ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໄດ້ໄຂຂຶ້ນວັນທີ 1 ພະຈິກ 2021 ຢູ່ຫໍປະຊຸມສະພາແຫ່ງຊາດ ເຊິ່ງຈະດຳເນີນເປັນເວລາ 15 ວັນ (ວັນທີ 1 ຫາ 17 ພະຈິກ 2021) ໂດຍເປັນປະທານຂອງທ່ານ ໄຊສົມພອນ ພົມວິຫານ ກຳມະການກົມການເມືອງສູນກາງພັກ ປະທານສະພາແຫ່ງຊາດ ມີທ່ານ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປ ລາວ ທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ ນາຍົກລັດຖະມົນຕີ ພ້ອມບັນດາສະມາຊິກລັດຖະບານ ແລະ ສະມາຊິກສະພາແຫ່ງຊາດທຸກເຂດເລືອກຕັ້ງທົ່ວປະເທດເຂົ້າຮ່ວມ.
ໂດຍປະຕິບັດຕາມກົດໝາຍວ່າດ້ວຍສະພາແຫ່ງຊາດ ມາດຕາ 59 ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ຄັ້ງນີ້ ຈະໄດ້ພິຈາລະນາຮັບຮອງບັນດາເນື້ອໃນທີ່ສຳຄັນດັ່ງນີ້:

- ບົດລາຍງານໂດຍສັງເຂບຂອງທ່ານນາຍົກລັດຖະມົນຕີ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ແຜນງົບປະມານແຫ່ງລັດ ແລະ ແຜນເງິນຕາ ປະຈໍາປີ 2021 ແລະ ແຜນການປະຈຳປີ 2022.
- ບົດລາຍງານການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມ ປະຈຳປີ 2021 ແລະ ແຜນການ ປະຈຳປີ 2022.
- ບົດລາຍງານການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2021 ແລະ ແຜນການ ປະຈຳປີ 2022 ບົດສະຫຼຸບຂາດຕົວການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປີ 2020.
- ບົດລາຍງານການຈັດຕັ້ງປະຕິບັດແຜນເງິນຕາ ປະຈຳປີ 2021 ແລະ ແຜນການປະຈຳປີ 2022.
- ບົດລາຍງານກ່ຽວກັບແຜນພັດທະນາພະລັງງານໄຟຟ້າຂອງ ສປປ ລາວ (2021-2030) ແລະ ແຜນພັດທະນາພະລັງງານໄຟຟ້າ ແລະ ບໍ່ແຮ່ 5 ປີ (2021-2025).
- ບົດລາຍງານກ່ຽວກັບວິໄສທັດ 20 ປີ (2021-2040) ຍຸດທະສາດ 10 ປີ (2021-2030) ແລະ ແຜນພັດທະນາເສດຖະກິດດີຈີຕອນແຫ່ງຊາດ 5 ປີ (2021-2025).
- ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2021 ແລະ ແຜນການ ປະຈຳປີ 2022 ຂອງອົງການກວດສອບແຫ່ງລັດ ຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງແຜນງົບປະມານແຫ່ງລັດ ປະຈຳປີ 2020 ຂອງອົງການກວດສອບແຫ່ງລັດ.
- ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2021 ແລະ ແຜນການ ປະຈຳປີ 2022 ຂອງອົງການກວດສອບແຫ່ງລັດ ການກວດກາຕາມຜົນການກວດສອບບົດສະຫຼຸບຂາດຕົວ ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ປະຈຳປີ 2019 ຂອງອົງການກວດກາແຫ່ງລັດ.
- ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2021 ແລະ ແຜນການປະຈຳປີ 2022 ຂອງສານປະຊາຊົນສູງສຸດ.
- ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2021 ແລະ ແຜນການ ປະຈຳປີ 2022 ຂອງອົງການໄອຍະການປະຊາຊົນສູງສຸດ.
- ການສະເໜີແຕ່ງຕັ້ງສະມາຊິກສະພາຜູ້ພິພາກສາຂອງສານປະຊາຊົນສູງສຸດ.
- ບົດລາຍງານການຈັດຕັ້ງປະຕິບັດແຜນການເຄື່ອນໄຫວວຽກງານ ປະຈຳປີ 2021 ແລະ ແຜນການ ປະຈຳປີ 2022 ຂອງສະພາແຫ່ງຊາດ.
- ບົດປະກອບຄໍາເຫັນຂອງສູນກາງແນວລາວສ້າງຊາດ ແລະ ອົງການຈັດຕັ້ງມະຫາຊົນ ຕໍ່ບົດລາຍງານການເຄື່ອນໄຫວຂອງສະພາແຫ່ງຊາດ.
