ໄຊຍະບູລີ-ທາຍບິງ ຮ່ວມມືມິດຕະພາບຜ່ານວີດີໂອທາງໄກ

    ເພື່ອເປັນການພັດທະນາ ເສີມສ້າງສາຍພົວພັນມິດຕະພາບ ແລະ ການຮ່ວມມືລະຫວ່າງແຂວງໄຊຍະບູລີ ສປປ ລາວ ແລະ ແຂວງ ທາຍບິງ ສສ ຫວຽດນາມ ບົນພື້ນຖານຄວາມສະເໝີພາບ ມິດຕະພາບ ຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດ ແທດເໝາະກັບສະພາບຕົວຈິງ ກັບຂອບເຂດສິດ ພາລະບົດບາດ ແລະ ໜ້າທີ່ຂອງທັງສອງແຂວງ ກໍຄືບັນດາສົນທິສັນຍາສາກົນທີ່ທັງສອງຊາດ ລາວ ແລະ ຫວຽດນາມໄດ້ຮັບຮອງ ຖືກຕ້ອງກັບແນວທາງນະໂຍບາຍ ລະບຽບກົດໝາຍຂອງທັງສອງປະເທດ.

    ວັນທີ 4 ພະຈິກ 2021 ອົງການປົກຄອງແຂວງໄຊຍະບູລີ ແລະ ຄະນະກຳມະການປະຊາຊົນແຂວງທາຍບິງ ໄດ້ຮ່ວມກັນລົງນາມບົດບັນທຶກການຮ່ວມມືຟື້ນຄືນສາຍພົວພັນມິດຕະພາບຂຶ້ນທີ່ຫ້ອງປະຊຸມຫ້ອງວ່າການຂອງທັງ 2 ແຂວງ ໂດຍຜ່ານລະບົບວີດີໂອທາງໄກ ຮ່ວມລົງນາມ ຝ່າຍແຂວງໄຊຍະບູລີ ໂດຍທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊບູລີ ແລະ ຝ່າຍແຂວງ ທາຍບິງ ທ່ານ ຫງ໊ວຽນ ຄັກ ເທິນ ຮອງເລຂາພັກແຂວງ ປະທານຄະນະກໍາມະການປະຊາຊົນແຂວງ ທາຍບິງ ພ້ອມຄະນະເຂົ້າຮ່ວມ.

# ຂ່າວ & ພາບ :  ວຽງມາ  

error: Content is protected !!