ກະຊວງການເງິນ ຊີ້ແຈງການອອກຫວຍ 3 ຄັ້ງຕໍ່ອາທິດ ເພື່ອສ້າງວຽກເຮັດງານທຳແກ່ສັງຄົມ

    ການອອກຫວຍພັດທະນາລາວ 3 ຄັ້ງຕໍ່ອາທິດ ແມ່ນເພື່ອແກ້ໄຂບັນຫາການສ້າງວຽກເຮັດງານທຳ ແລະ ສ້າງລາຍໄດ້ໃຫ້ແກ່ຜູ້ວ່າງງານຢູ່ໃນສັງຄົມເຮົາ ໂດຍສະເພາະ ຄົນເສຍອົງຄະ ຄົນພິການ ແລະ ຜູ້ດ້ອຍໂອກາດ ໃຫ້ເຂົ້າສູ່ການເປັນຕົວແທນການຈຳໜ່າຍຫວຍ ທັງເປັນການສ້າງລາຍຮັບເຂົ້າງົບປະມານແຫ່ງຊາດ.

    ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ (ສສຊ) ກ່ຽວກັບບັນຫາການອອກຫວຍພັດທະນາລາວ ໃນປີ 2016 ຜ່ານມາ ແມ່ນ 3 ຄັ້ງຕໍ່ອາທິດ (ວັນຈັນ ພຸດ ສຸກ) ເຊິ່ງໃນເວລານັ້ນ ມີຕົວແທນຂາຍຫວຍ (ຜູ້ທີ່ຂາຍຢູ່ແຄມທາງ) ໃນທົ່ວປະເທດ ມີປະມານ 15.000-20.000 ຄົນ ແລະ ມີ 50 ຕົວແທນຈໍາໜ່າຍ (ແມ່ຫວຍ) ເຮັດໃຫ້ພັນທະງົບປະມານໄດ້ສະເລ່ຍປະມານ 80 ຕື້ກີບ ຕໍ່ມາ ກໍໄດ້ມີຫາງສຽງຈາກສັງຄົມ ວ່າມັນເປັນການສ້າງຄວາມເບື່ອເມົາ ແລະ ຕິດການສ່ຽງໂຊກລາບຂອງພໍ່ແມ່ປະຊາຊົນຫຼາຍເກີນໄປ ເພື່ອແກ້ໄຂບັນຫາດັ່ງກ່າວ ໃນປີ 2018 ລັດຖະບານໄດ້ຢຸດການອອກຫວຍ 3 ຄັ້ງຕໍ່ອາທິດ ມາເປັນອາທິດລະຄັ້ງ ພ້ອມທັງລົບລ້າງຫວຍຂູດ ເຮັດໃຫ້ພວກເຮົາສູນເສຍລາຍຮັບຈາກ 80 ຕື້ ເຫຼືອ 40 ຕື້ກີບ ໃນຂະນະດຽວກັນ ຊ້ຳພັດມີຫວຍເຖື່ອນເຂົ້າມາແທນທີ່ ເຮັດໃຫ້ລັດເຮົາສູນເສຍລາຍຮັບໄປປະມານ 60% ຂອງຈໍານວນທີ່ເຮົາເຄີຍໄດ້ຈໍາໜ່າຍຜ່ານມາ ໂດຍທີ່ລັດບໍ່ໄດ້ຫຍັງ ຍົກຕົວຢ່າງຄື ຫວຍໄທ ແມ່ນອອກເດືອນໜຶ່ງສອງຄັ້ງ (ວັນທີ 1 ແລະ ວັນທີ 16) ຫວຍຫວຽດນາມ ອອກ 4 ຄັ້ງຕໍ່ມື້ ທີ່ໄດ້ແຜ່ກະຈາຍຫຼາຍໃນສັງຄົມລາວ ສ່ວນຫວຍກຳປູເຈຍ ພວມເຂົ້າມາແຜ່ລາມໃນສັງຄົມລາວ ເຊິ່ງຖ່າຍທອດສົດທຸກມື້ ອອກ 3 ຄັ້ງຕໍ່ມື້ ຫວຍຈີນອອກມື້ລະຄັ້ງ ຫວຍອອນລາຍ ມີ 3 ຫວຍທີ່ພວກເຮົາຍັງບໍ່ສາມາດເຂົ້າຫາຂໍ້ມູນໄດ້ ໂດຍມີເງິນສະສົມລາງວັນ 800 ລ້ານກີບ ເຊິ່ງບໍ່ແມ່ນຫວຍຂອງລັດຖະບານ ແຕ່ແມ່ນຫວຍເຖື່ອນ (ຫວຍອອນລາຍເຖື່ອນ) ທີ່ປະກາດໂຄສະນາຢູ່ໃນເຟສບຸກ.

