ສໍາມະນາການໂຄສະນາເຜີຍແຜ່ ແລະ ການນໍາໃຊ້ເຕັກໂນໂລຊີສື່ມວນຊົນຂອງລາວ

    ສະຖາບັນຄົ້ນຄວ້າກົມໃຫຍ່ວິທະຍຸ ແລະ ໂທລະພາບແຫ່ງຊາດຈີນ ຈັດ “ສໍາມະນາກ່ຽວກັບການໂຄສະນາເຜີຍແຜ່ ແລະ ການນໍາໃຊ້ເຕັກໂນໂລຊີສື່ມວນຊົນຂອງລາວ” ໃນຮູບແບບທາງໄກ ຂຶ້ນວັນທີ 3 ພະ ຈິກ 2021 ໂດຍມີທ່ານ Chang Jin ຮອງຫົວໜ້າກົມການຮ່ວມມືສາກົນ ກົມໃຫຍ່ວິທະຍຸ ແລະ ໂທລະພາບແຫ່ງຊາດຈີນ ທ່ານ ຣັດສະໝີ ດວງສັດຈະ ເລຂາທິການສະ​ມາ​ຄົມ​ນັກ​ຂ່າວ​ແຫ່ງ ສ​ປ​ປ ລາວ ທ່ານ Liu Linhai ຮອງຄະນະບໍດີສະຖາບັນຄົ້ນຄວ້າ ກົມໃຫຍ່ວິທະຍຸ ແລະ ໂທລະພາບແຫ່ງຊາດຈີນ ພ້ອມດ້ວຍສໍາມະນາກອນຈາກພາກສ່ວນຕ່າງໆທັງສູນກາງ ແລະ ທ້ອງຖິ່ນຂອງລາວ 70 ກວ່າທ່ານ ເຂົ້າຮ່ວມ.

    ສໍາມະນາຄັ້ງນີ້ ຈະດໍາເນີນແຕ່ວັນທີ 3-16 ພະຈິກ 2021 ເຊິ່ງມີຄວາມໝາຍສໍາຄັນຍິ່ງໃນການພັດທະນາຖັນແຖວສື່ມວນຊົນລາວໃຫ້ກ້າວໜ້າອີກຂັ້ນໜຶ່ງ ທັງເປັນການສ້າງເວທີແລກປ່ຽນປະສົບການ ຊ່ວຍຍົກລະດັບ ແລະ ພັດທະນາສື່ແບບໃໝ່ ໂດຍສະເພາະ ຈະລົງເລິກສົນທະນາ ແລະ ແລກປ່ຽນຫົວຂໍ້ຕ່າງໆກ່ຽວກັບສິ່ງທ້າທາຍ ແລະ ກາລະໂອກາດໃນການນໍາໃຊ້ສື່ແບບໃໝ່ (ສື່​​ອອນ​ລາຍ) ການສ້າງສື່ແບບໃໝ່ໃຫ້ເປັນສື່ກະແສຫຼັກ ແລະ ເປັນທີ່ນິຍົມ ທິດທາງໃນການພັດທະນາສື່ມວນຊົນລາວໃນອະນາຄົດ ບົດຮຽນຕົວຈິງສື່ຫຼັກຂອງຈີນທີ່ໃຊ້ສື່ແບບໃໝ່ ການຮ່ວມ​ມືດ້ານ​ສື່ມວນ​ຊົນ ​ລາວ-ຈີນ ແລະ ຫົວຂໍ້ສໍາຄັນອື່ນໆອີກ.

    ນອກນີ້ ຍັງຈະໄດ້ສົນທະນາ ແລະ ແລກປ່ຽນຄໍາຄິດເຫັນບັນຫາຕ່າງໆທີ່ຕິດພັນກັບ​ສື່ມວນ​ຊົນ ແລະ ວຽກອື່ນໆທີ່ປິ່ນອ້ອມຈາກບັນດາຜູ້ຊ່ຽວຊານດ້ານວຽກງານຂ່າວ ແລະ ເຕັກນິກຈາກ ສປ ຈີນ ພ້ອມທັງຢ້ຽມຊົມສະຖານທີ່ທ່ອງທ່ຽວທີ່ສໍາຄັນຕ່າງໆຂອງຈີນແບບອອນລາຍ ຕື່ມອີກ.

# ຂ່າວ & ພາບ : ສະບາໄພ

error: Content is protected !!