ພ້ອມກັນສ້າງໜ່ວຍພັກໃຫ້ກາຍເປັນໜ່ວຍພັກປອດໃສເຂັ້ມແຂງ ໜັກແໜ້ນ

    ພິທີເລື່ອນສະມາຊິກພັກສຳຮອງຂຶ້ນເປັນສະມາຊິກພັກສົມບູນ ຂອງໜ່ວຍພັກພະລັງງານ-ບໍ່ແຮ່ ແລະ ສູນບໍລິການໄຟຟ້າ ເມືອງຫົງສາ ແຂວງໄຊຍະບູລີ ຈັດຂຶ້ນວັນທີ 4 ພະຈິກ 2021 ຜ່ານມາ ທີ່ຫ້ອງປະຊຸມສະຖານີໄຟຟ້າບ້ານໂພນໄຊ  ເປັນປະທານຂອງສະຫາຍ ພົມມາ ພົມມະຫານ ຄະນະປະຈຳພັກເມືອງ ຫົວໜ້າຄະນະຈັດຕັ້ງເມືອງຫົງສາ ສະຫາຍ ພອນໄຊ ພູມມະວົງ ເລຂາໜ່ວຍພັກ ພະລັງງານ-ບໍ່ແຮ່ ແລະ ສູນບໍລິການໄຟຟ້າເມືອງ ແຂກຖືກເຊີນ ພ້ອມດ້ວຍສະຫາຍສະມາຊິກພັກສົມບູນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ໃນພິທີ ໄດ້ຮັບຟັງການຜ່ານມະຕິຕົກລົງຂອງຄະນະປະຈໍາພັກເມືອງຫົງສາ ເລກທີ 277/ຄພມ ຫສ ລົງວັນທີ 20 ຕຸລາ 2021 ວ່າດ້ວຍການອະນຸມັດເລື່ອນສະມາຊິກພັກສໍາຮອງ ຂື້ນເປັນສະມາຊິກພັກສົມບູນ ຈຳນວນ 1 ສະຫາຍ ຍິງ 1 ສະຫາຍ ຄື: ສະຫາຍ ນາງ ສຸກສາຄອນ ຊາມຸນຕີ ທີ່ໄດ້ຜ່ານການກໍ່ສ້າງ ຊຸກຍູ້ ແລະ ຕິດຕາມສະໄໝສໍາຮອງເປັນເວລາ 12 ເດືອນ ຕາມລະບຽບຂອງພັກ ປະຊາຊົນປະຕິວັດລາວ ເຫັນວ່າ: ສະຫາຍມີຄຸນສົມບັດສິນທຳປະຕິວັດ ມີຄວາມຫ້າວຫັນຕໍ່ໜ້າທີ່ວຽກງານທັງມີຄວາມຮັບຜິດຊອບສູງໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະ ແລະ ມີຜົນສຳເລັດຫຼາຍດ້ານທີ່ການຈັດຕັ້ງມອບໝາຍໃຫ້ ຈາກນັ້ນ ເລຂາໜ່ວຍພັກ ກໍໄດ້ຂຶ້ນກ່າວຢັ້ງຢືນ ພ້ອມທັງຈັບມືຮັບເອົາສະມາຊິກພັກສົມບູນໃໝ່.

   ໂອກາດນີ້ ສະຫາຍ ພົມມາ ພົມມະຫານ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ພ້ອມທັງໃຫ້ທິດຊີ້ນໍາຕໍ່ສະຫາຍສະມາຊິກພັກສົມບູນໃໝ່ ແລະ ບັນດາສະຫາຍສະມາຊິກພັກພາຍໃນໜ່ວຍ ໃຫ້ເອົາໃຈໃສ່ກໍາໃຫ້ໄດ້ສິດໜ້າທີ່ຂອງສະມາຊິກພັກສົມບູນ ສໍາຮອງ ກຳແໜ້ນ 5 ຫຼັກການ 3 ທິດນໍາ ໃນປັບປຸງກໍ່ສ້າງພັກ ແລະ 11 ຂໍ້ຫ້າມຂອງສະມາຊິກພັກ ທີ່ກໍານົດໄວ້ໃນກົດລະບຽບພັກ ແລະ ຈົ່ງສຶບຕໍ່ເອົາໃຈໃສ່ປະຕິບັດໜ້າທີ່ການເມືອງທີ່ໄດ້ຮັບການມອບໝາຍໃຫ້ມີຜົນສຳເລັດ ກໍາແໜ້ນແນວທາງນະໂຍບາຍຂອງພັກ ລະບຽບກົດ ໝາຍຂອງລັດ ມີຄວາມໜັກແໜ້ນທາງດ້ານການເມືອງ ກໍຄື: ການປະຕິບັດໜ້າທີ່ວຽກງານວິຊາສະເພາະຂອງຕົນໃຫ້ໄດ້ຮັບຜົນດີ ເປັນແບບຢ່າງນໍາໜ້າໃນຂະບວນການຂອງມະຫາຊົນ ແລະ ຮຽກຮ້ອງມາຍັງສະມາຊິກພັກທັງໝົດ ຈົ່ງຮັກສາ ແລະ ເຊີດຊູມູນເຊື້ອອັນດີງາມຂອງຕົນ ເຝິກຝົນຫຼໍ່ຫຼອມຕົນເອງ ໃຫ້ກາຍເປັນສະມາຊິກພັກຜູ້ດີເດັ່ນຂອງພັກ ແລະ ພ້ອມກັນສ້າງໜ່ວຍພັກໃຫ້ກາຍເປັນໜ່ວຍພັກ ປອດໃສເຂັ້ມແຂງ ໜັກແໜ້ນ.

# ຂ່າວ & ພາບ :  ບຸນມີ  

error: Content is protected !!