ວັນນີ້ ນະຄອນຫຼວງກວດພົບຜູ້ຕິດເຊື້ອພາຍໃນ 345 ຄົນ

    ທ່ານ ດຣ ນາງ ບົວຜັນ ຄຳພາພົງຜ່ານ ຮອງຫົວໜ້າສູນວິເຄາະລະບາດວິທະຍາ ກະຊວງສາທາລະນະສຸກຖະແຫຼງຂ່າວປະຈຳວັນທີ 1 ພະຈິກ 2021 ຢູ່ກະຊວງສາທາລະນະສຸກວ່າ: ວັນທີ  31 ຕຸລາ 2021 ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊືື້ອໂຄວິດ-19 ຈຳນວນ 5.213 ຕົວຢ່າງ  ຜົນວິໄຈ ກວດພົບຜູ້ຕິດເຊືື້ອໃໝ່ທັງໝົດ 685 ຄົນ ໃນນັ້ນ ຕິດເຊື້ອພາຍໃນ 673 ຄົນ ແລະ ຕິດເຊື້ອນໍາເຂົ້າ 12 ຄົນ ໂດຍຂໍ້ມູນຫຍໍ້ກ່ຽວກັບການຕິດເຊືື້ອພາຍໃນ 673 ຄົນ ທັງໝົດມາຈາກ 14 ແຂວງ ເຊິ່ງຕິດເຊື້ອພາຍໃນຫຼາຍກວ່າໝູ່ແມ່ນຢູ່ນະຄອນຫຼວງວຽງຈັນ 345 ຄົນ ມາຈາກ 90 ບ້ານ ໃນ 8 ເມືອງຄື: ຈັນທະບູລີ 35 ຄົນ ຈາກ 13 ບ້ານ ເມືອງສີໂຄດຕະບອງ 43 ຄົນ ຈາກ 24 ບ້ານ ເມືອງໄຊເສດຖາ 43 ຄົນ ຈາກ 18 ບ້ານ ເມືອງສີສັດຕະນາກ 24 ຄົນ ຈາກ 10 ບ້ານ ເມືອງ ນາຊາຍທອງ 13 ຄົນ ຈາກ 7 ບ້ານ ເມືອງໄຊທານີ 25 ຄົນ ຈາກ 11 ບ້ານ ເມືອງ ຫາດຊາຍຟອງ 12 ຄົນ ຈາກ 6 ບ້ານ ແລະ ເມືອງສັງທອງ    3 ຄົນ ຈາກ 1 ບ້ານ.

     ສຳລັບການຕິດເຊື້ອພາຍໃນຢູ່ແຂວງຕ່າງໆ ມີລາຍລະອຽດດັ່ງນີ້: 

  • ແຂວງຫຼວງພະບາງ: ມີ 102 ຄົນ 15 ບ້ານ ໃນ 4 ເມືອງ 
  • ແຂວງວຽງຈັນ: 75 ຄົນ  23 ບ້ານ ໃນ 8 ເມືອງ 
  • ແຂວງບໍ່ແກ້ວ: 35 ຄົນ 12 ບ້ານ ໃນ 1 ເມືອງ 
  • ແຂວງຫຼວງນໍ້າທາ: 20 ຄົນ  11 ບ້ານໃນ 3 ເມືອງ 
  • ແຂວງສະຫວັນນະເຂດ: 19 ຄົນ 8 ບ້ານ ໃນ 5 ເມືອງ 
  • ແຂວງອຸດົມໄຊ: 19 ຄົນ 13 ບ້ານໃນ 2 ເມືອງ 
  • ແຂວງຈໍາປາສັກ: 15 ຄົນ  9 ບ້ານ ໃນ 2 ເມືອງ 
  • ແຂວງຄໍາມ່ວນ 14 ຄົນ  8 ບ້ານ ໃນ 1 ເມືອງ 
  • ແຂວງບໍລິຄໍາໄຊ: 12 ຄົນ  5 ບ້ານໃນ  2 ເມືອງ 
  • ແຂວງເຊກອງ 9 ຄົນ 5 ບ້ານໃນ 1 ເມືອງ 
  • ແຂວງໄຊສົມບູນ:  5 ຄົນ 2 ບ້ານໃນ  2 ເມືອງ 
  • ແຂວງສາລະວັນ  2 ຄົນ 1 ບ້ານ ໃນ  1 ເມືອງ 
  • ແຂວງອັດຕະປືມີ: 1 ຄົນ  1 ບ້ານ ໃນ 1 ເມືອງ. 

    ສ່ວນການຕິດເຊືື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດທັງໝົດ 12 ຄົນ ໃນນັ້ນ 4 ຄົນຈາກແຂວງສະຫວັນນະເຂດ 4 ຄົນຈາກ ນະຄອນຫຼວງວຽງຈັນ 2 ຄົນຈາກບໍລິຄໍາໄຊ ແລະ 2 ຄົນຈາກ ແຂວງ ຈໍາປາສັກ

    ມາຮອດວັນທີ 31 ຕຸລາ ຕົວເລກຜູ້ຕິດເຊື້ອສະສົມ ພະຍາດໂຄວິດ-19 ຢູ່ ສປປ ລາວ 40.956 ຄົນ ເສຍຊີວິດສະສົມ 67 ຄົນ (ໃໝ່ 2) ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ 219 ຄົນ ແລະ ກໍາລັງປິ່ນປົວ 7.381 ຄົນ.

# ຂ່າວ & ພາບ :  ລັດເວລາ

error: Content is protected !!