ພະແນກ ຖວທ ນວ ສ້າງແຜນກຳນົດພະນັກງານນໍາພາ-ຄຸ້ມຄອງ

    ກອງປະຊຸມ ສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຂອງພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນ (ຖວທ ນວ) ຜ່ານລະບົບອອນລາຍ ຈັດຂຶ້ນວັນທີ 8-9 ພະຈິກ 2021 ຢູ່ພະແນກດັ່ງກ່າວ ໂດຍເປັນປະທານຂອງທ່ານ ບຸນໜາ ຜາທຸມມະວົງ ຫົວໜ້າຄະນະຈັດຕັ້ງນະຄອນຫຼວງວຽງຈັນ ມີທ່ານ ນາງ ວິໄລວອນ ຈັນທະລາຕີ ຫົວໜ້າພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນ ພ້ອມດ້ວຍຄະນະພະແນກ ບັນດາຫົວໜ້າຂະແໜງ ແລະ ພະນັກງານຫຼັກແຫຼ່ງອອ້ມຂ້າງເຂົ້າຮ່ວມຢ່າງພ້ອມພຽງ.

     ກອງປະຊຸມຄັ້ງນີ້ ໄດ້ຮັບຟັງການຜ່ານມາດຕະຖານລວມ ແລະ ມາດຕະຖານສະເພາະຂອງການກຳນົດພະນັກງານນຳພາ-ຄຸ້ມຄອງ ຈາກທ່ານ ວິລະພົງ ອິນທິລາດ ຮອງຫົວໜ້າຄະນະຈັດຕັ້ງນະຄອນຫຼວງວຽງຈັນ ເພື່ອໃຫ້ພະນັກງານໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບມາດຕະຖານດັ່ງກ່າວ ແລະ ໄດ້ດຳເນີນການທາບທາມເພື່ອສ້າງແຜນກຳນົດພະນັກງານນໍາພາ-ຄຸ້ມຄອງ ຂອງພະແນກຖະແຫຼງຂ່າວ ວັດທະນະທຳ ແລະ ທ່ອງທ່ຽວນະຄອນຫຼວງວຽງຈັນ ຮອບທີ 1 ແລະ ນັບຄະແນນໃຫ້ຄົບຖ້ວນ.

    ຈາກນັ້ນ ໄດ້ປຶກສາຫາລືຄົ້ນຄວ້າເປົ້າໝາຍບຸຄະລາກອນລົງທາບທາມ ຮອບທີ 2 ຕາມລະບຽບການ ທັງນີ້ກໍເພື່ອຮັບປະກັນໄດ້ມາດຕະຖານມີລັກສະນະສືບທອດປ່ຽນແທນໃນຕໍ່ໜ້າໃຫ້ສຳເລັດຕາມລະດັບຄາດໝາຍ ແນໃສ່ເພື່ອປະຕິບັດມະຕິຂອງກົມການເມືອງສູນກາງພັກ ວ່າດ້ວຍມາດຕະຖານຂອງພະນັກງານນໍາພາ-ຄຸ້ມຄອງ ວຽກງານຄຸ້ມຄອງພະນັກງານ ແລະ ວຽກງານກໍ່ສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ໃຫ້ຖືກຕ້ອງສອດຄ່ອງຍິ່ງຂຶ້ນ.

error: Content is protected !!