ເມືອງໄຊທານີ ໄດ້ຮັບເຄື່ອງຊ່ວຍເຫຼືອຕ້ານພະຍາດໂຄວິດ

    ວັນທີ 4 ພະຈິກ 2021 ທີ່ເມືອງໄຊທານີ ນະຄອນຫຼວງວຽງຈັນ ບໍລິສັດສວນວັດທະນະທຳ ຈຳກັດ ຜູ້ດຽວໄດ້ປະກອບສ່ວນຊ່ວຍເຫຼືອເຄື່ອງອຸປະໂພກ-ບໍລິໂພກ ໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ-19 ເມືອງໄຊທານີ ປະກອບມີ: ນໍ້າດື່ມ 50 ແກັດ ຜ້າອັດປາກ-ດັງ 1 ແກັດ ແລະ ຢາຕ້ານພະຍາດໂຄວິດ-19 ຈໍານວນ 50 ກັບ ລວມມູນຄ່າ 5.100.000 ກີບ ເພື່ອນຳໄປໃຊ້ເຂົ້າໃນວຽກງານດັ່ງກ່າວໃຫ້ຫຼາຍຂຶ້ນ.

    ກ່າວມອບໂດຍທ່ານ ນາງ ສ້ອຍສຸດາ ອິນເມືອງໄຊ ປະທານບໍລິສັດສວນວັດທະນະທໍາ ຈໍາກັດ ຜູ້ດຽວ ແລະ ຮັບໂດຍທ່ານ ຄໍາປະດິດ ເຂັມມານິດ ເຈົ້າເມືອງໄຊທານີ ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂພະຍາດໂຄວິດ-19 ເມືອງໄຊທານີ ພ້ອມນັ້ນ ທ່ານເຈົ້າເມືອງໄຊທານີ ກໍໄດ້ສະແດງຄວາມຂອບໃຈຕໍ່ການປະກອບສ່ວນຊ່ວຍເຫຼືອດັ່ງກ່າວ ແລະ ໄດ້ມອບໃບກຽດຕິຄຸນໃຫ້ບໍລິສັດດັ່ງກ່າວຕື່ມອີກ.

# ຂ່າວ & ພາບ :  ລັດເວລາ

error: Content is protected !!