ໄຂກອງປະຊຸມໃຫຍ່ຄັ້ງທີ V ອົງຄະນະພັກກະຊວງອຸດສາຫະກຳ ແລະ ການຄ້າ

    ກອງປະຊຸມໃຫຍ່ຄັ້ງທີ V ອົງຄະນະພັກກະຊວງອຸດສາຫະກຳ ແລະ ການຄ້າ ຈັດຂຶ້ນວັນທີ 2-3 ພະຈິກ 2021 ທີ່ຫໍປະຊຸມແຫ່ງຊາດ ເປັນປະທານຂອງສະຫາຍ ຄໍາແພງ ໄຊສົມແພງ ກໍາມະການສູນກາງພັກ ເລຂາຄະນະບໍລິຫານງານພັກ ລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ບຸນທອງ ຈິດມະນີ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ມີຜູ້ແທນຈາກບັນດາໜ່ວຍພັກອ້ອມຂ້າງກົມ ຫ້ອງການ ສະຖາບັນ ສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ແລະ ບັນດາຫົວໜ່ວຍວິສາຫະກິດທີ່ຂຶ້ນກັບກະຊວງອຸດສາຫະກໍາ ແລະ ການຄ້າ 230 ສະຫາຍ ເຊິ່ງເປັນຕົວແທນໃຫ້ແກ່ສະມາຊິກພັກທັງໝົດ.

    ກອງປະຊຸມໄດ້ຜ່ານຮ່າງບົດລາຍງານການເມືອງ ແຜນພັດທະນາອຸດສາຫະກໍາປຸງແຕ່ງ ແລະ ການຄ້າ ໄລຍະ 5 ປີ 2021-2025 ພ້ອມນັ້ນ ໜ່ວຍພັກກົມການຄ້າພາຍໃນ ໜ່ວຍພັກກົມອຸດສາຫະກໍາ ແລະ ຫັດຖະກໍາ ຄະນະພັກຮາກຖານບໍລິສັດເບຍລາວ ແລະ ຕາງໜ້າ 3 ອົງການຈັດຕັ້ງມະຫາຊົນ ໄດ້ປະກອບຄໍາເຫັນໃສ່ຮ່າງບົດລາຍງານການເມືອງ ນອກນັ້ນ ກອງປະຊຸມຍັງໄດ້ຜານບົດສໍາຫຼວດການນໍາພາລວມຂອງຄະນະບໍລິຫານງານພັກກະຊວງອຸດສາຫະກໍາ ແລະ ການຄ້າ ສະໄໝທີ IV ຕໍ່ກອງປະຊຸມໃຫຍ່ຜູ້ແທນອົງຄະນະພັກກະຊວງຄັ້ງທີ V ແລະ ບ່ອນບັດເອົາຄະນະບໍລິຫານງານພັກກະຊວງອຸດສາຫະກໍາ ແລະ ການຄ້າຊຸດໃໝ່ ແລະ ກອງປະຊຸມຈະໄດ້ຮັບຟັງການໃຫ້ຄໍາໂອ້ລົມ ແລະ ທິດຊີ້ນໍາຂອງສະຫາຍ ກໍາມະການກົມການເມືອງສູນກາງພັກ ຜູ້ປະຈໍາການຄະນະເລຂາທິການສູນກາງພັກ ຮອງປະທານປະເທດ ຕື່ມອີກ.

# ຂ່າວ & ພາບ :  ຂັນທະວີ  

error: Content is protected !!