ສປປ ລາວໄດ້ຮັບວັກຊີນ Astrazeneca ເພີ່ມ 523.200 ໂດສ

    ພິທີມອບ-ຮັບວັກຊີນ ປ້ອງກັນພະຍາດໂຄວິດ-19 Astrazeneca 523.200 ໂດສ ຜ່ານໂຄງການ covax facility ໃຫ້ແກ່ລັດຖະບານ ສປປ ລາວ ໂດຍການຮ່ວມມືລະຫວ່າງອົງການພັດທະນາດ້ານນະວັດຕະກຳເພື່ອຮັບມືກັບພະຍາດລະບາດ ແລະ ອົງການອະນາໄມໂລກ ໂດຍອົງການອຸຍນິເຊັບເປັນຄູ່ຮ່ວມງານ ໄດ້ຈັດຂຶ້ນວັນທີ 2 ພະຈິກ 2021 ຢູ່ສະໜາມບິນສາກົນວັດໄຕ ມີທ່ານກິແກ້ວ ໄຂຄໍາພິທູນ ຮອງນາຍົກລັດຖະມົນຕີ ທ່ານ ສະໜອງ ທອງຊະນະ ຮອງລັດຖະມົນຕີກະຊວງສາທາລະນະສຸກ  ພ້ອມດ້ວຍຜູ້ຕາງໜ້າອົງການຈັດຕັ້ງສາກົນ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

     ທ່ານ ກິແກ້ວ ໄຂຄໍາພິທູນ ກ່າວວ່າ: ວັກຊີນປ້ອງກັນພະຍາດໂຄວິດ-19 ຊຸດໃໝ່ນີ້ ຈະຊ່ວຍໃຫ້ ສປປ ລາວ ສາມາດບັນລຸເປົ້າໝາຍການສັກວັກຊີນໃຫ້ໄດ້ 50% ຂອງປະຊາກອນທັງໝົດໃນປີ 2021 ລັດຖະບານແຫ່ງ ສປປ ລາວ ຂໍສະແດງຄວາມຂອບໃຈເປັນຢ່າງຍິ່ງ ຕໍ່ການຊ່ວຍເຫຼືອຂອງ covax facility ໃນການຈັດຫາວັກຊີນຊ່ວຍວິກິດເຫຼົ່ານີ້ໃຫ້ແກ່ປະຊາຊົນລາວ ເຊິ່ງໂຄງການດັ່ງກ່າວ ໄດ້ເລີ່ມຈັດສົ່ງວັກຊີນມາຊ່ວຍ ສປປ ລາວ ຕັ້ງແຕ່ຕົ້ນປີ 2021 ພວກເຮົາຂໍຍ້ອງຍໍຊົມເຊີຍ covax facility ທີ່ມີຄວາມມຸ່ງໝັ້ນເພື່ອຮັບປະກັນການເຂົ້າເຖິງວັກຊີນກັນພະຍາໂຄວິດ-19 ຢ່າງເທົ່າທຽມກັນໃນທົ່ວໂລກ ການສົ່ງວັກຊີນໃໝ່ນີ້ ຈະຊ່ວຍເລັ່ງໃຫ້ ສປປ ລາວ ບັນລຸເປົ້າໝາຍດັ່ງກ່າວຂອງປະຊາຊົນທັງໝົດໃນປີ 2021 ໃຫ້ທົ່ວເຖິງ.

  ທ່ານ ເກົ່າ ຈຸ້ນ ຜູ້ຕາງໜ້າອົງການອະນາໂມໂລກ ກ່າວວ່າ: ນີ້ຖືເປັນບາດກ້າວໜຶ່ງທີ່ສຳຄັນໃນຄວາມພະຍາຍາມທີ່ຈະຕອບໂຕ້ກັບການລະບາດຂອງພະຍາດໂຄວິດ-19 ຂອງ ສປປ ລາວ ດຽວນີ້ພວກເຮົາໃກ້ຮອດເປົ້າໝາຍການສັກວັກຊີນສຳລັບປີ 2021 ການສະໜອງວັກຊີນຄັ້ງນີ້ ເປັນການປະກອບສ່ວນອັນໃຫຍ່ຫຼວງຈາກ covax facility ເພື່ອຊ່ວຍໃຫ້ພວກເຮົາບັນລຸເປົ້າໝາຍດັ່ງກ່າວ ພ້ອມທັງຈະຊ່ວຍໃຫ້ພວກເຮົາສາມາດຄວບຄຸມການລະບາດໃນຊຸມຊົນໃນ ສປປ ລາວ ໄດ້ຕື່ມອີກ.

