ທ່ານ ນາງ ຄຳຈັນ ພົມແສງສະຫວັນ ຮອງປະທານສູນກາງແນວລາວສ້າງລາວ (ສນຊ) ໄດ້ຕາງໜ້າໃຫ້ ສນຊ ມີຄໍາເຫັນຕໍ່ບົດລາຍງານຂອງສະພາແຫ່ງຊາດ ກ່ຽວກັບການເຄື່ອນໄຫວວຽກງານປະຈຳປີ 2021 ແລະ ແຜນການເຄື່ອນໄຫວປີ 2022 ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ວັນທີ 8 ພະຈິກ 2021 ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ.

ທ່ານຮອງປະທານ ສນຊ ໄດ້ມີຄໍາສະເໜີຂອງປະຊາຊົນຕໍ່ສະພາແຫ່ງຊາດ ຜ່ານໄປຍັງພາກສ່ວນກ່ຽວຂ້ອງ ເພື່ອພິຈາລະນາໃນ 10 ບັນຫາສຳຄັນ ຄື:
- ສະເໜີໃຫ້ສະພາແຫ່ງຊາດ ເພີ່ມທະວີການຕິດຕາມກວດກາ ກະຕຸກຊຸກຍູ້ ຕໍ່ການປະຕິບັດໂຄງການພັດທະນາຂອງລັດຖະບານ ບໍລິສັດກ່ຽວຂ້ອງ ທີ່ປະຊາຊົນໄດ້ຮັບຜົນກະທົບ ແຕ່ບໍ່ທັນໄດ້ຮັບການແກ້ໄຂ
- ຕໍ່ບັນຫາທີ່ດິນ ການຈັບຈອງທີ່ດິນ ປ່າ ດິນຫວງຫ້າມ ດິນບ້ານ ແລະ ດິນປະເພດຕ່າງໆ ເປັນຈໍານວນຫຼາຍ ໄວ້ຫຼາຍປີ ແຕ່ບໍ່ໄດ້ມີການພັດທະນາຫຍັງ ທັງບໍ່ທັນໄດ້ເສຍພັນທະຕໍ່ລັດ ຂອງບຸກຄົນ ນິຕິບຸກຄົນ ຍັງມີຢູ່ທ້ອງຖີ່ນຕ່າງໆ ແຕ່ປະຊາຊົນຈໍານວນບໍ່ໜ້ອຍ ບໍ່ມີບ່ອນປຸກສ້າງທີ່ຢູ່ອາໄສ ບໍ່ມີທີ່ດິນທໍາການຜະລິດ ບໍ່ມີລາຍຮັບທີ່ໝັ້ນຄົງ ມີຄວາມທຸກຍາກ ຕໍ່ສະພາບການດັ່ງກ່າວ ຄວນໄດ້ເອົາໃຈໃສ່ກວດກາຄືນ ແລະ ມີການຈັດສັນ ມີຊ່ອງທາງເພື່ອຊ່ວຍເຫຼືອແກ້ໄຂໃຫ້ເຂົາເຈົ້າ
- ບັນຫາການສ້າງວຽກເຮັດງານທໍາ ໃຫ້ລູກຫຼານຂອງປະຊາຊົນບັນດາເຜົ່າຢູ່ທ້ອງຖິ່ນຕ່າງໆ ລວມທັງຜູ້ຮຽນຈົບວິຊາຊີບແລ້ວບໍ່ມີວຽກເຮັດງານທໍາ ລວມທັງແຮງງານລາວທີ່ກັບມາຈາກຕ່າງປະເທດໃນໄລຍະໂຄວິດ-19 ເພື່ອເປັນການແກ້ໄຂຊີວິດການເປັນຢູ່ຂອງເຂົາເຈົ້າໃຫ້ດີຂຶ້ນ
- ສະເໜີໃຫ້ມີມາດຕະການໃນການສົ່ງເສີມການລົງທຶນຂອງລັດເພີ່ນຂຶ້ນ
- ອົງການປົກຄອງ ແລະ ປະຊາຊົນ ກຸ່ມເນີນສູງ ເມືອງໂພນໄຊ ແຂວງ ຫຼວງພະບາງ ມີ 5 ບ້ານຄື: (ບ້ານລ້ອງແງດ ລ້ອງຍົມໃຫຍ່ ລັງກ້ອງຜາແຕ້ມ ຜາຕູບໃຕ້ ແລະບ້ານຜາຕູບເໜືອ) ເຂດດັ່ງກ່າວ ເປັນເຂດປະຕິວັດໃນເມື່ອກ່ອນ ຍັງຂາດປັດໄຈເພື່ອຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ປະຊາຊົນຢູ່ຕາມທາງຮ່ອມ ທາງຊອຍ ຈໍານວນໜຶ່ງ ໃນ 4 ຕົວເມືອງ ຂອງນະຄອນຫຼວງວຽງຈັນ ຍັງພົບຄວາມຫຍຸ້ງຍາກໃນການໄປມາ
- ປະຊາຊົນ ຊັ້ນຄົນໃນສັງຄົມ ເຫັນດີສະໜັບສະໜູນຕໍ່ພັກ-ລັດ ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດ ໂດຍສະເພາະແມ່ນວາລະວ່າດ້ວຍການແກ້ໄຂບັນຫາຢາເສບຕິດ
- ສະເໜີ ສສຊ ສະມາຊິກສະພາປະຊາຊົນຂັ້ນແຂວງ ເພີ່ມທະວີການລົງພົບປະ ແລະ ໃກ້ຊິດກັບປະຊາຊົນໃຫ້ຫຼາຍຂຶ້ນຕື່ມ ໂດຍສະເພາະ ປະຊາຊົນຢູ່ເຂດພູດອຍຫ່າງໄກ ທຸລະກັນດານຕາມຊາຍແດນ ຄວນມີການວາງຄາດໝາຍຊັດເຈນ
- ສະເໜີລັດຖະບານ ສືບຕໍ່ເອົາໃຈໃສ່ແກ້ໄຂບັນຫານະໂຍບາຍຕໍ່ຜູ້ທີ່ມີຄຸນງາມຄວາມດີຕໍ່ປະເທດຊາດ ຕາມລະບຽບການ ແລະ ຊ່ວຍເຫຼືອປະຊາຊົນທີ່ທຸກຍາກຂາດເຂີນ ໃນໄລຍະທີ່ມີການລະບາດຂອງພະຍາດໂຄວິດ-19 ຜູ້ທີ່ປະສົບໄພພິບັດທໍາມະຊາດຢູ່ທ້ອງຖິ່ນຕ່າງໆ
- ສະເໜີສະພາແຫ່ງຊາດ ຊຸກຍູ້ລັດຖະບານເອົາໃຈໃສ່ວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບການແຂ່ງຂັນຮັກຊາດ ແລະ ພັດທະນາ
- ສະເໜີໃຫ້ຊຸກຍູ້ລັດຖະບານເລັ່ງປັບປຸງຂອດຂັ້ນການບໍລິການ ບໍລິຫານລັດ ໃຫ້ກະທັດຮັດ ແລະ ເລັ່ງປັບປຸງການແບ່ງຂັ້ນຄຸ້ມຄອງລະຫວ່າງຂະແໜງການຂັ້ນສູນກາງ ແລະ ທ້ອງຖິ່ນ.
.# ຂ່າວ – ພາບ : ບຸນມີ