົດໝາຍວ່າດ້ວຍງົບປະມານແຫ່ງລັດ ໄດ້ຂຶ້ນສະເໝີກ່ຽວກັບການປັບປຸງບາງມາດຕາຂອງກົດໝາຍວ່າດ້ວຍງົບປະມານແຫ່ງລັດ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນຕ່ອນບ່າຍວັນທີ 9 ພະຈິກ 2021 ທີ່ຫໍປະຊຸມສະພາແຫ່ງຊາດ ເປັນປະທານຂອງທ່ານ ສົມມາດ ພົນເສນາ ຮອງປະທານສະພາແຫ່ງຊາດ ມີຄະນະປະຈຳສະພາແຫ່ງຊາດ ແລະ ບັນດາ ສສຊ ທຸກເຂດເລືອກຕັ້ງເຂົ້າຮ່ວມ. 

    ກົດໝາຍວ່າດ້ວຍງົບປະມານແຫ່ງລັດ ສະບັບທຳອິດ ໄດ້ຖືກຮັບຮອງປະກາດໃຊ້ໃນປີ 1994 ມາໃນປີ 2006 ໄດ້ຖືກປັບປຸງຄັ້ງທຳອິດ ແລະ ໃນປີ 2015 ໄດ້ມີການປັບປຸງເປັນຄັ້ງທີສອງ ເຊິ່ງເປັນສະບັບທີ່ນຳໃຊ້ໃນປັດຈຸບັນ ໂດຍໄດ້ຖືກຮັບຮອງເອົາໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ VII ປະກອບມີ X ພາກ 15 ໝວດ 96 ມາດຕາ ແລະ ໄດ້ຖືກຈັດຕັ້ງປະຕິບັດມາເຖິງປັດຈຸບັດ. 

     ຜ່ານການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍງົບປະມານແຫ່ງລັດ ໃນໄລຍະຜ່ານມາ ເຫັນວ່າກົດໝາຍສະບັບດັ່ງກ່າວ ເປັນເຄື່ອງມືທີ່ສຳຄັນໃນການຄຸ້ມຄອງວຽກງານການເງິນ-ງົບປະມານແຫ່ງລັດ ໃຫ້ມີຄວາມເປັນເອກະພາບ ການຄຸ້ມຄອງດ້ານມະຫາພາກ ດ້ານງົບປະມານມີສະເຖຍລະພາບ ແລະ ໝັ້ນທ່ຽງ ສາມາດຈັດສັນ ແລະ ຕອບສະໜອງແຫຼ່ງທຶນເຂົ້າໃນການພັດທະນາແຕ່ລະຂົງເຂດຕາມທິດທາງນະໂຍບາຍຂອງລັດຖະບານ ແລະ ປະກອບສ່ວນເຂົ້າໃນແຜນພັດທະນາເສດຖະກິດ-ສັງຄົມ ໃນແຕ່ລະໄລຍະໄດ້ດີພໍສົມຄວນ. 

    ເພື່ອຈັດຕັ້ງປະຕິບັດແຜນການສ້າງ ແລະ ປັບປຸງກົດໝາຍ 5 ປີ ຂອງສະພາແຫ່ງຊາດ ຊຸດທີ IX (2021-2025) ແຜນການສ້າງ ແລະ ປັບປຸງກົດໝາຍຂອງກະຊວງການເງິນ ປະຈຳປີ 2021 ເພື່ອຮັບປະກັນການຄົ້ນຄວ້າປັບປຸງກົດໝາຍມີປະສິດທິຜົນ ຈຸດສຸມ ທັງຮັບປະກັນຄວາມສອດຄ່ອງກັບນະໂຍບາຍທິດທາງລວມຂອງລັດຖະບານ ແລະ ກະຊວງການເງິນ ຈຶ່ງໄດ້ແຕ່ງຕັ້ງຄະນະຮັບຜິດຊອບຄົ້ນຄວ້າປັບປຸງກົດໝາຍ ໂດຍປະກອບມີກຳມາທິການທີ່ກ່ຽວຂ້ອງຂອງສະພາແຫ່ງຊາດ ຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ແລະ ກະຊວງຍຸຕິທຳ ເພື່ອຄົ້ນຄວ້າປັບປຸງຄືນກົດໝາຍຈຳນວນ 22 ມາດຕາ. 

    ສຳລັບຮ່າງກົດໝາຍວ່າດ້ວຍການປັບປຸງບາງມາດຕາວ່າດ້ວຍງົບປະມານແຫ່ງລັດ ປະກອບມີທັງໝົດ 26 ມາດຕາ ໃນນັ້ນ ປັບປຸງຈາກກົດໝາຍວ່າດ້ວຍງົບປະມານແຫ່ງລັດ ສະບັບນຳໃຊ້ປັດຈຸບັນ 22 ມາດຕາ ສ່ວນອີກ 4 ມາດຕາ ແມ່ນມາດຕາຕາມໂຄງສ້າງຂອງນິຕິກຳຄື: ມາດຕາ 1 2 3 ແລະ ມາດຕາ 4.

..# ຂ່າວ – ພາບ : ຊິລິການດາ

error: Content is protected !!