ລາຍລະອຽດຂອງຜູ້ເສຍຊີວິດໃໝ່ 2 ຄົນ ປະຈຳວັນທີ 1 ພະຈິກ 2021

  • ຜູ້ທີ 1: ເປັນເພດຊາຍ ອາຍ 46 ປີ ສັນຊາດ ລາວ ບ້ານໂພນສະຫວາດ ເມືອງໂພນໂຮງ ແຂວງວຽງຈັນ (ເສຍຊີວິດ ຢູ່ນະຄອນຫລວງວຽງຈັນ) 
  • ຜູ້ກ່ຽວໄດ້ກັກຕົວຢູ່ຄ້າຍຄຸມຂັງນາໄຫ-ນາໂນ ຍ້ອນເສບຢາ ແລະ ກໍານົດໂທດເປັນເວລາ 02 ປີ 
  • ປະຫວັດພະຍາດຜ່ານມາ: ຄົນເຈັບບໍ່ມີອາການສະແດງອອກ ຄົນເຈັບນອນປ່ວຍຕິດຕຽງຊ່ວຍເຫຼືອຕົນເອງບໍ່ໄດ້ ແລະ ຄົນເຈັບເປັນພະຍາດວັນນະໂລກປອດ ແລ້ວເລີ່ມປີ່ນປົວ ແຕ່ວັນທີ 13 ກັນຍາ 2021 
  • ເວລາ 09:00 ໂມງ ຂອງວັນທີ 31 ຕຸລາ 2021 ຜູ້ກ່ຽວໄດ້ເສຍຊີວິດ. 
  • ຜູ້ທີ 2: ເປັນເພດຍິງ ອາຍຸ 48 ປີ ອາຊີບ: ປະຊາຊົນ ບ້ານຢູ່ປັດຈຸບັນ ບ້ານໜອງປຸ່ງ ເມືອງໂພນໂຮງ ແຂວງວຽງຈັນ) 
  • ຄອບຄົວທັງໝົດ ມີ 4 ຄົນລວມທັງຜູ້ກ່ຽວ ຊື່ງທີ່ຕິດເຊື້ອມີ 2 ຄົນ (ຜົວ ແລະ ຫຼານສາວ). 
  • ພະຍາດປະຈໍາຕົວ: ຄົນເຈັບເປັນຄວາມດັນເລືອດສູງ ບໍ່ໄດ້ກີນຢາປະຈໍາ ແລະ ພະຍາດຫືດ ບໍ່ໄດ້ກິນຢາປະຈຳ 
  • ໄດ້ຮັບການສັກຢາວັກຊີນ 02 ເຂັມຄົບແລ້ວ. 
  • ຜູ້ມີອາການປວດຕົນຕົວ ໄອ ອີດເມື່ອຍ ເປັນຫວັດຕະຫຼອດ ຄະນະສະເພາະກິດເມືອງ ຈື່ງໄດ້ໄປເກັບຕົວຢ່າງໃນວັນທີ 25 ຕຸລາ 2021 
  • ວັນທີ 26 ຕຸລາ 2021: ຜົນກວດແມ່ນພົບເຊື້ອພະຍາດໂຄວິດ-19 ຈື່ງໄດ້ເຂົ້ານອນປີ່ນປົວຢູ່ສູນປີ່ນປົວໂຄວິດ-19 ຢູ່ ມສ ໂພນໂຮງ ແຂວງວຽງຈັນ 
  • ໄລຍະທີ່ນອນປິ່ນປົວຢູ່ໂຮງໝໍດັ່ງກ່າວ ແມ່ນແຕ່ວັນທີ 26-31 ຕຸລາ 2021 ເປັນເວລາ 5 ວັນ 
  • ເວລາ 14:30 ໂມງ ຂອງວັນທີ 31 ຕຸລາ 2021: ມີອາການໄອຢ່າງຕໍ່ເນື່ອງ ເຈັບແຫ້ນນໜ້າເອິກ ແລະ ຫາຍໃຈຝຶດ 
  • ມາຮອດເວລາ 19:30 ໂມງ ຂອງມື້ດຽວກັນ: ຄົນເຈັບບໍ່ໄດ້ສະຕິ ບໍ່ຕອບສະໜອງຕໍ່ການກະຕຸ້ນ ຄົນເຈັບຢຸດຫາຍໃຈ ຫົວໃຈຢຸດເຕັ້ນ ໄດ້ເຊິດຊູຄົນເຈັບ ຄົນເຈັບບໍ່ຕອບສະໜອງ ເເລະ ເສຍຊີວິດເວລາຕໍ່ມາ

# ຂ່າວ & ພາບ :  ລັດເວລາ

error: Content is protected !!