ພົບຜູ້ຕິດເຊື້ອໂຄວິດ-19 ໃໝ່ 783 ຄົນ ແລະ ເສຍຊີວິດ 4 ຄົນ

    ທ່ານ ດຣ ສີສະຫວາດ ສຸດທານີລະໄຊ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫຼງຂ່າວສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ ປະຈຳວັນທີ 8 ພະຈິກ ປີ 2021 ໃຫ້ຮູ້ວ່າ ວັນທີ 7 ພະຈິກ 2021 ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 6.234 ຕົວຢ່າງ ໃນນັ້ນ ກວດພົບຜູ້ຕິດເຊືື້ອໃໝ່ 786 ຄົນ (ຕິດເຊື້ອພາຍໃນ ມີ 783 ຄົນ ແລະ ຕິດເຊື້ອນໍາເຂົ້າ 3 ຄົນ. ສຳລັບຜູ້ຕິດເຊືື້ອພາຍໃນໃໝ່ 783 ຄົນ ຈາກ 15 ແຂວງຄື

  • ນະຄອນຫຼວງວຽງຈັນ (ນວ) 314 ຄົນ ມາຈາກ 130 ບ້ານ ໃນ 9 ເມືອງມີ ເມືອງຈັນທະບູລີ ມີ 10 ບ້ານ 27 ຄົນ ສີໂຄດຕະບອງ ມີ 22 ບ້ານ 38 ຄົນ ໄຊເສດຖາ ມີ 25 ບ້ານ 83 ຄົນ ສີສັດຕະນາກມີ 15 ບ້ານ 23 ຄົນ ນາຊາຍທອງມີ 8 ບ້ານ 34 ຄົນ ໄຊທານີ ມີ 27 ບ້ານ 77 ຄົນ ຫາດຊາຍຟອງ ມີ 18 ບ້ານ 26 ຄົນ ສັງທອງ 4 ບ້ານ 5 ຄົນ ແລະ ເມືອງປາກງື່ມ 1 ບ້ານ 1 ຄົນ
  • ນະຄອນຫຼວງພະບາງ 138 ຄົນ ໃນ 30 ບ້ານ ແລະ 6 ເມືອງ
  • ແຂວງວຽງຈັນ 71 ຄົນ ໃນ 20 ບ້ານ ແລະ 5 ເມືອງ
  • ຫຼວງນ້ຳທາ ມີ 48 ຄົນ ໃນ 27 ບ້ານ ແລະ 3 ເມືອງ
  • ຜົ້ງສາລີ ມີ 40 ຄົນ ໃນ 2 ເມືອງ
  • ໄຊຍະບູລີ 33 ຄົນ ໃນ 7 ບ້ານ ໃນ 1 ເມືອງ
  • ຈຳປາສັກ ມີ 29 ຄົນ ໃນ 12 ບ້ານ ແລະ 3 ເມືອງ
  • ອຸດົມໄຊ ມີ 26 ຄົນ
  • ເຊກອງ ມີ 19 ຄົນ 10 ບ້ານ ໃນ 3 ເມືອງ
  • ບໍລິຄຳໄຊ 16 ຄົນ ໃນ 4 ບ້ານ ແລະ 1 ເມືອງ
  • ຄຳມ່ວນ ມີ 15 ຄົນ ໃນ 5 ບ້ານ ແລະ 3 ເມືອງ
  • ສະຫວັນນະເຂດ ມີ 13 ຄົນ ໃນ 7 ບ້ານ ແລະ 2 ເມືອງ
  • ບໍ່ແກ້ວ ມີ 12 ຄົນ ໃນ 4 ບ້ານ ແລະ 3 ເມືອງ
  • ສາລະວັນ ມີ 8 ຄົນ ໃນ 3 ບ້ານ ແລະ 2 ເມືອງ
  • ແລະ ແຂວງໄຊສົມບູນ ມີ 1 ຄົນ ໃນ 1 ບ້ານ ແລະ 1 ເມືອງ

     ສ່ວນການຕິດເຊືື້ອນໍາເຂົ້າຂອງຜູ້ທີ່ເດີນທາງເຂົ້າປະເທດມີ 3 ຄົນ ຈາກແຂວງສະຫວັນນະເຂດ 2 ຄົນ ແລະ ບໍ່ແກ້ວ 1 ຄົນ ທັງໝົດແມ່ນໄດ້ເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຕ່ລະແຂວງ ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ແຂວງກໍານົດໄວ້.

    ປັດຈຸບັນທົ່ວປະເທດມີຜູ້ຕິດເຊື້ອສະສົມທັງໝົດ 47.842 ຄົນ ເສຍຊີວິດສະສົມ 86 ຄົນ (ໃໝ່ 4 ຄົນ) ປິ່ນປົວຫາຍດີ ແລະ ກັບບ້ານໃນວັນທີ 7 ມີ 499 ຄົນ ກໍາລັງປິ່ນປົວ 8.862 ຄົນ ໃນວັນທີ 7 ພະຈິກ ມີຜູ້ເດີນທາງຜ່ານດ່ານເຂົ້າມາ ສປປ ລາວ 1.007 ຄົນ ທຸກຄົນເດີນທາງເຂົ້າມາ ໄດ້ເກັບຕົວຢ່າງກວດຊອກຫາເຊືື້ອໂຄວີດ-19 ແລະ ນໍາສົ່ງເຂົ້າໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ ຫຼື ໂຮງແຮມທີ່ຄະນະສະເພາະກິດກໍານົດໄວ້ຈົນຄົບກໍານົດຈື່ງອອກມາເຄື່ອນໄຫວໃນສັງຄົມໄດ້ ປັດຈຸບັນ ທົ່ວປະເທດມີສູນຈໍາກັດບໍລິເວນທີ່ເປີດນໍາໃຊ້ຢູ່ທັງໝົດ 86 ສູນ ແລະ 59 ໂຮງແຮມ ມີຜູ້ຈຳກັດບໍລິເວນທັງໝົດ 5.240 ຄົນ (ສູນ 3.426 ຄົນ ແລະ ໂຮງແຮມ 1.814 ຄົນ).

.

# ຂ່າວ & ພາບ :  ອົ່ນ ໄຟສົມທອງ

error: Content is protected !!