ຍົກລະດັບວິຊາຊີບທະນາຍຄວາມ

    ພິທີເປີດການເຝິກອົບຮົມວິຊາຊີບທະນາຍຄວາມ ຊຸດທີ 16 (ຜ່ານທາງອອນລາຍ) ຈັດຂຶ້ນວັນທີ 4 ພະຈິກ 2021 ເປັນປະທານຂອງທ່ານ ວໍລັດສະໝີ ສຸລິປະພັນ ຮອງປະທານສະພາທະນາຍຄວາມ (ສທຄ) ມີທ່ານ ກົງຈີ ຢ່າງຈື່ ຮອງລັດຖະມົນຕີກະຊວງຍຸຕິທຳ ຕາງໜ້າຈາກອົງການສືບສວນ-ສອບສວນ ເຈົ້າໜ້າທີ່ຕໍາຫຼວດ ອົງການໄອຍະການປະຊາຊົນ ສານປະຊາຊົນນະຄອນຫຼວງວຽງຈັນ ຄະນະທີ່ປຶກສາສະພາທະນາຍຄວາມ ແລະ ບັນດານັກເຝຶກອົບຮົມເຂົ້າຮ່ວມ.

    ທ່ານ ວໍລັດສະໝີ ສຸລິປະພັນ ກ່າວວ່າ: ໃນປີ 2021 ນີ້ ເຖິງແມ່ນວ່າມີຄວາມຫຍຸ້ງຍາກສັບສົນປານໃດກໍຕາມ ພວກເຮົາກໍໄດ້ພ້ອມກັນບຸກບືນ ໂດຍຊອກຫາວິທີ ແລະ ທຸກເງື່ອນໄຂເພື່ອເອື້ອອໍານວຍ ພວກເຮົາບໍ່ສາມາດຈະມາເຝິກ ມາຮຽນຢູ່ຮ່ວມຫ້ອງດຽວກັນຫຼາຍຄົນໄດ້ ພວກເຮົາກໍໄດ້ຕັດສິນໃຈເຝິກອົບຮົມທາງອອນລາຍ ໂດຍໄດ້ຊື້ອຸປະກອນຮັບໃຊ້ທາງອອນລາຍມາຮັບໃຊ້ ແລະ ກໍເຫັນວ່າໄດ້ຮັບຜົນດີ ນັກເຝິກອົບຮົມວິຊາຊີບທະນາຍຄວາມ ຊຸດທີ 16 ນີ້ ມີຈໍານວນ 56 ຄົນ ຈະໃຊ້ເວລາ 45 ວັນ ມີ 12 ວິຊາຮຽນ ມີ 280 ຊົ່ວໂມງ ບົດຮຽນ-ບົດສອນກໍແມ່ນໄດ້ຖອດຖອນເອົາຈາກຫຼັກສູດຂອງສະຖາບັນຍຸຕິທໍາແຫ່ງຊາດ ຕ່າງແຕ່ໄດ້ລົງເລີກດ້ານວິຊາຊີບທະນາຍຄວາມຫຼາຍກວ່າ ມີຊົ່ວໂມງຮຽນ ຊົ່ວໂມງສອນ 280 ຊົ່ວໂມງເທົ່າກັນ ແລະ  ມີ 17,5 ໜ່ວຍກິດຄືກັນ.

# ຂ່າວ & ພາບ :  ຊິລິການດາ  

error: Content is protected !!