ສສຊ ຊີ້ອົງການກວດກາ ແລະ ກວດສອບ ສາມາດແກ້ໄຂບັນຫາການສໍ້ລາດບັງຫຼວງໄດ້ດີ

    ທ່ານ ສົມມາດ ພົລເສນາ ກຳມະການສູນກາງພັກ ຮອງປະທານຄະນະປະຈໍາສະພາແຫ່ງຊາດ ໄດ້ຖະແຫຼງຕໍ່ສື່ມວນຊົນໃນວັນທີ 8 ພະຈິກ 2021 ທີ່ສະພາແຫ່ງຊາດ ໃຫ້ຮູ້ກ່ຽວກັບຜົນສຳເລັດການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ 9 ໃນການພິຈາລະນາວຽກງານຂອງ ອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດ ລະຫວ່າງວັນທີ 5-6 ພະຈິກ 2021 ຜ່ານມາ ໃຫ້ຮູ້ວ່າ: ສະມາຊິກສະພາແຫ່ງຊາດ (ສສຊ) ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ແລະ ຕີລາຄາສູງຕໍ່ທັງສອງອົງການ ທີ່ໄດ້ມີຄວາມພະຍາຍາມປະຕິບັດພາລະບົດບາດຂອງຕົນຕາມກົດໝາຍຢ່າງຕັ້ງໜ້າ ເຮັດໃຫ້ສາມາດແກ້ໄຂບັນຫາການສໍ້ລາດບັງຫຼວງໃນຖັນແຖວພະນັກງານລັດ ຫຼຸດຜ່ອນການລະເມີດວິໄນແຜນການ-ການເງິນຂອງຫົວໜ່ວຍງົບປະມານລັດ ແລະ ເກັບກູ້ຄືນໄດ້ຜົນເສຍຫາຍທາງດ້ານການເງິນ ແລະ ວັດຖຸເຂົ້າງົບປະມານລັດ ເຮັດໃຫ້ສັງຄົມມີຄວາມເຊື່ອໝັ້ນຕໍ່ການນໍາພາຂອງພັກ-ລັດ.

     ພ້ອມນັ້ນ ສສຊ ໄດ້ສະແດງຄວາມເປັນຫວ່ງເປັນໄຍ ແລະ ສະເໜີໃຫ້ເອົາໃຈໃສ່ບາງບັນຫາສໍາຄັນເປັນຕົ້ນ ໄດ້ສະເໜີໃຫ້ 2 ອົງການ ເອົາໃຈໃສ່ແກ້ໄຂຜົນການກວດກາ ແລະ ຜົນການກວດສອບ ໂດຍໃຫ້ມີການໄຈ້ແຍກຂໍ້ມູນລະອຽດຈະແຈ້ງກ່ຽວກັບບັນຫາທີ່ສາມາດແກ້ໄຂໄດ້ ແລະ ຍັງບໍ່ສາມາດແກ້ໄຂໄດ້ ເພຶ່ອເອົາອອກຈາກບັນຊີຜົນການກວດສອບ-ກວດກາ ໃຫ້ໄດ້ຢ່າງຂາດຕົວ ບໍ່ໃຫ້ແກ່ຍາວ ຊຳເຮື້ອ ໂດຍສະເພາະ ການເກັບກູ້ລາຍຮັບ ແລະ ໜີ້ຕ້ອງຮັບຕ່າງໆ ເຫັນວ່າເປັນບັນຫາທີ່ມີຄວາມຈໍາເປັນຕ້ອງໄດ້ເອົາໃຈໃສ່ໃນການແກ້ໄຂຢ່າງເຂັ້ມງວດ ແລະ ທັນການ ເພື່ອນຳເອົາລາຍຮັບ ແລະ ລາຍຈ່າຍທີ່ກວດເຫັນເພີ່ມໃນປີ 2020 ຈົດເຂົ້າແຜນງົບປະມານປີ 2022 ແລະ ສືບຕໍ່ເລັ່ງທວງຈາກບັນດາເປົ້າໝາຍທີ່ຖືກກວດສອບໃຫ້ຄົບຖ້ວນ ພ້ອມນັ້ນ ໄດ້ສະເໜີໃຫ້ສອງອົງການຮີບຮ້ອນຄົ້ນຄວ້າປັບປຸງກົດໝາຍໃນຂົງເຂດຕົນເອງ ໃຫ້ສຳເລັດຕາມແຜນການ ສ້າງ ແລະ ປັບປຸງກົດໝາຍຂອງສະພາແຫ່ງຊາດ ພ້ອມທັງສືບຕໍ່ຜັນຂະຫຍາຍ ອອກເປັນນິຕິກໍາໃຕ້ກົດໝາຍໃຫ້ຄົບຖ້ວນ ແລະ ຮັດກຸມ ສາມາດຄຸ້ມຄອງໄດ້ຢ່າງທົ່ວເຖິງ ສະເໜີໃຫ້ສອງອົງການ ເອົາໃຈໃສ່ສ້າງຄວາມເຂັ້ມແຂງດ້ານວິຊາສະເພາະ ຍົກສູງຈັນຍາບັນ ຈັນຍາທຳຂອງພະນັກງານ ໃຫ້ມີຄວາມຊຳນິຊຳນານ ແລະ ເປັນມືອາຊີບ ພ້ອມທັງສະເໜີໃຫ້ລັດຖະບານຄົ້ນຄວ້າພິຈາລະນາງົບປະມານ ແລະ ສະໜອງເຄື່ອງມືອຸປະກອນທີ່ຈຳເປັນຕໍ່ວຽກງານກວດກາ ແລະ ກວດສອບ ເພື່ອຫັນເປັນທັນສະໄໝ ຮັບປະກັນໃຫ້ມີຖານຂໍ້ມູນທີ່ແນ່ນອນ ສາມາດເຊື່ອມໂຍງກັບຄັງເງິນແຫ່ງຊາດ ແລະ ພາກສ່ວນອື່ນທີ່ກ່ຽວຂ້ອງ ເພື່ອສາມາດດໍາເນີນວຽກງານ ການກວດກາ ແລະ ການກວດສອບແຕ່ຫົວທີ ທັງເປັນການຫຼີກລ່ຽງ ແລະ ແກ້ໄຂບັນຫາການລະເມີດວິໄນການເງິນ-ເງິນຕາ ຮັບປະກັນການສະໜອງຂໍ້ມູນໃຫ້ຄົບຖ້ວນ ແລະ ທັນຕາມກຳນົດເວລາ ເພື່ອລາຍງານຕໍ່ກອງປະຊຸມສະພາແຫ່ງຊາດແຕ່ລະຄັ້ງ.