   ສຳລັບວັກຊີນປ້ອງກັນພະຍາດໂຄວິດ-19 ຊຸດນີ້ ແມ່ນມີຄວາມປອດໄພ ແລະ ມີປະສິດທິພາບໃນການປ້ອງກັນຈາກອາ​ການ​ຮ້າຍ​ແຮງ​  ແລະ ການເສຍຊີວິດ ລວມທັງຕ້ານກັບສາຍພັນ delta ໄດ້ຢ່າງມີປະສິດທິພາບ. 

     ທ່ານ ເພຍ ເຣເບລໂລ ບຣິດໂຕ ຜູ້ຕາງໜ້າອົງການອຸຍນີເຊັບ ປະຈຳ ລາວ ກ່າວຕື່ມວ່າ: ມາຮອດວັນທີ 31 ຕຸລາ 2021 ປະມານ 45% ຂອງປະຊາກອນລາວແມ່ນໄດ້ຮັບວັກຊີນປ້ອງກັນພະຍາດໂຄວິດ-19 ຢ່າງໜ້ອຍ 1 ເຂັມ ແລະ ປະມານ 39%  ແມ່ນໄດ້ຮັບວັກຊີນປ້ອງກັນພະຍາດໂຄວິດ-19 ຄົບຈໍານວນແລ້ວ.

     ອົງການອຸຍນີເຊັບ ພູມໃຈທີ່ໄດ້ເປັນສ່ວນໜຶ່ງຂອງ COVAX Facility ແລະ ຊ່ວຍໃນການຕອບໂຕ້ພະຍາດໂຄວິດ-19 ໃນ ສປປ ລາວ. ພວກເຮົາຈະສືບຕໍ່ເຮັດວຽກຮ່ວມກັບບັນດາຄູ່ຮ່ວມງານຂອງພວກເຮົາ ເພື່ອຮັບປະກັນໃຫ້ ສປປ ລາວ ສາມາດເຂົ້າເຖິງວັກຊີນກັນພະຍາດໂຄວິດ-19 ໄດ້ຢ່າງເທົ່າທຽມກັບນາໆປະເທດ ເອົາໃຈໃສ່ແນະນໍາເພື່ອຮັບປະກັນການສະໜອງວັກຊີນກັນພະຍາດໂຄວິດ-19 ໃຫ້ແກ່ ສປປ ລາວ ແລະ ປະກອບສ່ວນເສີມກໍາລັງຄວາມສາມາດໃນການຮັບມືກັບການລະບາດຂອງພະຍາດດັ່ງກ່າວ. ພວກເຮົາຂໍຂອບໃຈເປັນຢ່າງຍິ່ງມາຍັງບັນດາຄູ່ຮ່ວມງານ ກໍຄືອົງການກາວີ ແລະ COVAX ທີ່ໃຫ້ການຊ່ວຍເຫຼືອວຽກງານສັກຢາກັນພະຍາດໂຄວິດ-19 ໃຫ້ແກ່ປະຊາຊົນລາວ. ພວກເຮົາທຸກຄົນຕ້ອງໄດ້ສືບຕໍ່ຮ່ວມມືກັນຕ້ານພະຍາດ ໂຄວິດ-19 ຢ່າງສາມັກຄີ ຈົນກວ່າທຸກຄົນຈະປອດໄພ.

# ຂ່າວ & ພາບ :  ວຽງມາ

error: Content is protected !!