ພຣູເດັນໂຊລ໌ ປະກັນຊີວິດ ລາວ ໃຫ້ທຶນຊ່ວຍເຫຼືອລ້າຜູ້ຕິດເຊື້ອພະຍາດໂຄວິດ-19

    ພິທີເຊັນສັນຍາ ວ່າດ້ວຍການໃຫ້ທຶນຊ່ວຍເຫຼືອລ້າ ຜູ້ຕິດເຊື້ອພະຍາດໂຄວິດ-19 ລະຫວ່າງ ບໍລິສັດ ພຣູເດັນໂຊລ໌ ປະກັນຊີວິດ ລາວ ຈໍາກັດ ແລະ ອົງການກາແດງລາວ ຈັດຂຶ້ນວັນທີ 2 ພະຈິກ 2021 ທີ່ອົງການກາແດງລາວ ຮ່ວມລົງນາມຂອງທ່ານ ສິງ ເມໂນລາດ ຮອງປະທານອົງການກາແດງລາວ ແລະ ທ່ານ ວິເຈ ມັດດາວັນ ອໍານວຍການໃຫຍ່ ບໍລິສັດ ພຣູເດັນໂຊລ໌ ປະກັນຊີວິດ ລາວ ຈໍາກັດ ມີທ່ານ ພູທອນ ເມືອງປາກ ປະທານອົງການກາແດງລາວ ພ້ອມດ້ວຍພະນັກງານກ່ຽວຂ້ອງເຂົ້າຮ່ວມ.

    ການເຊັນສັນຍາຄັ້ງນີ້ ບໍລິສັດ ພຣູເດັນໂຊລ໌ ຕົກລົງໃຫ້ທຶນຊ່ວຍເຫຼືອລ້າຜູ້ຕິດເຊື້ອພະຍາດໂຄວິດ-19 ສໍາລັບພະນັກງານ ຄອບຄົວ ອາສາສະໝັກ ອົງການກາແດງລາວ ແລະ ຊຸມຊົນ ທັງໝົດ 10.000 ຄົນ ໂດຍແຍກອອກເປັນ 2 ໄລຍະຄື: ໄລຍະທີ 1 ເລີ່ມແຕ່ວັນທີ 1 ພະຈິກ 2021 ຫາວັນທີ 31 ທັນວາ 2021 ແລະ ໄລຍະທີ 2 ຈາກວັນທີ 1 ມັງກອນ 2022 ຫາວັນທີ 31 ມີນາ 2022 ສ່ວນອົງການກາແດງລາວ ແມ່ນສະໜັບສະໜູນການລົງທະບຽນຮັບເອົາທຶນຊ່ວຍເຫຼືອລ້າ ຜູ້ຕິດເຊື້ອໂຄວິດ-19 ສໍາລັບພະນັກງານ ຄອບຄົວ ອາສາສະໝັກ ຂອງອົງການກາແດງລາວ ແລະ ຊຸມຊົນ ແລະ ສະໜອງຂໍ້ມູນການລົງທະບຽນໃຫ້ກັບບໍລິສັດ ພຣູເດັນໂຊລ໌ ປະກັນຊີວິດ ລາວ ຈໍາກັດ.

    ທຶນຊ່ວຍເຫຼືອລ້າແກ່ຜູ້ກວດພົບເຊື້ອໂຄວິດ-19 ໃນກໍລະນີມີຜູ້ລົງທະບຽນໄດ້ຮັບການກວດພົບເຊື້ອໂຄວິດ-19 ພາຍໃນໄລຍະການຊ່ວຍເຫຼືອ ເຂົາເຈົ້າມີສິດໄດ້ຮັບເງິນຊ່ວຍເຫຼືອລ້າ 5.000.000 ກີບ ໃຫ້ທຶນຊ່ວຍເຫຼືອລ້າ ແກ່ຜູ້ເສຍຊີວິດຍ້ອນຕິດເຊື້ອໂຄວິດ-19 ພາຍໃນໄລຍະເວລາຂອງການຊ່ວຍເຫຼືອເຂົາເຈົ້າ ມີສິດໄດ້ຮັບເງິນຊ່ວຍເຫຼືອລ້າ 20.000.000 ກີບ.

    ສໍາລັບເງື່ອນໄຂຍືນຄໍາຮ້ອງຮັບເອົາທຶນຊ່ວຍເຫຼືອລ້າ ຕ້ອງປະກອບເອກະສານມີ: ສໍາເນົາບັດປະຈໍາຕົວ ຫຼື ໜັງສືເດີນທາງ ປຶ້ມສໍາມະໂນຄົວຂອງຜູ້ລົງທະບຽນ ແລະ ເດັກນ້ອຍທີ່ຢູ່ຮ່ວມກັນ (ຖ້າມີ) ການຢັ້ງຢືນຊື່ ເບີໂທລະສັບ ແລະ ອື່ເມວ ຕາມການລົງທະບຽນ ໃບຢັ້ງຢືນການແພດ ຫຼື ໃບຢັ້ງຢືນກວດວິເຄາະໂຄວິດ-19 ເອກະສານດັ່ງກ່າວ ຕ້ອງໄດ້ຮັບການຢັ້ງຢືນຂອງລັດຖະບານ ທີ່ຂຶ້ນກັບກະຊວງສາທາລະນະສຸກ ສ່ວນກໍລະນີຂໍທຶນຊ່ວຍເຫຼືອລ້າຈາກການເສຍຊີວິດ ຕ້ອງມີໃບຢັ້ງຢືນການເສຍຊີວິດ ຍ້ອນສາເຫດຈາກ ໂຄວິດ-19 ຈາກໂຮງໝໍ ຂໍ້ມູນບັນຊີທະນາຄານຂອງຜູ້ລົງທະບຽນ ຫຼື ສະມາຊິກໃນຄອບຄົວ ສໍາລັບການຈ່າຍທຶນຊ່ວຍເຫຼືອລ້າ ສອບຖາມຂໍ້ມູນເພີ່ມຕື່ມໃນວັນລັກຖະການໂທ +85621211123.

error: Content is protected !!