ສະຖາບັນຄົ້ນຄວ້າກະສິກຳ,ປ່າໄມ້ ແລະ ພັດທະນາຊົນນະບົດ ໄດ້ຮັບ ເຄື່ອງຈັກ ແລະ ອຸປະກອນໃນຜະລິດກະສິກຳ

ໃນວັນທີ່ 29 ຕຸລາ 2021, ພິທີມອບ-ຮັບ ເຄື່ອງຈັກ ແລະ ອຸປະກອນໃນຜະລິດກະສິກໍາທີ່ໄດ້ຮັບການພັດທະນາຈາກ ສ.ເກົາຫລີ ແມ່ນໄດ້ຈັດຂື້ນທີ່ ສູນຄົ້ນຄວ້າເຂົ້າ ຂອງສະຖາບັນຄົ້ນຄວ້າກະສິກຳ,ປ່າໄມ້ ແລະ ພັດທະນາຊົນນະບົດ(ສກປພ).ເຊິ່ງປະກອບມີລົດໄຖ່ປັ່ນດິນທີ່ສາມາດໄຖ່ດິນໄດ້ເລິກ, ຝຸ່ນຊິລີເຄດ, ຝຸ່ນນ້ຳ, ແລະ ຢ່າປາບສັດຕູພືດ. ຜະລິດຕະພັນດັ່ງກ່າວມານັ້ນແມ່ນໄດ້ຮັບການພັດທະນາໃໝ່ ແລະ ເປັນມິດຕໍ່ສິ່ງແວດລ້ອມ ເຊິ່ງຈະຖືກໃຊ້ໃນໂຄງການທີ່ໄດ້ຈັດຕັ້ງຢູ່ໃນ ສປປ ລາວ ເພື່ອທົດສອບປະສິດທິພາບ ແລະ ຄຸນນະພາບ ຂອງຜະລິດຕະພັນ. ໂຄງການນີ້ເປັນການຮ່ວມມືລະຫວ່າງ ສູນຄົ້ນຄວ້າກະສິກຳ ສາກົນ ແຫ່ງ ປະເທດ ສ.ເກົາຫລີ ປະຈຳລາວ (ສູນໂຄເປຍລາວ) ແລະ ສກປພ.

ທ່ານ ປອ ໃຈ ບຸນພານຸໄຊ, ຫົວໜ້າ ສກປພ, ໄດ້ສະແດງຄວາມຂອບໃຈ ຕໍ່ການປະກອບສ່ວນດັ່ງກ່າວ ແລະ ໃນອະນາຄົດ ສກປພ ຈະສະໜອງຜະລິດຕະພັນເຫຼົ່ານີ້ໃຫ້ກັບຊາວກະສິກອນໃນຫຼາຍໆຂົງເຂດໄດ້ທົດລອງນຳໃຊ້ຊ່ວຍການເພີ່ມສະມັດຕະພາບຜົນຜະລິດພືດຊະນິດຕ່າງໆທີ່ມີຄວາມປອດໄພໃນການຜະລິດ ແລະ ບໍລິໂພກ.

ທ່ານ ຊິນ ຈາງໂຫ, ຜູ້ອຳນວຍການ ສູນໂຄເປຍລາວ, ໄດ້ກ່າວວ່າເຖິ່ງແມ່ນວ່າຜະລິດຕະພັນເຫຼົ່ານີ້ຈະມີຜົນດີກໍ່ຕາມ ແຕ່ ສປປລາວ ເຮົາຍັງບໍ່ເຄີຍນໍາໃຊ້ຝຸ່ນຊິລີເຄດ ສະນັ້ນທ່ານຈຶ່ງຄາດຫວັງວ່າມັນຈະສາມາດເປັນຜະລິດຕະພັນທີ່ດີອັນໜຶ່ງຊ່ວຍໃນການປູກເຂົ້າຢູ່ລາວ.

error: Content is protected !!