ສສຊ ສືບຕໍ່ຄົ້ນຄວ້າພິຈາລະນາໃນຫຼາຍບັນຫາ

    ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງ ຊາດ ຊຸດທີ IX ໃນວັນທີ 8 ພະຈິກ 2021 ທີ່ຫໍປະຊຸມສະພາແຫ່ງຊາດໃນພາກເຊົ້າ ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສືບຕໍ່ປະກອບຄຳເຫັນຕໍ່ບົດລາຍງານຂອງສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ເປັນປະທານຂອງ ທ່ານ ຈະເລີນ ເຢຍປາວເຮີ ຮອງປະທານສະພາແຫ່ງຊາດ ມີບັນດາ ສສຊ ທຸກເຂດເລືອກຕັ້ງທົ່ວປະເທດ ແລະ ຕາງໜ້າຈາກກະຊວງຍຸຕິທຳ ແລະ ກະຊວງປ້ອງກັນຄວາມສະຫງົບເຂົ້າຮ່ວມ.

    ກອງປະຊຸມ ໄດ້ສະເໜີຮ່າງມະຕິກອງປະຊຸມສະພາແຫ່ງຊາດ 2 ສະບັບຄື: ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງສານປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນ ໄຫວວຽກງານ ປະຈຳປີ 2021 ແລະ ແຜນການປະຈຳປີ 2022 ແລະ ມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາບົດລາຍງານຂອງອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2021 ແລະ ແຜນການປະຈຳປີ 2022 ເຊິ່ງບັນດາ ສສຊ ໄດ້ປະກອບຄຳເຫັນຕໍ່ເນື້ອໃນຮ່າງມະຕິດັ່ງກ່າວຢ່າງກົງໄປກົງມາ ຈາກນັ້ນ ປະທານກອງປະຊຸມ ກໍໄດ້ສະຫຼຸບສັງລວມການປະກອບຄຳເຫັນຂອງ ສສຊ ຕໍ່ວຽກງານຂອງສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ. ພາກບ່າຍ ກອງປະຊຸມ ພາຍໃຕ້ການເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດ ກອງປະຊຸມໄດ້ພິຈາລະນາຮັບຮອງເອົາການແຕ່ງຕັ້ງບຸຄະລາກອນ ສະມາຊິກສະພາຜູ້ພິພາກສາ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ສະເໜີມາດຕະຖານ ແລະ ລາຍຊື່ບຸຄະລາກອນ ສະມາຊິກສະພາຜູ້ພິພາກສາຂອງສານປະຊາຊົນສູງສຸດ ບັນດາ ສສຊ ມີຄຳເຫັນ ຈາກນັ້ນ ຫົວໜ້າກອງເລຂານຸການກອງປະຊຸມ ຜ່ານຮ່າງມະຕິກອງປະຊຸມສະພາແຫ່ງຊາດ ວ່າດ້ວຍການຮັບຮອງເອົາການແຕ່ງຕັ້ງສະມາຊິກສະພາຜູ້ພິພາກສາຂອງສານປະຊາຊົນສູງສຸດ ແລະ ກອງປະຊຸມຍັງພິຈາລະນາຮັບຮອງເອົາບົດລາຍງານຂອງສະພາແຫ່ງຊາດ ທ່ານ ນາງ ສູນທອນ ໄຊຍະຈັກ ຮອງປະທານສະພາແຫ່ງຊາດ ຜ່ານບົດລາຍງານຂອງສະພາແຫ່ງຊາດ ກ່ຽວກັບການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2021 ແລະ ແຜນການປີ 2022.

.

.# ຂ່າວ – ພາບ : ຊິລິການດາ

error: Content is protected !!