ແຮງງານລາວຈຳນວນຫຼາຍ ໄດ້ຮັບການແກ້ໄຂວຽກເຮັດງານທຳ

    ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19  ນັບ​ແຕ່​ປີ  2020  ເປັນ​ຕົ້ນ​ມາ  ໄດ້​ເຮັດ​ໃຫ້​ແຮງ​ງານ​ລາວເດີນ​ທາງ​ກັບ​ຄືນ​ປະ​ເທດ​ເປັນ​ຈຳ​ນວນຫຼວງຫຼາຍ  ຂະ​ນະ​ທີ່​ຫົວ​ໜ່ວຍ​ທຸ​ລະ​ກິດ​ຫຼາຍ​ແຫ່ງ​ໄດ້​ໂຈະ​ກິດ​ຈະ​ການ​ຊົ່ວ​ຄາວ ເຮັດ​ໃຫ້​ແຮງ​ງານ​ທີ່​ກັບ​ມາ​ຈາກ​ຕ່າງ​ປະ​ເທດ ແລະ ແຮງ​ງານ​ຢູ່​ພາຍ​ໃນ​ວ່າງ​ງານ  496.000 ຄົນ  ແນວ​ໃດ​ກໍ​ຕາມ ກະ​ຊວງ​ແຮງ​ງານ ແລະ ພາກ​ສ່ວນ​ກ່ຽວ​ຂ້ອງ ​​ໄດ້​ພະ​ຍາ​ຍາມຊ່ວຍເຫຼືອໃນການຈັດຫາວຽກເຮັດງານທຳ ໃຫ້ແກ່ແຮງງານ  ຊຶ່ງ​ຄາດ​ວ່າຈະສາມາດສະໜອງແຮງງານເຂົ້າສູ່ຕຳແໜ່ງງານໄດ້ທັງໝົດ 18.628 ຄົນ.

    ໃນວາລະກອງປະຊຸມສະໄໝສາມັນ ເທື່ອທີ  2  ຂອງສະພາແຫ່ງຊາດ ຊຸດທີ IX ຜ່ານມາ ທ່ານ ນາງ ຄຳໃບ ຂັດທິຍະ ລັດຖະມົນຕີກະຊວງແຮງ​ງານ ແລະ ສະ​ຫວັດ​ດີ​ການ-​ສັງ​ຄົມ (ຮສສ) ໄດ້​ຊີ້​ແຈງ​ຕໍ່ ສ​ສ​ຊ ວ່າ: ການລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບໃຫ້ແຮງງານລາວກັບຈາກຕ່າງປະເທດເປັນຈໍານວນຫຼາຍ  ຊຶ່ງໂຕເລກຂໍ້ມູນແຮງງານທີ່ໄປອອກແຮງງານຢູ່ຕ່າງປະເທດທີ່ເກັບກຳໄດ້ທັງໝົດ ນັບແຕ່ປີ 2020 ມາຮອດເດືອນ 9 ປີ 2021 ມີ 224.118 ຄົນ ໃນນີ້ ກັບຄືນມາໃນປີ 2020 ຈຳນວນ 158.753 ຄົນ ສຳລັບໃນປີ 2021 ນັບແຕ່ເດືອນມັງ​ກອນ-ເດືອນ​ກັນ​ຍາປີນີ້ ຈໍານວນແຮງງານທີ່ໄດ້ກັບຄືນປະເທດ ມີ 56.918 ຄົນ ແລະ ຍັງຄ້າງ 8.447 ຄົນ ພ້ອມກັນນີ້ ການລະບາດຂອງພະຍາດໂຄວິດ-19  ຄັ້ງນີ້ ໄດ້ສົ່ງຜົນກະທົບເຮັດໃຫ້ບັນດາຫົວໜ່ວຍທຸລະກິດ ໂຮງຈັກໂຮງງານ ບໍລິສັດ ແລະ ໂຄງການລົງທຶນສ່ວນຫຼາຍກໍຫຼຸດ​ພະ​ນັກ​ງານ​ລົງ ຫຼື ໂຈະ ການດຳເນີນກິດຈະການຊົ່ວຄາວເປັນບາງໄລຍະ ຫຼື ບາງບ່ອນ ກໍໄດ້ປິດກິດຈະການລົງ ອັນໄດ້ສົ່ງຜົນກະທົບຕໍ່ການມີວຽກເຮັດງານທຳຂອງແຮງງານລາວ​ບໍ່ໜ້ອຍ ຊຶ່ງໃນນີ້ ມີແຮງງານທີ່ຖືກເລີກຈ້າງ ແລະ ໂຈະການເຮັດວຽກ ຈໍານວນ  439.082  ຄົນ ຈາກຂໍ້ມູນແຮງງານທີ່ກັບມາຈາກຕ່າງປະເທດທີ່ວ່າງງານ ແລະ ຜູ້ວ່າງງານພາຍໃນປະເທດ ລວມມີແຮງງານທີ່ວ່າງງານທັງໝົດ 496.000 ຄົນ.