    ສ່ວນຫວຍມາເລເຊຍ ອອກ 25 ຄັ້ງຕໍ່ມື້ ອອກອອນລາຍທຸກໆ 30 ນາທີ ເຊິ່ງບັນຫາຂອງຫວຍເຖື່ອນນີ້ ໄດ້ເຮັດໃຫ້ເກີດມີບັນຫາຂອງສັງຄົມຂຶ້ນ ໂດຍສະເພາະຖືກຫວຍແລ້ວແຕ່ບໍ່ໄດ້ເງິນ ພ້ອມກັນນີ້ ບັນດາແມ່ຫວຍເຖື່ອນ ກໍບໍ່ໄດ້ປະກອບສ່ວນພັນທະຫຍັງໃຫ້ແກ່ປະເທດຊາດຂອງເຮົາ ສະນັ້ນ ພວກເຮົາຈິ່ງໄດ້ຄົ້ນຄວ້າຄືນວ່າ ຄວາມຕ້ອງການສ່ຽງໂຊກຂອງປະຊາຊົນແມ່ນຍັງມີຢູ່ຫຼາຍ ລັດຖະບານຈຶ່ງໄດ້ຕົກລົງກັນຄືນໃໝ່ ໃນປີ 2020 ແມ່ນໄດ້ອອກຫວຍ 2 ຄັ້ງຕໍ່ອາທິດ ເຮັດໃຫ້ຕົວແທນຈຳໜ່າຍເລີ່ມກັບມາມີວຽກເຮັດອີກຄັ້ງ ແລະ ລັດເຮົາກໍໄດ້ຮັບລາຍຮັບເພີ່ມຂຶ້ນຕື່ມປະມານ 70 ຕື້ກີບຕໍ່ປີ.

    ມາຮອດປັດຈຸບັນ ຕົວແທນ ຫຼື ຜູ້ທີ່ເຄີຍຂາຍຫວຍ ນອກຈາກໄດ້ມີວຽກເຮັດງານທໍາແລ້ວ ຍັງສ້າງລາຍຮັບແກ່ເຂົາເຈົ້າຕື່ມອີກ ດ້ວຍເຫດຜົນນີ້ ລັດຈຶ່ງໄດ້ຕົກລົງທົດລອງອອກຄືນໃນ 3 ຄັ້ງຕໍ່ອາທິດ ເພື່ອຈະໄດ້ແກ້ໄຂ ແລະ ທັງເປັນການສົ່ງເສີມບັນຫາການສ້າງວຽກເຮັດງານທຳໃຫ້ແກ່ຜູ້ວ່າງງານຢູ່ໃນສັງຄົມເຮົາ ໂດຍສະເພາະ ຄົນເສຍອົງຄະ ຄົນພິການ ແລະ ຜູ້ດ້ອຍໂອກາດ ໃຫ້ເຂົ້າສູ່ການເປັນຕົວແທນການຈຳໜ່າຍຫວຍ ເຊິ່ງຄາດວ່າຈະສ້າງລາຍຮັບເຂົ້າງົບປະມານ ຢູ່ປະມານ 80-120 ຕື້ກີບ ນອກຈາກນີ້ ຍັງຈະປະກອບສ່ວນຊ່ວຍເຫຼຶອສັງຄົມຫຼາຍຕື້ເຊັ່ນດຽວກັນ ຕົວຢ່າງ ໃນປີ 2016 ພວກເຮົາໄດ້ຈ່າຍເງິນຄ່າເປີເຊັນຂາຍ ປະມານ 200 ກວ່າຕື້ກີບ ໃນຈຳນວນ 15.000-20.000 ຄົນ ມາຮອດປີນີ້ ແມ່ນຈະເລັ່ງໃສ່ຜູ້ເສຍອົງຄະ ຜູ້ພິການ ແລະ ຜູ້ດ້ອຍໂອກາດໃຫ້ເຂົ້າມາເປັນຕົວແທນຈຳໜ່າຍ.

# ຂ່າວ & ພາບ :  ບຸນມີ  

error: Content is protected !!