ສະຖາບັນຂົງຈື ຈັດສອບເສັງຄັດເລືອກຄູພາສາຈີນຜ່ານລະບົບທາງອອນລາຍ

      ເນື່ອງຈາກປັດຈຸບັນໄດ້ມີການແຜ່ລະບາດເຊື້ອພະຍາດໂຄວິດ-19  ແລະ ໄດ້ຮັບການເຫັນດີຈາກຂັ້ນເທິງ ສະຖາບັນຂົງຈື (ສຂຈ) ຈຶ່ງໄດ້ຫັນປ່ຽນຕາມສະພາບການ ໂດຍການຈັດຕັ້ງການສະໝັກສອບເສັງ ການຊໍາລະຄ່າລົງທະບຽນ ແລະ ການສອບເສັງໂດຍຜ່ານລະບົບອອນລາຍທັງໝົດ ເມື່ອບໍ່ດົນມານີ້ ຢູ່ສະຖານບັນຂົງຈື ມະຫາວິທະໄລແຫ່ງຊາດ ເພື່ອໃຫ້ນັກຮຽນນັກສຶກສາໄດ້ເຂົ້າເຖິງການສຶກສາຫຼາຍຂຶ້ນ.

     ການຈັດສອບເສັງຄັ້ງນີ້ ແມ່ນພາຍໃຕ້ການອະນຸມັດເຫັນດີຈາກກະຊວງສຶກສາທິການ ແລະກີລາ ໃນການຮັບຮອງ ແລະ ອະນຸມັດນໍາໃຊ້ຫຼັກສູດປະລິນຍາຕີສາຂາຄູພາສາຈີນ ຢູ່ ສຂຈ  ມະຫາວິທະຍາໄລແຫ່ງຊາດ ເຂົ້າໃນການຈັດການຮຽນ-ການສອນ ເຊິ່ງຫຼັກສູດນີ້ ແມ່ນການຮ່ວມມືກັນລະຫວ່າງສະຖາບັນຂົງຈື ​ຄະນະສຶກສາສາດ ແລະ ອັກສອນສາດ ໂດຍສະຖາບັນຂົງຈືຜູ້ສຳຄັນໃນການຈັດຕັ້ງປະຕິບັດ ບໍ່ວ່າຈະເປັນການຄັດເລືອກນັກສຶກສາ ພັດທະນາຫຼັກສູດ ແລະ ການຮຽນ-ການສອນຕ່າງໆ ເຊິ່ງຫຼັກສູດດັ່ງກ່າວ ແມ່ນໄດ້ຮັບການສະໜັບສະໜູນ ແລະ ຊ່ວຍເຫຼືອຈາກສູນແລກປ່ຽນຮ່ວມມືພາສາຈີນ-ພາສາຕ່າງປະເທດແຫ່ງຊາດຈີນ ແລະ ມະຫາ ວິທະຍາໄລຊົນເຜົ່າກວາງຊີ ສປ.ຈີນ .