- ພິຈາລະນາຮັບຮອງເອົາກົດໝາຍໃໝ່ ແລະ ປັບປຸງຈໍານວນ 11 ສະບັບ ດັ່ງນີ້:
ກົດໝາຍສ້າງໃໝ່ຈໍານວນ 4 ສະບັບຄື:
- ຮ່າງກົດໝາຍວ່າດ້ວຍຍານພາຫະນະທາງບົກ
- ຮ່າງກົດໝາຍວ່າດ້ວຍຊາຍແດນແຫ່ງຊາດ
- ຮ່າງກົດໝາຍວ່າດ້ວຍເຕັກໂນໂລຊີລະດັບສູງ
- ຮ່າງກົດໝາຍວ່າດ້ວຍການສໍາຫຼວດວັດແທກ ແລະ ສ້າງແຜນທີ່
ແລະ ກົດໝາຍປັບປຸງຈໍານວນ 7 ສະບັບຄື:
- ຮ່າງກົດໝາຍວ່າດ້ວຍລັດຖະບານ
- ຮ່າງກົດໝາຍວ່າດ້ວຍງົບປະມານແຫ່ງລັດ
- ຮ່າງກົດໝາຍວ່າດ້ວຍການສ້າງນິຕິກຳ
- ຮ່າງກົດໝາຍວ່າດ້ວຍການປະຕິບັດຄໍາຕັດສິນຂອງສານ
- ຮ່າງກົດໝາຍວ່າດ້ວຍການຄວບຄຸມຢາສູບ
- ຮ່າງກົດໝາຍວ່າດ້ວຍໂທລະຄົມມະນາຄົມ
- ຮ່າງກົດໝາຍວ່າດ້ວຍມໍລະດົກແຫ່ງຊາດ.
ນອກຈາກບັນດາວຽກງານດັ່ງກ່າວມາຂ້າງເທິງນັ້ນ ກອງປະຊຸມສະພາແຫ່ງຊາດ ຍັງຈະໄດ້ຮັບຟັງການຊີ້ແຈງຂອງພາກສ່ວນກ່ຽວຂ້ອງຈໍານວນໜຶ່ງ ຕໍ່ຄໍາຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ. ເພື່ອພິຈາລະນາຮັບຮອງເອົາບັນຫາສໍາຄັນພື້ນຖານຂອງປະເທດຊາດທີ່ມີຈໍານວນຫຼາຍຄືດັ່ງກ່າວນີ້ ໃຫ້ບັນລຸຜົນຕາມແຜນການທີ່ວາງໄວ້ ໃນນາມປະທານກອງປະຊຸມ ທ່ານ ໄຊສົມພອນ ພົມວິຫານ ຂໍຮຽກຮ້ອງທຸກພາກສ່ວນທີ່ກ່ຽວຂ້ອງ ສືບຕໍ່ສະໜອງຂໍ້ມູນ ແລະ ໃຫ້ການຮ່ວມມືຕໍ່ບັນດາເນື້ອໃນທີ່ຈະນໍາເຂົ້າພິຈາລະນາໃນກອງປະຊຸມເທື່ອນີ້ ຮຽກຮ້ອງມາຍັງບັນດາທ່ານສະມາຊິກສະພາແຫ່ງຊາດ ຈົ່ງໄດ້ນໍາໃຊ້ສິດປະຊາທິປະໄຕ ແລະ ຈົ່ງເຊີດຊູຄວາມຮັບຜິດຊອບການເມືອງຂອງຕົນ ໃນການຄົ້ນຄວ້າ ປະກອບຄໍາເຫັນຕໍ່ທຸກບັນຫາຢ່າງຖີ່ຖ້ວນ ພາວະວິໄສ ແລະ ເລິກເຊິ່ງ ບົນພື້ນຖານແນວທາງນະໂຍບາຍຂອງພັກ ກົດໝາຍ ແລະ ສະພາບຄວາມເປັນຈິງທາງດ້ານເສດຖະກິດ-ສັງຄົມຂອງປະເທດເຮົາ ເພື່ອເຮັດໃຫ້ເນື້ອໃນທີ່ນໍາມາພິຈາລະນາ ຮັບຮອງຄັ້ງນີ້ມີຄຸນນະພາບ ແລະ ສາມາດນໍາໄປຈັດຕັ້ງປະຕິບັດຢ່າງເປັນຮູບປະທໍາ.
# ຂ່າວ & ພາບ : ຊິລິການດາ