    ສສຊ ສ່ວນຫຼາຍແມ່ນເຫັນດີ ແລະ ສະເໜີໃຫ້ເອົາໃຈໃສ່ແກ້ໄຂບັນຫາທີ່ຍັງຄົງຄ້າງໃຫ້ສຳເລັດ ພ້ອມທັງເອົາໃຈໃສ່ກວດສອບ-ກວດກາເປົ້າໝາຍທີ່ຕິດພັນກັບວາລະແຫ່ງຊາດ ໂຄງການລົງທຶນຕາມເປົ້າໝາຍ ພັດທະນາແບບຍືນຍົງ ໂຄງການລົງທຶນຂອງລັດຂະໜາດໃຫ່ຍ ການແກ້ໄຂໜີ້ສິນໂຄງການລົງທຶນຂອງລັດການປ່ອຍສິນເຊື່ອ ແລະ ໜີ້ສິນທີ່ບໍ່ເກີດດອກອອກຜົນ ຂອງທະນາຄານທຸລະກິດລັດ ໂຄງການການພັດທະນາຊົນນະບົດ ແລະ ລຶບລ້າງຄວາມທຸກຍາກ ແລະ ໂຄງການແກ້ໄຂໄພພິບັດທາງທຳມະຊາດ.

    ທີ່ກ່າວມານັ້ນ ແມ່ນບາງຄຳຄິດຄຳເຫັນຂອງບັນດາທ່ານ ສສຊ ຕໍ່ບົດລາຍງານຂອງອົງການກວດກາແຫ່ງລັດ ແລະ ອົງການກວດສອບແຫ່ງລັດທີ່ຂ້າພະເຈົ້າຍົກຂື້ນ ນອກຈາກນີ້ ກອງປະຊຸມຍັງໄດ້ມີການຊັກຖາມເພື່ອໃຫ້ທ່ານປະທານຂອງສອງອົງການຂື້ນຊີ້ແຈງ ອະທິບາຍ ໃຫ້ຄວາມກະຈ່າງແຈ້ງ ຕໍ່ບັນຫາສຳຄັນ ແລະ ພົ້ນເດັ່ນ ທີ່ບັນດາທ່ານສະມາຊິກສະພາແຫ່ງຊາດຕັ້ງຂື້ນ ເຊິ່ງບັນດາຄໍາເຫັນຂອງສະມາຊິກສະພາແຫ່ງຊາດ ຈະໄດ້ນຳໄປປັບປຸງໃສ່ຮ່າງມະຕິ ເພື່ອກະກຽມໃຫ້ສະມາຊິກ ສສຊ ລົງຄະແນນສຽງ ຮັບຮອງເອົາໃນວັນທີ 16 ພະຈິກ 2011 ເພື່ອນຳໄປຈັດຕັ້ງປະຕິບັດ ພ້ອມດຽວກັນ ບັນດາທ່ານ ສສຊ ເອງ ກໍມີໜ້າທີ່ຕິດຕາມກວດກາການຈັດຕັ້ງປະຕິບັດມະຕິດັ່ງກ່າວ ແລະ ຈະໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນໃນເທື່ອຖັດໄປ.

.# ຂ່າວ – ພາບ :  ບຸນມີ

error: Content is protected !!