ໄວໜຸ່ມ ຕໍ່ກັບການປ່ຽນແປງດິນຟ້າອາກາດ

    ກຸ່ມອາສາສະໝັກ ເຊໂລເວດສ ລາວ (Zero Waste Laos) ຮ່ວມກັບສະຫະພາບເອີຣົບ ປະຈໍາ ສປປ ລາວ (EU in Laos) ແລະ ຄູ່ຮ່ວມພັດທະນາອື່ນໆ ໄດ້ຈັດກອງປະຊຸມສຳມະນາທາງໄກ ຫຼື ອອນລາຍໄປໃນທົ່ວໂລກ ເນື່ອງຈາກມີການແຜ່ລະບາດຂອງພະຍາດໂຄວິດ-19 ພາຍໃຕ້ຫົວຂໍ້: ໄວໜຸ່ມຕໍ່ກັບປ່ຽນແປງດິນຟ້າອາກາດ (Youth for Climate Change Laos) ຂຶ້ນໃນທ້າຍເດືອນຕຸລາ ຜ່ານມາ ທີ່ໂຮງແຮມຄຣາວ ພລາຊາ ນະຄອນຫຼວງວຽງຈັນ ເປັນປະທານຮ່ວມຂອງທ່ານ ອາລຸນໄຊ ສູນນະລາດ ເລຂາຄະນະບໍລິຫານງານຊາວໜຸ່ມປະຊາຊົນປະຕິວັັດລາວ ທ່ານ ພູວົງ ຫຼວງໄຊສະນະ ຮອງລັດຖະມົນຕີກະຊວງຊັບພະຍາກອນທຳ ມະຊາດ ແລະ ສິ່ງແວດລ້ອມ ທ່ານ ນາງ Ina MARCIULIONYTE ເອກອັກຄະລັດຖະທູດເອີຣົບ ປະຈຳ ສປປ ລາວ ມີຜູ້ຕາງໜ້າຈາກພາກລັດ ພາກເອກກະຊົນ ອົງການຈັດຕັ້ງສາກົນເຂົ້າຮ່ວມ.

     ໂຄງການນີ້ ໄດ້ລິເລີ່ມມາແຕ່ເດືອນມິຖຸນາ ຈົນມາຮອດມື້ນີ້ເປັນມື້ສຸດທ້າຍຂອງກິດຈະກຳ ເພື່ອປູກຈິດສຳນຶກ ສ້າງຄວາມອາດສາມາດໃຫ້ໄວໜຸ່ມ ແລະ ການມີສ່ວນຮ່ວມໃນການແກ້ໄຂບັນຫາກ່ຽວກັບການປ່ຽນແປງດິນຟ້າອາກາດໃນ ສປປ ລາວ ໃຫ້ດີຂຶ້ນ ແລະ ເພື່ອເພີ່ມຄວາມອາດສາມາດທາງດ້ານເຕັກນິກໃນການສະໜັບສະໜູນການແກ້ໄຂບັນຫາສະຖານະການປັດຈຸບັນໃນ ສປປ ລາວ ຊຶ່ງມີກິດຈະກໍາຄື: ການແຂ່ງຂັນການຂຽນບົດສະເໜີໂຄງການ ການສົນທະນາກ່ຽວກັບການປ່ຽນແປງດິນຟ້າອາກາດ ການແຂງຂັນແຕ້ມຮູບ ວິດີໂອ ແລະ ການຫຼິ້ນເກມເປັນຕົ້ນ. ສຳລັບທີມໄວໜຸ່ມຜູ້ທີ່ໄດ້ໄຊຊະນະໃນການແຂ່ງຂັນຄັ້ງນີ້ ແມ່ນຈະໄດ້ຮັບລາງວັນ ແລະ ຈະໄດ້ດໍາເນີນການຈັດຕັ້ງປະຕິບັດການປ່ຽນແປງດິນຟ້າ ອາກາດ.

