ກະຊວງ ຜທ ແລະ UNDP ສຸມໃສ່ກະກຽມກອງປະຊຸມໂຕະມົນລະດັບສູງ ຄັ້ງທີ 13

    ວັນທີ 4 ພະຈິກ 2021 ກະຊວງແຜນການ ແລະ ການລົງທຶນ (ຜທ) ແລະ ອົງການສະຫະປະຊາຊາດປະຈຳ ສປປ ລາວ ຈັດກອງປະຊຸມປະທານ ແລະ ປະທານຮ່ວມຂອງໜ່ວຍງານຂະແໜງການ (SWGs) ຄັ້ງທີ 10 (ແບບທາງໄກ) ເປັນປະທານຮ່ວມຂອງທ່ານ ນາງ ພອນວັນ ອຸທະວົງ ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ທ່ານ ນາງ ຣີຄາດາ ຣີເກີ ຜູ້ຕາງໜ້າອົງການສະຫະປະຊາຊາດເພື່ອການພັດທະນາ (UNDP) ປະຈຳ ສປປ ລາວ ມີພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

    ທ່ານ ນາງ ພອນວັນ ອຸທະວົງ ໄດ້ຍົກໃຫ້ເຫັນຄວາມສຳຄັນຂອງການປຶກສາຫາລືທີ່ມີໝາກຜົນ ແລະ ສ້າງສັນ ໂດຍສະເພາະແມ່ນຈະໃຫ້ເປັນຄູ່ຮ່ວມງານທີ່ມີຄວາມເຂັ້ມແຂງຂຶ້ນ ແລະ ການຮ່ວມມືທົ່ວທຸກຂົງເຂດວຽກງານດ້ານການພັດທະນາ ແລະ ສິ່ງທ້າທາຍຕ່າງໆ ເນື່ອງຈາກກອງປະຊຸມໃນຄັ້ງນີ້ ແມ່ນສຸມໃສ່ກະກຽມກອງປະຊຸມໂຕະມົນທີ່ຈະມາເຖິງ ດັ່ງນັ້ນ ຈຶ່ງມີການລວມເອົາວາລະກ່ຽວກັບການຈັດຕັ້ງປະຕິບັດ NSEDP ຄັ້ງທີ IX ການຕິດຕາມຄວາມຄືບໜ້າ ການບັນລຸເປົ້າໝາຍການພັດທະນາແບບຍືນຍົງ ການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ການສະຫຼຸບຕີລາຄາປະສິດທິພາບການຮ່ວມມືທາງດ້ານການພັດທະນາຢູ່ພາຍໃນປະເທດ ໃນນັ້ນ ລວມມີການສັງເກດຕີລາຄາກົນໄກຂອງໜ່ວຍງານຂະແໜງການ.

    ທ່ານ ນາງ ຣີຄາດາ ຣີເກີ ໄດ້ຍົກໃຫ້ເຫັນຄວາມສຳຄັນຂອງການເຄື່ອນໄຫວວຽກງານໃນໄລຍະຂ້າມຜ່ານຂອງ ສປປ ລາວ ທ່ານໄດ້ເນັ້ນຄວາມສຳຄັນດ້ານການປະສານສົມທົບ ໃນການກຳນົດວິທີທາງທີ່ດີທີ່ສຸດເພື່ອຂັບເຄື່ອນໄປຂ້າງໜ້າ ໂດຍຮັບປະກັນວ່າ ບໍ່ມີການຖິ້ມໃຜໄວ້ຂ້າງຫຼັງ ໃນເວລາປະເທດຈັດຕັ້ງປະຕິບັດແຜນແຫ່ງຊາດ ກອງປະຊຸມໂຕະມົນ ຈະສ້າງຊ່ອງທາງທີ່ສຳຄັນສຳລັບພວກເຮົາ ເພື່ອນຳໄປປຶກສາຫາລື ແລະ ລົງມືຈັດຕັ້ງປະຕິບັດແຜນດຳເນີນງານ ໃນການຫຼຸດພົ້ນອອກຈາກສະຖານະພາບປະເທດດ້ອຍພັດທະນາ ແລະ ການຟື້ນຟູຈາກໂຄວິດ-19 ພ້ອມທັງຈະເຮັດໃຫ້ພວກເຮົາສາມາດເຂົ້າເຖິງ ແລະ ປັບປຸງວິທີການເຮັດວຽກຮ່ວມກັນຂອງພວກເຮົາ.

# ຂ່າວ & ພາບ :  ຊິລິການດາ  

error: Content is protected !!