ສີສັດຕະນາກ ສືບຕໍ່ເຄື່ອນໄຫວວຽກງານປ້ອງກັນໂຄວິດ-19

    ໃວັນທີ 1 ພະຈິກ 2021 ຄະນະສະເພາະກິດ ເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ຂັ້ນເມືອງສີສັດຕະນາກ ນຳໂດຍທ່ານ ຄຳພັນ ວິເສດສິນ ອະນຸກຳມະການ ຕ້ານ ແລະ ສະກັດກັ້ນ ການລະບາດ ພະຍາດໂຄວິດ-19 ເມືອງສີສັດຕະນາກ ພ້ອມດ້ວຍຄະນະ ໄດ້ສືບຕໍ່ເຄື່ອນໄຫວປະຕິບັດໜ້າທີ່ໃນຂອບເຂດຄວາມຮັບຜິດຊອບຂອງຕົນ.

    ໂອກາດນີ້ ທ່ານ ຄໍາພັນ ວິເສດສິນ  ໄດ້ແຈ້ງໃຫ້ວ່າ: ເພື່ອສືບຕໍ່ຈັດຕັ້ງປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ທາງຄະນະສະເພາະກິດຂັ້ນເມືອງພວກເຮົາ ໄດ້ສືບຕໍ່ຈັດຕັ້ງປະຕິບັດຢ່າງເຂັ້ມງວດ ໃນວັນທີ 1 ພະຈິກ 2021 ທາງຄະນະພວກເຮົາໄດ້ລົງເຄື່ອນໄຫວປະຕິບັດໜ້າທີ່ຕາມຈຸດເປົ້າໝາຍ ໂດຍ     ໄດ້ລົງໄປເກັບຕົວຢ່າງ ສີດຢາຂ້າເຊື້ອຢູ່ໃນຈຳນວນ 6 ບ້ານ 27 ຈຸດ ຕາມເປົ້າໝາຍສຳເລັດ ແລະ ຍັງຈະສືບຕໍ່ຈັດຕັ້ງປະຕິບັດຕໍ່ໄປ ພ້ອມທັງໄດ້ຮຽກຮ້ອງມາຍັງພໍ່ແມ່ປະຊາຊົນຊາວເມືອງສີສັດຕະນາກ ຈົ່ງເພີ່ມທະວີເອົາໃຈໃສ່ມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ ບໍ່ຈຳເປັນ ບໍ່ໃຫ້ອອກຈາກເຮືອນ ກັກຕົວເອງ ໂດຍສະເພາະພະນັກງານກຳມະກອນຢູ່ຕາມໂຮງຈັກ ໂຮງງານທີ່ມີຄວາມສ່ຽງ ໃຫ້ກັກຕົວເອງ ຂໍຄວາມຮ່ວມມືກັບການຈັດຕັ້ງພາຍໃນໂຮງຈັກໂຮງງານ ໃຫ້ການຮ່ວມມືປະສານສົມທົບກັບຄະນະຂອງພວກເຮົາ ເພື່ອໄປເຜີຍແຜ່ແນະນຳຜົນຮ້າຍ ຄວາມອັນຕະລາຍ ແລະ ມາດຕະການປ້ອງກັນ ມີສະຕິເປັນເຈົ້າການ ບໍ່ໃຫ້ຢ້ານກົວເກີນເຫດ ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ໂດຍສະເພາະການຮັກສາໄລຍະຫ່າງ ໃສ່ຜ້າປິດປາກ-ດັງ ໜັ່ນລ້າງມືດ້ວຍສະບູ ແລະ ເຈວລ້າງມື ທີ່ສໍາຄັນ ບໍ່ຈຳເປັນບໍ່ອອກຈາກເຮືອນ ດູແລຮັກສາສຸຂະພາບຕົນເອງ.

.# ຂ່າວ – ພາບ : ບຸນມີ

error: Content is protected !!