ສະຖານທູດ ສປ ຈີນ ໃຫ້ການຊ່ວຍເຫຼືອດ້ານສະບຽງອາຫານແກ່ສູນປິ່ນປົວພາກສະໜາມ

   ສະຖານທູດ ສປ ຈີນ ປະຈຳ ສປປ ລາວ ໄດ້ໃຫ້ການຊ່ວຍເຫຼືອດ້ານສະບຽງອາຫານແກ່ 2 ສູນປິ່ນປົວພາກສະໜາມ ເລີ່ມແຕ່ເດືອນກັນຍາ ແລະ ສິ້ນສຸດໃນເດືອນຕຸລາ 2021 ລວມເປັນຈຳນວນເງິນທັງໝົດ 78.003,5 ໂດລາສະຫະລັດ ຫຼື ປະມານ 819.426.767 ກີບ.

    ສູນປິ່ນປົົວພາກສະໜາມທີ່ໄດ້ຮັບການຊ່ວຍເຫຼືອຄັ້ງນີ້ ມີສູນປິ່ນປົວ-ສະຖານທີ່ກັກໂຕຢູ່ຫ້ວຍຫົງ ແລະ ສູນປິ່ນປົວພາກສະໜາມລ້ານຊ້າງ.

    ຕໍ່ກັບການຊ່ວຍເຫຼືອດັ່ງກ່າວ ທ່ານ ປອ ດຣ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ໄດ້ສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອດັ່ງກ່າວ ພ້ອມທັງກ່າວວ່າ: ການຊ່ວຍເຫຼືອຂອງສະຖານເອກອັກຄະລັດຖະທູດ ແຫ່ງ ສປ ຈີນ ປະຈໍາ ສປປ ລາວ ແມ່ນຖືກຕ້ອງ ແລະ ສອດຄ່ອງກັບຄວາມຕ້ອງການຕົວຈິງຂອງ ສປປ ລາວ ໃນປັດຈຸບັນ ແລະ ສອດຄ່ອງກັບທິດຊີ້ນໍາຂອງພັກ ແລະ ລັດຖະບານ ຂອງສອງປະເທດພວກເຮົາ ສະແດງເຖິງຄວາມເປັນຫວ່ງເປັນຫ່ວງເປັນໄຍຢ່າງຈິງໃຈຕໍ່ປະຊາຊົນຄົນລາວ ແລະ ເປັນການສົ່ງເສີມການຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນ ທີ່ເປັນມູນເຊື້ອທີ່ດີງາມຖານປະເທດເພື່ອນມິດ ຕາມທິດ 4 ດີ ແລະ ຄູ່ຮ່ວມຊະຕາກໍາຮ່ວມກັນຂອງສອງຊາດລາວ-ຈີນ ຈີນ-ລາວ ແລະ ຫວັງຢ່າງຍິ່ງວ່າ ສາຍພົວພັນທີ່ເປັນມູນເຊື້ອ ແລະ ຄວາມສາມັກຄີຮັກແພງທີ່ດີຂອງພວກເຮົາ ຈະສືບຕໍ່ຮັກສາ ແລະ ນັບມື້ເພີ່ມພູນໃຫ້ດີຂື້ນເລື້ອຍໆໄປ.

error: Content is protected !!