ຕົວແທນຄູດີເດັ່ນ ສປປ ລາວ ໄດ້ຮັບລາງວັນຄູ ສົມເດັດເຈົ້າຟ້າມະຫາຈັກກີ

    ຂໍສະແດງຄວາມຍິນດີນຳອາຈານ ນາງ ແສງເພັດ ຄຸນປະເສີດ ຕົວແທນຄູດີເດັ່ນປະເທດລາວ ເຂົ້າຮັບພະຣາຊະທານລາງວັນຄູສົມເດັດເຈົ້າຟ້າມະຫາຈັກກີ ຄັ້ງທີ 4 ປີ 2021 ໃຫ້ສຸດຍອດຄູພາກພື້ນອາຊີຕາເວັນອອກສຽງໃຕ້ ປະເທດອາຊຽນ ແລະ ຕິມໍເລສເຕ ລວມ 11 ປະເທດ.

    ເປັນປະທານໃນພິທີໂດຍ ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາຊສຸດາ ສະຫຍາມບໍຣົມມະຣາຊະກຸມາຣີ ແຫ່ງລາຊະອານາຈັກໄທ ພິທີ ໄດ້ຈັດຂື້ນຢູ່ທີ່ໂຮງແຮມສະຫຍາມເຄມປິນສະກີ້ກຸງເທບ ຜ່ານລະບົບກອງປະຊຸມທາງໄກແບບອອນລາຍ ໃນຄັ້ງວັນທີ 29 ຕຸລາ 2021 ຮ່ວມກັບສະຖານເອກອັກຄະລາຊະທູດໄທໃນກຸ່ມປະເທດສະມາຊິກອາຊຽນ ແລະ ຕິມໍເລສເຕ.

    ໃນພິທີ ທ່ານ ນາງ ຕຣີນຸດ ທຽນທອງ ລັດຖະມົນຕີວ່າການກະຊວງສຶກສາທິການໄທ ໄດ້ລາຍງານສະພາບການຈັດຕັ້ງປະຕິບັດງານໃນໄລຍະຜ່ານມາ ຈາກນັ້ນ ທ່ານ ກິດສະນະພົງ ກີຣະຕິກອນ ປະທານກຳມະການມູນນິທິລາງວັນສົມເດັດເຈົ້າຟ້າມະຫາຈັກກີ ໄດ້ປະກາດກຽດຕິຄຸນ ແລະ ເຊີນຄູອາຈານຜູ້ທີ່ໄດ້ຮັບພະລາຊະທານລາງວັນແຕ່ລະປະເທດເຂົ້າຮັບພະລາຊະທານລາງວັນສົມເດັດເຈົ້າຟ້າມະຫາຈັກກີ ຄັ້ງທີ 4 ປີ 2021 ຮັບພະລາຊະທານເຂັມເຊີດຊູກຽດຕໍ່ໜ້າ ພະສາຍາລັກ ທີ່ສະຖານເອກອັກຄະລາຊະທູດແຫ່ງລາຊະອານາຈັກໄທປະຈຳຢູ່ແຕ່ລະປະເທດ.

