ມອບຖົງປັນນໍ້າໃຈ ໃຫ້ເມືອງໄຊທານີນໍາໄປມອບໃຫ້ຄອບຄົວເປົ້າໝາຍ

    ວັນທີ 8 ພະຈິກ 2021 ອົງການປົກຄອງນະຄອນຫຼວງວຽງຈັນ ໄດ້ມອບຖົງປັນນໍ້າໃຈໃຫ້ອົງການປົກຄອງເມືອງໄຊທານີ ຈໍານວນ 30 ຊຸດ ໂດຍຕາງໜ້າມອບຂອງທ່ານ ພູວົງ ວົງຄໍາຊາວ ຮອງເຈົ້າຄອງ ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ນະຄອນຫຼວງວຽງຈັນ ແລະ ຕາງໜ້າຮັບຂອງທ່ານ ຄໍາປະດິດ ເຂັມມານິດ ເຈົ້າເມືອງໄຊທານີ ມີທ່ານ ນາງ ດາໄລວັນ ແກ້ວນະຄອນ ຮອງປະທານສະຫະພັນແມ່ຍິງນະຄອນຫຼວງວຽງຈັນ ແລະ ທ່ານ ນາງ ປານ ຂຸນມີໄຊ ປະທານສະຫະພັນແມ່ຍິງເມືອງໄຊທານີ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

    ຖົງປັນນໍ້າໃຈຈໍານວນ 30 ຊຸດທີ່ມອບຄັ້ງນີ້ ແຕ່ລະຊຸດປະກອບມີ ເຂົ້າສານ  ແລະ ອາຫານແຫ້ງຈໍານວນໜຶ່ງ ເພື່ອໃຫ້ອົງການປົກຄອງເມືອງໄຊທານີ ກໍຄືສະຫະພັນແມ່ຍິງເມືອງໄຊທານີ ນໍາໄປມອບຕໍ່ໃຫ້ກັບຄອບຄົວເປົ້າໝາຍຂອງເມືອງໄຊທານີ ຈໍານວນ 30 ຄອບຄົວທີ່ມີຄວາມຫຍຸ້ງຍາກດໍາລົງຊີວິດໃນໄລຍະການແຜ່ລະບາດພະຍາດໂຄວິດ-19 ແນໃສ່ເປັນການຊ່ວຍເຫຼືອບັນເທົາທຸກໃຫ້ແກ່ປະຊາຊົນ (ຄອບຄົວຫຍຸ້ງຍາກ) ໃຫ້ມີກໍາລັງໃຈຕໍ່ສູ້ ແລະ ສາມາດຜ່ານຜ່າຄວາມຫຍຸ້ງຍາກໃນໄລຍະການແຜ່ລະບາດຂອງພະຍາດໂຄວິດ-19 ພ້ອມນັ້ນ ເພື່ອໃຫ້ທຸກພາກສ່ວນໃນສັງຄົມເຫັນໄດ້ເຖິງຄວາມສໍາຄັນໃນການປະກອບສ່ວນຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນເວລາທີ່ມີຄວາມຫຍຸ້ງຍາກລໍາບາກອີກດ້ວຍ.

.# ຂ່າວ – ພາບ : ຂັນທະວີ

error: Content is protected !!