ສະຖາບັນຂົງຈື ສອບເສັງວັດລະດັບພາສາຈີນໃຫ້ນັກສຶກສາ

     ວັນທີ 30 ຕຸລາ 2021 ສະຖາບັນຂົງຈື (ສຂຈ) ມະຫາວິທະຍາໄລແຫ່ງຊາດ ໄດ້ຈັດຕັ້ງການສອບເສັງວັດລະດັບພາສາຈີນພາກທົ່ວໄປ (HSK) ແລະ ສອບເສັງວັດລະດັບພາສາຈີນພາກເວົ້າ (HSKK) ໂດຍຜ່ານລະບົບອອນລາຍ ໂດຍມີຄະນະນໍາ ສຂຈ ທັງຝ່າຍລາວ ແລະ ຝ່າຍຈີນພ້ອມດ້ວຍພະນັກງານຄູອາຈານທີ່ກ່ຽວຂ້ອງເຂົ້າຮ່ວມ. 

    ການຈັດການສອບເສັງຄັ້ງນີ້ໂດຍໄດ້ຮັບການໃກ້ຊິດຕິດແທດ ແລະ ຊີ້ນໍາໂດຍກົງຈາກ ທ່ານ    ຮສ. ປອ. ອຸດົມ ພອນຄໍາເພັງ ອະທິການບໍດີ ມະຫາວິທະຍາໄລແຫ່ງຊາດ ພ້ອມນັ້ນໃນວັນສອບເສັງ ທ່ານ ຮສ.ປອ. ຮຸ່ງເພັດ ຈັນທະວົງ ຜູ້ອຳນວຍການສະຖາບັນຂົງຈືຝ່າຍລາວ ກໍໄດ້ລົງມາຕິດຕາມຊີ້ນໍາການສອບເສັງອອນລາຍຄັ້ງນີ້ຢູ່ ສຂຈ ໂດຍໄດ້ໃຫ້ທັດສະນະວ່າ:ປັດຈຸບັນ ມຊ ກໍາລັງຫັນການສອບເສັງເປັນລະບົບອອນລາຍ ເຊິ່ງພວກເຮົາຈະຕ້ອງໄດ້ສຶກສາຖອດຖອນບົດຮຽນທີ່ລະບົບຂອງ ສປ.ຈີນ ທີ່ກໍາລັງໃຊ້ໃນປັດຈຸບັນເພື່ອໃຫ້ສອດຄ່ອງກັບສະພາບຕົວຈິງຂອງພວກເຮົາ. 

    ການສອບເສັງຄັ້ງນີ້ແມ່ນອີງຕາມຄວາມຈໍາເປັນອັນຮີບດ່ວນ ຄວາມຮຽກຮ້ອງຕ້ອງການຂອງນັກສຶກສາທີ່ຈະເຂົ້າສາຍ (ເຂົ້າຫ້ອງຊ້າ) ແລະ ນັກສຶກສາທີ່ຈະຈົບຢູ່ສປ.ຈີນ ນັບແຕ່ເດືອນ ກໍລະກົດເປັນຕົ້ນມາ ສຂຈ ໄດ້ພະຍາຍາມຕິດຕໍ່ນໍາສູນສອບເສັງທຽບລະດັບພາສາຈີນແຫ່ງຊາດຈີນເພື່ອຂໍຈັດຕັ້ງການສອບເສັງອອນລາຍເພື່ອແກ້ໄຂບັນຫາໃຫ້ນັກສຶກສາ ຈົນມາເຖິງເດືອນກັນຍາຈິ່ງໄດ້ຮັບອະນຸມັດໃຫ້ເປີດສະໝັກສອບເສັງໂດຍຜ່ານລະບົບອອນລາຍ ແລະ ໃຫ້ຈັດສອບເສັງວັນທີ 30 ຕຸລາ 2021 ນີ້

    ເພື່ອເປັນການແກ້ໄຂໃຫ້ນັກສຶກສາທີ່ຈະເຂົ້າສາຍ ແລະຈະຈົບເທົ່ານັ້ນ ສຂຈ ຈິ່ງໄດ້ເປີດຮັບສອບເສັງແຕ່ລະດັບ HSK3 HSK4 HSK5 HSK6 ແລະ HSKK  ສ່ວນລະດັບ 1 ແລະ 2 ແມ່ນຍັງບໍ່ເປີດຮັບສອບເສັງເທື່ອ. 

   ສຳລັບການສອບເສັງຄັ້ງນີ້ມີນັກຮຽນສະໝັກສອບເສັງທັງໝົດ 204 ເທື່ອຄົນ ເຊິ່ງແບ່ງເປັນສອບເສັງ HSKມີ 102 ຄົນ ແລະ HSKK ມີ 102 ຄົນ. 

      ສະຖາບັນຂົງຈື ແມ່ນສະຖາບັນແຫ່ງທໍາອິດຂອງ ສປປ.ລາວ ໃນການຈັດການສອບເສັງທຽບລະດັບພາສາຈີນ ເຊິ່ງໄດ້ຮັບການອະນຸມັດເຫັນດີຈາກ ກະຊວງສຶກສາທີການ ແລະກິລາ ແລະ ສະຖາບັນຂົງຈື ສໍານັກງານໃຫຍ່ ຂອງ ສປຈີນ  ນັບແຕ່ປີ 2011 ຈົນເຖິງປັດຈຸບັນ ສຂຈ ສາມາດຈັດສອບເສັງທຽບລະດັບພາສາຈີນໄດ້ທັງໝົດ 27 ຄັ້ງ ມີຜູ້ສອບເສັງທັງໝົດ 7.702 ຄົນ.​

error: Content is protected !!