ມື້ນີ້ ສປປ ລາວ ຍັງກວດພົບຜູ້ຕິດເຊື້ອໂຄວິດ-19 ພາຍໃນຈໍານວນຫຼາຍ

   ທ່ານ ດຣ ນາງ ບົວຜັນ ຄໍາພາພົງຜ່ານ ຮອງຫົວໜ້າສູນວິເຄາະລະບາດວິທະຍາ ກະຊວງສາທາລະນະສຸກ ຖະແຫຼງຂ່າວປະຈຳວັນທີ 5 ພະຈິກ 2021 ຢູ່ກະຊວງສາທາລະນະສຸກວ່າ​: ວັນທີ 04 ພະຈິກ 2021 ທົ່ວປະເທດໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ທັງໝົດ 8.394 ຕົວຢ່າງ ຜົນວິໄຈ ກວດພົບຜູ້ຕິດເຊື້ອໃໝ່ 959 ຄົນ ໃນນັ້ນ ຕິດເຊື້ອພາຍໃນມີ 948 ຄົນ ແລະ ຕິດເຊື້ອນໍາເຂົ້າ 11 ຄົນ  ເຊິ່ງຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນໃໝ່ຈຳນວນດັ່ງກ່າວ ທັງໝົດມາຈາກ 14 ແຂວງ ເຊິ່ງລາຍລະອຽດດັ່ງນີ້:

ນະຄອນຫຼວງວຽງຈັນ 415 ຄົນ: ມາຈາກ 155 ບ້ານ ໃນ 9 ເມືອງຄື: ເມືອງຈັນທະບູລີ 49 ຄົນ ຈາກ 14 ບ້ານ ເມືອງສີໂຄດຕະບອງ 67 ຄົນ ຈາກ 26 ບ້ານ ເມືອງໄຊເສດຖາ        93 ຄົນ ຈາກ 26 ບ້ານ ເມືອງສີສັດຕະນາກ41 ຄົນ ຈາກ 17 ບ້ານ ເມືອງນາຊາຍທອງ 13 ຄົນ ຈາກ 11 ບ້ານ ເມືອງໄຊທານີ          103 ຄົນ ຈາກ 42 ບ້ານ ເມືອງ ຫາດຊາຍຟອງ 26 ຄົນ ຈາກ 11 ບ້ານ ເມືອງ ສັງທອງ 2 ຄົນ ຈາກ 2 ບ້ານ ເມືອງ ປາກງື່ມ 10 ຄົນ ຈາກ 6 ບ້ານ ແລະ ຕ່າງແຂວງທີ່ອາໄສຢູ່ນະຄອນຫຼວງວຽງຈັນ ມີຄົນຈາກແຂວງໄຊຍະບູລີ 5 ຄົນ ມາຈາກ 4 ບ້ານໃນ 4 ເມືອງ ແລະ ຈາກເມືອງໂພນໂຮງ ແຂວງວຽງຈັນ        2 ຄົນ ຈາກ 2 ບ້ານ.

     ສໍາລັບການຕິດເຊື້ອພາຍໃນຢູ່ຕ່າງແຂວງມີດັ່ງນີ້:

  • ແຂວງຫຼວງນໍ້າທາ: 184 ຄົນ ມາຈາກ 45 ບ້ານ ໃນ 4 ເມືອງ
  • ແຂວງຫຼວງພະບາງ: 86 ຄົນ ມາຈາກ 24 ບ້ານ ໃນ 5 ເມືອງ
  • ແຂວງວຽງຈັນ: 74 ຄົນ ມາຈາກ 30 ບ້ານ ໃນ 6 ເມືອງ
  • ແຂວງຄໍາມ່ວນ: 42 ຄົນ ມາຈາກ 11 ບ້ານ, ໃນ 2 ເມືອງ
  • ແຂວງບໍ່ແກ້ວ: 27 ຄົນ ມາຈາກ 13 ບ້ານ ໃນ 2 ເມືອງ
  • ແຂວງອຸດົມໄຊ: 27 ຄົນ ມາຈາກ 16 ບ້ານ ໃນ 2 ເມືອງ
  • ແຂວງສະຫວັນນະເຂດ: 27 ຄົນ ມາຈາກ 6 ບ້ານ ໃນ 2 ເມືອງ
  • ແຂວງຈໍາປາສັກ: 23 ຄົນ ມາຈາກ 15 ບ້ານ ໃນ 4 ເມືອງ
  • ແຂວງບໍລິຄໍາໄຊ: 19 ຄົນ ມາຈາກ 3 ບ້ານ ໃນ 2 ເມືອງ
  • ແຂວງເຊກອງ: 12 ຄົນ ມາຈາກ 8 ບ້ານ ໃນ 3 ເມືອງ
  • ແຂວງສາລະວັນ: 7 ຄົນ ມາຈາກ 2 ບ້ານ ໃນ 2 ເມືອງ
  • ແຂວງໄຊຍະບູລີ: 3 ຄົນ ມາຈາກ 3 ບ້ານ ໃນ 2 ເມືອງ
  • ແຂວງ ໄຊສົມບູນ: 2 ຄົນ ມາຈາກ 1 ບ້ານ ໃນ 1 ເມືອງ.

    ສ່ວນການຕິດເຊືື້ອຂອງຜູ້ທີ່ເດີນທາງເຂົ້າປະເທດຈໍານວນ 11 ຄົນ: 1 ຄົນຈາກນະຄອນຫຼວງວຽງຈັນ ແລະ 10 ຄົນຈາກແຂວງສະຫວັນນະເຂດ.

  ມາຮອດວັນທີ 5 ພະຈິກ 2021 ຕົວເລກຜູ້ຕິດເຊື້ອສະສົມພະຍາດໂຄວິດ-19 ຢູ່ ສປປ ລາວ 45.020 ຄົນ ເສຍຊີວິດສະສົມ 77 ຄົນ (ໃໝ່ 01) ປິ່ນປົວຫາຍດີ ແລະ ກັບບ້ານໃນວັນຜ່ານມາ ມີ 554 ຄົນ ແລະ  ກໍາລັງປິ່ນປົວ 8.262 ຄົນ.

# ຂ່າວ & ພາບ :  ລັດເວລາ  

error: Content is protected !!