ທີມງານມີຄວາມພູມໃຈກັບຜົນໄດ້ຮັບຈາກການພັດທະນາປຶ້ມແບບຮຽນ ແລະ ຄູ່ມືຄູ ວິຊາພາສາອັງກິດຂັ້ນ ປ4 ປັດຈຸບັນແມ່ນຢູ່ຂັ້ນຕອນການເຂົ້າໜ້າປຶ້ມແບບຮຽນ ແລະ ຄູ່ມືຄູ ດ້ວຍຮູບທີ່ປະກອບມີສີສັນ ສະແດງເຖິງບົດບາດຍິງຊາຍ ການມີສ່ວນຮ່ວມຂອງສັງຄົມ ນອກນີ້ ທີມງານນັກຂຽນ ຍັງໄດ້ປຶກສາຫາລືຮ່ວມກັນກ່ຽວກັບປະສົບການເຮັດວຽກຮ່ວມກັນຜ່ານທາງອອນລາຍ ເພື່ອຈະເປັນບົດຮຽນໃນການພັດທະນາຫຼັກສູດ ປຶ້ມແບບຮຽນ ແລະ ຄູ່ມືຄູ ໃນຂັ້ນ ປ5 ຕໍ່ໄປ ໂດຍການສະໜັບສະໜູນຈາກລັດຖະບານອົດສະຕຣາລີ ເພື່ອສືບຕໍ່ດຳເນີນການຂຽນຫຼັກສູດ ປຶ້ມແບບຮຽນ ແລະ ປຶ້ມຄູ່ມືຄູ ວິຊາພາສາອັງກິດຂັ້ນ ປ4 ສະບັບປັບປຸງໃໝ່ ເພື່ອຈະນຳໃຊ້ເຂົ້າໃນສົກຮຽນ 2022– 2023 ທີ່ຈະມາເຖິງນີ້.

ທ່ານ ນາງ ມະໂນລີ ດົງວັນ ຫົວໜ້າທີມນັກຂຽນຫຼັກສູດວິຊາພາສາອັງກິດ ຈາກ (ສວສ) ໄດ້ກ່າວວ່າ: ການດຳເນີນວຽກງານຜ່ານທາງອອນລາຍ ເປັນອີກວິທີໜຶ່ງໃນການສືບຕໍ່ປະຕິບັດວຽກງານການພັດທະນາຫຼັກສູດ ເປັນສິ່ງທີ່ທ້າທາຍຫຼາຍ ໃນການປະຕິບັດວຽກໃນສະພາບການລະບາດພະຍາດໂຄວິດ-19 ແຕ່ເຖິງຢ່າງໃດກໍຕາມ ພວກເຮົາກໍຍັງສາມາດສືບຕໍ່ດໍາເນີນວຽກງານຕາມແຜນທີ່ໄດ້ກໍານົດໄວ້ ຊ່ວຍກັນຂຽນປຶ້ມແບບຮຽນ ແລະ ປຶ້ມຄູ່ມືຄູ ພວກເຮົາບໍ່ພຽງແຕ່ໄດ້ປະກອບຄວາມຄິດເຫັນເຂົ້າໃນບົດຂອງຕົນເອງເທົ່ານັ້ນ ແຕ່ຍັງໄດ້ປະກອບສ່ວນເຂົ້າໃນບົດຂອງນັກຂຽນທ່ານອື່ນຢ່າງລະອຽດອີກດ້ວຍ.

ທ່ານ ນາງ ແສງເງິນ ໄວຍະກອນ ຜູ້ອຳນວຍການສູນພັດທະນາຫຼັກສູດ ສວສ ໄດ້ອະທິບາຍວ່າ: ນີ້ແມ່ນວິທີການເຮັດວຽກແບບໃໝ່ທີ່ໄດ້ຮັບຜົນປະໂຫຍດຫຼາຍ ເຊີ່ງນັກຂຽນໄດ້ທວນຄືນເນື້ອໃນບົດຮຽນຂັ້ນ ປ4 ການລວບລວມເອົາເນື້ອໃນທັງໝົດ ແມ່ນເປັນຂັ້ນຕອນການວາງແຜນທີ່ມີປະໂຫຍດຫຼາຍ ນັກຂຽນໄດ້ມີໂອກາດປຶກສາຫາລືຮ່ວມກັນທາງດ້ານເນື້ອໃນ ກິດຈະກຳທີ່ຄວນເອົາໃສ່ ຄວນພັດທະນາຄຳສັບໃນພາສາທີ່ຄວນມີ ແລະ ອື່ນໆ ນອກຈາກນີ້ ກໍເປັນວິທີທີ່ໄດ້ເຮັດວຽກຮ່ວມກັນ ເພື່ອໃຫ້ນັກຂຽນໄດ້ມີປະສົບການໃນການພັດທະນາບົດຮຽນ ປັດຈຸບັນ ພວກເຮົາຍັງກຳລັງຂຽນຫຼັກສູດຜ່ານທາງກອງປະຊຸມອອນລາຍ ສຳລັບວິຊາພາສາລາວ ແລະ ວິຊາວິທະຍາສາດທຳມະຊາດ ຂັ້ນ ປ4 ເຊັ່ນດຽວກັນ.

ທ່ານ ນາງ ຈັນທະຈອນ ຈັນທະປັນຍາ ນັກຂຽນຫຼັກສູດວິຊາພາສາອັງກິດຂັ້ນ ປ4 ແລະ ທັງເປັນອາຈານສອນຢູ່ມະຫາວິທະຍາໄລແຫ່ງຊາດ ໄດ້ກ່າວວ່າ: ໂດຍການຮ່ວມມືຈາກພາກສ່ວນທີ່ກ່ຽວຂ້ອງ ທີມງານນັກຂຽນຈະໄດ້ມີແນວຄວາມຄິດ ແລະ ວິທີການແກ້ໄຂທີ່ດີຕໍ່ກັບສິ່ງທ້າທາຍທີ່ພວກເຮົາພົບພໍ້ໃນການຂຽນຫຼັກສູດດັ່ງກ່າວ.

ທ່ານ ພອນສະຫວັນ ຮອງສົມບູນ ນັກຂຽນຫຼັກສູດຂັ້ນ ປ4 ຈາກໂຮງຮຽນປະຖົມສຶກສາສົມບູນສາທິດ ໄດ້ກ່າວເພີ່ມຕື່ມວ່າ: ໃນຮູບແບບການປະຊຸມແບບອອນລາຍ ເຫັນວ່າມີຄວາມທ້າທາຍຫຼາຍ ພວກເຮົາຕ້ອງໄດ້ດຳເນີນການປະກອບຄວາມຄິດເຫັນເຂົ້າໃນການພັດທະນາປຶ້ມແບບຮຽນ ແລະ ຄູ່ມືຄູດ້ວຍວິທີທີ່ແຕກຕ່າງ ໂດຍການນຳສະເໜີຄວາມຄິດເຫັນຜ່ານຈໍຄອມພິວເຕີ.
# ຂ່າວ & ພາບ : ບຸນມີ