    ທ່ານ ຄໍາຮຸ່ງ ຈັນທະວົງ  ຜູ້ອໍານວຍການສະຖາບັນຂົງຈື ຝ່າຍລາວ ກ່າວວ່າ: ໃນວົງການການສຶກສາສາຍຄູ ຖືວ່າ ສຂຈ ເປັນສະຖາບັນທໍາອິດທີ່ຈັດຕັ້ງປະຕິບັດແຕ່ຂັ້ນສະໝັກຈົນເຖິງການສໍາເລັດການສອບເສັງຄັດເລືອກ ເປັນລະບົບອອນລາຍປະຕູດຽວ ເຊິ່ງການລົງທະບຽນອອນລາຍ ໄດ້ປິດໃນວັນທີ 18 ຕຸລາ 2021 ວັນທີ 20-21 ຕຸລາ ແມ່ນການທົດສອບເສັງສະເໝືອນຈິງດ້ວຍລະບົບອອນລາຍ ໃຫ້ແກ່ນັກສຶກສາເພື່ອໃຫ້ຄຸ້ນເຄີຍກັບລະບົບ ວັນທີ 22 ຈັດຕັ້ງການສອບເສັງ ໂດຍມີ 2 ຫົວບົດຄື: ຫົວບົດທີ 1 ສອບເສັງພາກເຊົ້າມີ: ຄະນິດສາດ ພາສາ-ວັນນະຄະດີ ພູມສາດ ແລະ ປະຫວັດສາດ ຫົວບົດທີ 2 ສອບເສັງພາກບ່າຍມີ: ພາສາຈີນ ແລະ ພາສາອັງກິດ ວັນທີ 23 ແມ່ນພາກສໍາພາດ ໂດຍສໍາພາດເປັນພາສາຈີນ ແລະ ສໍາພາດໂດຍອາຈານຄົນຈີນ ທັງນີ້ ກໍເພື່ອຮັບປະກັນສາມາດຄັດເລືອກໄດ້ນັກສຶກສາທີ່ມີຄຸນນະພາບທີ່ຈະມາເປັນຄູພາສາຈີນ ເຊິ່ງຄູ ຖືວ່າເປັນແມ່ພີມຂອງຊາດ ສະນັ້ນ ຂັ້ນຕອນການຄັດເລືອກໃຫ້ໄດ້ຄູທີ່ມີພື້ນຖານພາສາຈີນ ຖືວ່າເປັນປັດໄຈໜຶ່ງທີ່ສໍາຄັນໃນການຮັບປະກັນດ້ານຄຸນນະພາບຂອງຄູພາສາຈີນ.

    ສະຖາບັນຂົງຈື ທີ່ມະຫາວິທະຍາໄລແຫ່ງຊາດ ເປັນສະຖາບັນແຫ່ງທໍາອິດຂອງໂລກ ທີ່ເປີດຫຼັກສູດຄູພາສາຈີນ ໂດຍປະກາດຮັບ ຈັດຕັ້ງການສອບເສັງ ແລະ ຈັດການຮຽນ-ການສອນດ້ວຍຕົນເອງ ເຊິ່ງພາຍໃຕ້ການຊີ້ນໍາ-ນໍາພາຂອງມະຫາວິທະຍາໄລແຫ່ງຊາດ ແລະ ການຮ່ວມມືຊ່ວຍເຫຼືອຂອງຄະນະສຶກສາສາດ ແລະ ອັກສອນສາດ ສະຖາບັນຂົງຈືໃນທົ່ວໂລກມີທັງໝົດ 500 ກວ່າແຫ່ງ ເຊິ່ງການເປີດຫຼັກສູດຄັ້ງນີ້ ຖືໄດ້ວ່າເປັນບາດກ້າວໃໝ່ຄັ້ງທຳອິດຂອງສະຖາບັນຂົງຈື ແລະ ເປັນປະຫວັດສາດຂອງວົງການສຶກສາສາຍຄູພາສາຈີນຂອງລາວ.

    ການສອບເສັງຄັ້ງນີ້ ນັກສຶກສາສະໝັກສອບເສັງທັງໝົດມີ 228 ຄົນ ມີໜ້າສອບເສັງທັງໝົດ 192 ຄົນ ແບ່ງອອກເປັນຫ້ອງສອບເສັງອອນລາຍ 12 ຫ້ອງ ແຕ່ລະຫ້ອງບໍ່ເກີນ 20 ຄົນ ແລະ ມີຄູຕິດຕາມຍາມຫ້ອງເສັງ 2 ຄົນຕໍ່ຫ້ອງ ເຊິ່ງຈະຄັດເລືອກເອົາຕາມໂກຕາທີ່ກະຊວງສຶກສາທີິການ ແລະກີລາ ກໍານົດ 90 ຄົນ ຄາດຄະເນວ່າຈະເປີດການຮຽນການສອນໃນທ້າຍເດືອນພະຈິກນີ້ ເພື່ອເປັນການປະກອບສ່ວນໃນການສະເຫຼີມສະຫຼອງການສ້າງຕັ້ງມະຫາວິທະຍາໄລແຫ່ງຊາດ ຄົບຮອບ 25 ປີ ແລະ ການສ້າງຕັ້ງສະຖາບັນຂົງຈືທີ່ ມຊ ຄົບຮອບ 11 ປີ ໃຫ້ມີຄວາມໝາຍສຳຄັນເລີກເຊິ່ງ.

error: Content is protected !!