    ລາງວັນສົມເດັດເຈົ້າຟ້າ ມະຫາຈັກກີ ເປັນລາງວັນນາໆຊາດ ທີ່ປະເທດໄທຈັດຂື້ນເພື່ມສະເຫຼີມພະກຽດ ສົມເດັດພະກະນິດຖາທິຣາດເຈົ້າ ກົມສົມເດັດພະເທບພະຣັດຣາຊສຸດາ ສະຫຍາມບໍຣົມມະຣາຊະກຸມາຣີ ຜູ້ຊົງມີພະຄຸນຕໍ່ການສຶກສາທັງພາຍໃນ ແລະ ນອກປະເທດ ເພື່ອຍົກຍ້ອງເຊີດຊູກຽດຄູຜູ້ສ້າງຄວາມປ່ຽນແປງໃນຊີວິດລູກສິດນັກຮຽນ ປະເທດລະ 1 ລາງວັນ ແລະ ມີການຄັດເລືອກເພື່ອມອບລາງວັນໃນທຸກໆ 2 ປີ ໃຫ້ຄູສອນຜູ້ທີ່ທຸ່ມເທ ປະຕິບັດໜ້າທີ່ວຽກງານຂອງຕົນໃນການສຶກ ແລະ ພັດທະນາຄົນ ຜູ້ໄດ້ຮັບລາງວັນຈະໄດ້ຮັບຫຼຽນລາງວັນ ປະກາສະນິຍະຍັດ ໂລ້ ເຂັມເຊີດຊູກຽດ ແລະ ເງິນລາງວັນ 10.000 ໂດລາສະຫະລັດ ປະມານ 100 ລ້ານກວ່າກີບ ແລະ ຄັ້ງນີ້ ເປັນຄັ້ງທີ 4 ສຳລັບ ສປປ ລາວ ຄັ້ງນີ້ໄດ້ຮັບລາງວັນແມ່ນອາຈານ ນາງ ແສງເພັດ ຄຸນປະເສີດ ຄູສອນວິຊາຟິຊິກສາດ ໂຮງຮຽນມັດທະຍົມສຶກສາສົມບູນ ເທສະບານແຂວງອຸດົມໄຊ.

    ໃນການຮັບລາງວັນປີນີ້ ແມ່ນບໍ່ໄດ້ເດີນທາງໄປຮັບດ້ວຍຕົນເອງ ເນືຶ່ອງຈາກສະພາບໂຄວິດ-19 ແຕ່ລະປະເທດແມ່ນຮັບຢູ່ສະຖານເອກອັກຄະລາຊະທູດແຫ່ງລາຊະອານາຈັກໄທປະຈຳຢູ່ແຕ່ລະປະເທດແທນ

    ໃນໂອກາດນີ້ ພະອົງໄດ້ມີຄຳໂອວາດ ເຊິ່ງເນື້ອໃນສຳຄັນບາງຕອນວ່າ ການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ສົ່ງຜົນກະທົບຢ່າງຫຼວງຫຼາຍ ບໍ່ສະເພາະແຕ່ສຸຂະພາບຂອງຄົນ ສັງຄົມ ແລະ ເສດຖະກິດ ແຕ່ຍັງກະທົບຕໍ່ການສຶກສາ ເຊິ່ງເຕັກໂນໂລຊີສະໄໝໃໝ່ ໄດ້ຊ່ວຍໃຫ້ເກີດການຮຽນຮູ້ໃນຮູບແບບຕ່າງໆ ແລະ ທັງອອນລາຍກໍດີ ການທີ່ມີຄູທີ່ມີຄວາມມຸ່ງໝັ້ນ ແລະ ທຸ່ມເທ ແມ່ນເປັນປັດໃຈສໍາຄັນ ເຮັດໃຫ້ການກຽມຄວາມພ້ອມຂອງເດັກນັກຮຽນໃນອະນາຄົດ ເພື່ອສ້າງແຮງກະຕຸ້ນເຮັດໃຫ້ນັກຮຽນກ້າວສູ່ຄວາມສຳເລັດ.

     ດັ່ງນັ້ນ ໃນທຸກວັນນີ້ ຄູຈິ່ງຕ້ອງມີຄວາມຈຳເປັນພັດທະນາການສອນຂອງຕົນເອງໃຫ້ສອດຄ່ອງກັບສະພາບຂອງສັງຄົມໃນປັດຈຸບັນ ຄູຕ້ອງພະຍາຍາມສຸມສຸດກຳລັງຄວາມສາມາດສະຕິປັນຍາ ແລະ ເຫື່ອແຮງຂອງຕົນ ເພື່ອເຮັດໃຫ້ນັກຮຽນສາມາດສຶກສາຮ່ຳຮຽນຕໍ່ໄປໄດ້ໃນສະພາບແວດລ້ອມທີ່ປອດໄພ ແລະ ມີສຸຂະພາບທີ່ດີ ໃນການພັດທະນາປະເທດຊາດໃນອະນາຄົດ.

.# ຂ່າວ – ພາບ : ບຸນມີ

error: Content is protected !!