    ທ່ານ ອາລຸນໄຊ ສູນນະລາດ ໄດ້ເນັ້ນໜັກບາງບັນຫາຕື່ມວ່າ: ພວກເຮົາມີ 60% ຂອງປະຊາກອນໄວໜຸ່ມໃນລາວ ດັ່ງນັ້ນ ອະນາຄົດຂອງປະເທດເຮົາແມ່ນຢູ່ໃນມືຂອງໄວໜຸ່ມ ພວກເຮົາຈະຕ້ອງໄດ້ສະໜັບສະໜູນ ແລະ ສ້າງຄວາມອາດສາມາດຂອງເຂົາເຈົ້າ ເພື່ອກຽມພ້ອມໃນການພັດທະນາປະເທດ ພ້ອມກັນນັ້ນ ກໍໃຫ້ເຂົາເຈົ້າມິີິສ່ວນຮ່ວມການແກ້ໄຂບັນຫາສິ່ງແວດລ້ອມທັງໃນຕົວເມືອງ ແລະ ເຂດຫ່າງໄກສອກຫຼີກ ການສ້າງເຄືອຂ່າຍຊາວໜຸ່ມ ແມ່ນເປັນຕົວຂັບເຄື່ອນທີ່ສຳຄັນໃນການສ້າງຄວາມເຂັ້ມແຂງ ແລະ ການປ່ຽນແປງທີ່ດີຕໍ່ສີ່ງແວດລ້ອມ.

    ທ່ານ ພູວົງ ຫຼວງໄຊສະນະ ໄດ້ກ່າວວ່າ: ປະເທດລາວເປັນປະເທດໜຶ່ງໃນກຸ່ມປະເທດທີ່ກຳລັງພັດທະນາ ໄດ້ມີພະຍາຍາມສູງໃນການປ່ອຍອາຍພິດໃຫ້ເປັນສູນ. ລັດຖະບານລາວໄດ້ມີການຮ່ວມມືກັບທຸກພາກສ່ວນ ລວມທັງຄູ່ຮ່ວມງານ ພາກເອກະຊົນເພື່ອສ້າງກາກບອນຕ່ຳ ແລະ ຄວາມທົນທານຕໍ່ດິນຟ້າອາກາດ ໂດຍສະເພາະແມ່ນໄວໜຸ່ມເປັນຮຸ່ນທີ່ມີພະລັງທີ່ຈະກ້າວຂຶ້ນ ແລະ ເປັນເຈົ້າການໃນການຕໍ່ສູ້ຕ້ານການປ່ຽນແປງຂອງດິນຟ້າອາກາດໃນປະເທດເຮົາ ແລະ ສາກົນ.

    ທ່ານເອກອັກຄະລັດຖະທູດເອີຣົບປະຈຳ ສປປ ລາວ ໄດ້ມີຄຳເຫັນວ່າ: ໄວໜຸ່ມແມ່ນເປັນກຸ່ມຄົນທີ່ສໍາຄັນໃນການສ້າງຄວາມປ່ຽນແປງ ແລະ ຊາວໜຸ່ມຈະເປັນຜູ້ສ້າງການປ່ຽນແປງທີ່ສໍາຄັນ ແລະ ຄູ່ຮ່ວມງານທີ່ສໍາຄັນໃນການປະຕິບັດຂໍ້ຕົກລົງເອີຣົບກ່ຽວກັບການພັດທະນາ ວາລະການພັດທະນາແບບຍືນຍົງ 2030 ແລະ ສັນຍາປາຣີ ກ່ຽວກັບການປ່ຽນແປງດິນຟ້າອາກາດ ພວກເຮົາໄດ້ເຫັນຄວາມສາມາດ ແລະ ແນວຄວາມຄິດທີ່ສ້າງສັນ ແລະ ນະວັດຕະກໍາຂອງພວກເຂົາ ທັງນີ້ ກໍຍັງສອດຄ່ອງກັບເປົ້າໝາຍຂອງລັດຖະບານລາວ ໄດ້ຍົກໃຫ້ເຫັນຄວາມສໍາຄັນຂອງໄວໜຸ່ມໃນແຜນພັດທະນາເສດຖະກິດ ແລະ ສັງຄົມແຫ່ງຊາດ ຄັ້ງທີ 9 (2021-2025) ໂດຍລະບຸວ່າ ປະຊາກອນໄວໜຸ່ມແມ່ນໜຶ່ງໃນຕົວຂັບເຄື່ອນຫຼັກຂອງການພັດທະນາ 5 ປີຕໍ່ໜ້າຂອງ ສປປ ລາວ.    

        # ຂ່າວ & ພາບ :  ເພັດສະໝອນ

error: Content is protected !!