    ຕໍ່ສະພາບດັ່ງກ່າວ  ​ລັດ​ຖະ​ບານ ກໍ​ຄືກະຊວງ ຮສສ ໄດ້ສ້າງກົນໄກຕິດຕາມການເຄື່ອນໄຫວ ແລະ ຄວາມຕ້ອງການຂອງຕະຫຼາດແຮງງານລາວທີ່ຢາກມີວຽກເຮັດງານທຳ ແລະ ຢາກຝືກວິຊາຊີບຕ່າງໆ ເຊັ່ນ: ອອກແຈ້ງການໃຫ້ພະແນກ ຮສສ ສົມທົບກັບອົງການປົກຄອງທ້ອງຖິ່ນທຸກຂັ້ນ  ເພື່ອເກັບກຳຂໍ້ມູນແຮງງານດັ່ງກ່າວ, ໄດ້ສ້າງສູນບໍລິການຂໍ້ມູນເພື່ອຊ່ວຍເຫຼືອແຮງງານ ຫຼື ເອີ້ນວ່າ Call Center ສ້າງລະບົບໂຄສະນາ ແລະ ຂຶ້ນທະບຽນທາງອອນລາຍເຊັ່ນ: ເວັບໄຊ Facebook Line Whatsapp ເພື່ອເກັບກໍາຈໍານວນ ແລະ ຊ່ວຍເຫຼືອໃນການຈັດຫາວຽກເຮັດງານທຳໃຫ້ແກ່ແຮງງານທັງພາຍໃນ ແລະ ແຮງງານທີ່ກັບຈາກຕ່າງປະເທດ ຜ່ານການປະຕິບັດຕົວຈິງ ສາມາດເກັບກຳຕຳແໜ່ງງານວ່າງໄດ້ທັງໝົດ 25.254 ຕໍາແໜ່ງ ແລະ ຜ່ານການປະຕິບັດໃນ  9  ເດືອນຕົ້ນປີ 2021 ຜ່ານມາ ສາມາດຈັດຫາວຽກເຮັດງານທຳໄດ້  7.167  ຄົນ ຍິງ  3.120  ຄົນ  ໂດຍອີງໃສ່ການປະສານງານຢ່າງໃກ້ຊິດກັບອົງການ 3  ຝ່າຍ ເຂດເສດຖະກິດພິເສດ ເຂດເສດຖະກິດສະເພາະ ໂຄງການລົງທຶນທັງພາຍໃນ ແລະ ຕ່າງປະເທດ ແລະ ຫົວໜ່ວຍແຮງງານ  ຊຶ່ງຜ່ານການລາຍງານເບື້ອງຕົ້ນ ຂອງສູນບໍລິການຂໍ້ມູນເພື່ອຊ່ວຍເຫຼືອແຮງງານ ໃນເດືອນຕຸລາຜ່ານມາ ແມ່ນຈະສາມາດເກັບກຳຈຳນວນແຮງງານເຂົ້າສູ່ຕຳແໜ່ງໄດ້ຕື່ມ ຈຳນວນ 11.461 ຄົນ ຍິງ 1.821 ຄົນ ຄາດວ່າຈະສາມາດສະໜອງແຮງງານເຂົ້າສູ່ຕຳແໜ່ງງານໄດ້ທັງໝົດ 18.628  ຄົນ ຍິງ  4.941  ຄົນ ພ້ອມນັ້ນ  ກໍເຫັນວ່າຍັງມີຕໍາແໜ່ງງານວ່າງ ຢາງໜ້ອຍ 6.626 ຕໍາແໜ່ງ ທີ່ພ້ອມຈະຮັບເອົາແຮງງານເຂົ້າເຮັດວຽກນຳ.

    ລັດ​ຖະ​ມົນ​ຕີ​ກະ​ຊວງ ຮ​ສ​ສ ກ່າວ​ອີກວ່າ: ໃນ​ຕໍ່​ໜ້າ​ນີ້ ຈະສືບຕໍ່ຮ່ວມມືກັບພາກວິສາຫະກິດ ເພື່ອເກັບກໍາຂໍ້ມູນ ແລະ ຂຶ້ນທະບຽນຜູ້ອອກແຮງງານລາວທີ່ວ່າງງານ ທັງຢູ່ພາຍໃນ ແລະ ຜູ້ທີ່ກັບມາຈາກຕ່າງປະເທດ  ເພື່ອສະໜອງເຂົ້າໃສ່ຕໍາແໜ່ງງານວ່າງຢູ່ພາຍໃນປະເທດ ໂດຍເລີ່ມຈາກແຂວງພາກໃຕ້ ເຊັ່ນ: ແຂວງຈໍາປາສັກ ແລະ ຂະຫຍາຍໄປແຂວງເຊກອງ ແລະ ​ບັນ​ດາ​ແຂວງຕາມລຳດັບ ສ່ວນພາກເໜືອ ແມ່ນເລີ່ມຈາກເຂດເສດຖະກິດພິເສດສາມຫຼ່ຽມຄໍາ ແຂວງບໍ່ແກ້ວ ສືບຕໍ່ປະສານສົມທົບກັບຂະແໜງການກ່ຽວຂ້ອງ ຕິດຕາມການດັດສົມລະຫວ່າງຄວາມຕ້ອງການ ແລະ ຄວາມອາດສາມາດໃນການສະໜອງກຳລັງແຮງງານ ໃຫ້ເຂົ້າສູ່ຕະຫຼາດແຮງງານ.

# ຂ່າວ & ພາບ :  ບຸນມີ ສີວິໄລ

error: Content is protected !!