
ວັນທີ 5 ພຶດສະພາ 2020 ຢູ່ກະຊວງຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ບໍລິສັດລາວຊຽງຟົ້ງ ໄດ້ມອບເຄື່ອງມືອຸປະກອນການແພດຕ້ານພະຍາດ COVID-19 ໃຫ້ກະຊວງ ຖວທ ປະກອບມີ: ຜ້າອັດປາກ-ດັງ 10 ພັນອັນ ເຄື່ອງວັດແທກອຸນຫະພູມຮ່າງກາຍ 60 ອັນ ແລະ ເຈວລ້າງມື 240 ກ່ອງ ກ່າວມອບໂດຍທ່ານ ຊົງເຈຍຟົ້ງ ປະທານບໍລິສັດ ລາວຊຽງຟົ້ງ ແລະ ກ່າວຮັບໂດຍທ່ານ ກິແກ້ວ ໄຂຄຳພິທູນ ລັດຖະມົນຕີກະຊວງ ຖວທ ມີພາກສ່ວນທີ່ກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

ໂອກາດນີ້ ທ່ານ ກິແກ້ວ ໄຂຄຳພິທູນ ໄດ້ສະແດງຄວາມຂອບໃຈຕໍ່ທ່ານປະທານບໍລິສັດ ລາວຊຽງຟົ້ງ ພ້ອມຄະນະ ທີ່ນຳເອົາອຸປະກອນການແພດມາຊ່ວຍເຫຼືອກະຊວງ ຖວທ ຄັ້ງນີ້ ເຊິ່ງເປັນການປະກອບ ສ່ວນອັນສຳຄັນເຂົ້າໃນການຊ່ວຍເຫຼືອດ້ານການປ້ອງກັນ ແລະ ຕ້ານການແຜ່ລາມຂອງເຊື້ອພະຍາດ COVID-19 ຢູ່ລາວ ພ້ອມທັງຢືນຢັນວ່າຈະນຳເອົາເຄື່ອງທີ່ມາຊ່ວຍເຫຼືອທັງໝົດນີ້ໄປໃຊ້ໃຫ້ເກີດຜົນປະໂຫຍດສູງສຸດ ຕາມເຈດຈຳນົງຂອງທາງບໍລິສັດທີ່ມາມອບໃຫ້ແກ່ກະຊວງ ຖວທ ໂດຍສະເພາະແມ່ນຢູ່ຂະແໜງການທ່ອງທ່ຽວຂອງລາວ.
# ຂ່າວ & ພາບ : ຊິລິການດາ